ຂ້າມໄປທີ່ເນື້ອໃນ

ທຸກ​ສາສະໜາ​ກໍ​ຄື​ກັນ​ແທ້​ບໍ? ພະເຈົ້າ​ຍອມຮັບ​ທຸກ​ສາສະໜາ​ບໍ?

ທຸກ​ສາສະໜາ​ກໍ​ຄື​ກັນ​ແທ້​ບໍ? ພະເຈົ້າ​ຍອມຮັບ​ທຸກ​ສາສະໜາ​ບໍ?

ຄຳຕອບ​ຈາກ​ຄຳພີໄບເບິນ

 ແຕ່​ລະ​ສາສະໜາ​ບໍ່​ຄື​ກັນ. ໃນ​ຄຳພີໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ສາສະໜາ​ທີ່​ພະເຈົ້າ​ບໍ່​ມັກ​ແລະ​ບໍ່​ຍອມຮັບ. ມີການ​ແບ່ງ​ອອກ​ເປັນ​ສອງ​ປະເພດ​ຫຼັກໆ.

1. ສາສະໜາ​ທີ່​ນະມັດສະການ​ພະ​ປອມ

 ຄຳພີໄບເບິນ​ບອກ​ວ່າ​ການ​ນະມັດສະການ​ພະ​ປອມ “ເປັນ​ສິ່ງ​ຫຼອກ​ລວງ” “ບໍ່​ມີຄ່າ” ແລະ “ບໍ່​ມີ​ປະໂຫຍດ.” (ເຢເຣມີ 10:3-5; 16:19, 20, ລ.ມ.) ພະເຢໂຫວາ aພະເຈົ້າ​ສັ່ງ​ພວກ​ອິດສະຣາເອນ​ໃນ​ສະໄໝ​ບູຮານ​ວ່າ: “ຫ້າມ​ນະມັດສະການ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.” (ອົບພະຍົບ 20:3, 23; 23:24, ລ.ມ.) ແລະ “ພະເຢໂຫວາ​ໃຈຮ້າຍ” ເມື່ອ​ຄົນ​ອິດສະຣາເອນ​ນະມັດສະການ​ພະ​ອື່ນ.—ຈົດເຊັນບັນຊີ 25:3, ລ.ມ.; ພວກເລວີ 20:2; ຜູ້​ຕັດສິນ 2:13, 14

 ພະເຈົ້າ​ຍັງ​ຮູ້ສຶກ​ຄື​ເກົ່າ​ໃນ​ເລື່ອງ​ການ​ນະມັດສະການ​ພະ “ທີ່​ຜູ້ຄົນ​ຖື​ກັນ​ວ່າ​ເປັນ ‘ພະເຈົ້າ’.” (1 ໂກຣິນໂທ 8:5, 6; ຄາລາເຕຍ 4:8) ເພິ່ນ​ສັ່ງ​ຜູ້​ທີ່​ຢາກ​ນະມັດສະການ​ເພິ່ນ​ໃຫ້​ເຊົາ​ຫຍຸ້ງ​ກ່ຽວກັບ​ຄົນ​ທີ່​ນະມັດສະການ​ພະ​ປອມ​ໂດຍ​ສັ່ງ​ວ່າ: “ອອກ​ມາ​ຈາກ​ພວກ​ເຂົາ​ແລະ​ແຍກ​ຢູ່​ຕ່າງ​ຫາກ.” (2 ໂກຣິນໂທ 6:14-17) ຖ້າ​ທຸກ​ສາສະໜາ​ຄື​ກັນ​ແລະ​ພະເຈົ້າ​ຍອມຮັບ​ທຸກ​ສາສະໜາ ເປັນຫຍັງ​ເພິ່ນ​ຈຶ່ງ​ສັ່ງ​ແບບ​ນີ້?

2. ສາສະໜາ​ທີ່​ນະມັດສະການ​ພະເຈົ້າ​ໃນ​ວິທີ​ທີ່​ເພິ່ນ​ບໍ່​ຍອມຮັບ

 ມີ​ບາງເທື່ອ​ທີ່​ຄົນ​ອິດສະຣາເອນ​ນະມັດສະການ​ພະເຈົ້າ​ໂດຍ​ລວມ​ເອົາ​ຄວາມເຊື່ອ​ແລະ​ວິທີ​ນະມັດສະການ​ພະ​ປອມ​ເຂົ້າ​ມາ​ນຳ ແຕ່​ພະເຢໂຫວາ​ບໍ່​ຍອມຮັບ​ການ​ເອົາ​ສາສະໜາ​ແທ້​ມາ​ປົນ​ກັບ​ສາສະໜາ​ປອມ. (ອົບພະຍົບ 32:8; ພະບັນຍັດ 12:2-4) ພະເຢຊູ​ຕຳໜິ​ພວກ​ຫົວໜ້າ​ສາສະໜາ​ໃນ​ສະໄໝ​ຂອງ​ເພິ່ນ​ຍ້ອນ​ວິທີ​ນະມັດສະການ​ພະເຈົ້າ​ຂອງ​ເຂົາເຈົ້າ​ບໍ່​ຖືກຕ້ອງ ເຂົາເຈົ້າ​ເຮັດ​ໂຕ​ເປັນ​ຄົນ​ເຄັ່ງ​ສາສະໜາ ແຕ່​ແທ້ໆແລ້ວ​ເຂົາເຈົ້າ​ເປັນ​ຄົນ​ຕີ​ສອງ​ໜ້າ “ເບິ່ງ​ຂ້າມ​ເລື່ອງ​ທີ່​ສຳຄັນ​ກວ່າ​ໃນ​ກົດໝາຍ​ຂອງ​ໂມເຊ ນັ້ນ​ຄື ຄວາມ​ຍຸຕິທຳ ຄວາມ​ເມດຕາ ຄວາມ​ສັດຊື່.”​—ມັດທາຍ 23:23

 ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ພະເຈົ້າ​ຍອມຮັບ​ພຽງ​ແຕ່​ສາສະໜາ​ທີ່​ສອນ​ຄວາມຈິງ​ເທົ່າ​ນັ້ນ. ຄວາມຈິງ​ນີ້​ມີ​ຢູ່​ໃນ​ຄຳພີໄບເບິນ. (ໂຢຮັນ 4:24; 17:17; 2 ຕີໂມທຽວ 3:16, 17) ສາສະໜາ​ທີ່​ສອນ​ຂັດແຍ່ງ​ກັບ​ຄຳພີໄບເບິນ​ເຮັດ​ໃຫ້​ຜູ້ຄົນ​ບໍ່​ຮູ້ຈັກ​ພະເຈົ້າ. ຄຳສອນ​ຫຼາຍ​ຢ່າງ​ທີ່​ຜູ້ຄົນ​ຄິດ​ວ່າ​ມາ​ຈາກ​ຄຳພີໄບເບິນ ເຊັ່ນ: ຕີເອການຸພາບ ວິນຍານ​ທີ່​ເປັນ​ອະມະຕະ ຫຼື​ການ​ທໍລະມານ​ໃນ​ນາລົກ​ຕະຫຼອດໄປ ລ້ວນ​ແຕ່​ເປັນ​ຄຳສອນ​ທີ່​ມາ​ຈາກ​ການ​ນະມັດສະການ​ພະ​ປອມ. ການ​ເຊື່ອ​ຄຳສອນ​ແບບນັ້ນ “ບໍ່​ມີ​ປະໂຫຍດ” ເພາະ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ ແຕ່​ເຮັດ​ຕາມ​ທຳນຽມ​ທາງ​ສາສະໜາ​ທີ່​ພະເຈົ້າ​ບໍ່​ຍອມຮັບ.—ມາຣະໂກ 7:7, 8

 ພະເຈົ້າ​ກຽດຊັງ​ຄົນ​ທີ່​ມື​ຖື​ສາກ​ປາກ​ຖື​ສິນ. (ຕີໂຕ 1:16) ເພື່ອ​ຊ່ວຍ​ຜູ້ຄົນ​ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ສາສະໜາ​ຕ້ອງ​ຊ່ວຍ​ຜູ້ຄົນ​ໃຫ້​ນຳ​ສິ່ງ​ທີ່​ຮຽນ​ມາ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ ບໍ່​ພຽງ​ແຕ່​ເຮັດ​ພິທີ​ຕ່າງໆ​ທາງ​ສາສະໜາ​ເທົ່າ​ນັ້ນ. ເພື່ອ​ເປັນ​ຕົວຢ່າງ ຄຳພີໄບເບິນ​ບອກ​ວ່າ: “ຖ້າ​ຜູ້​ໃດ​ຄິດ​ວ່າ​ຕົວເອງ​ນະມັດສະການ​ພະເຈົ້າ​ຢູ່ ແຕ່​ບໍ່​ໄດ້​ຄວບຄຸມ​ລີ້ນ​ຂອງ​ຕົນ ລາວ​ກຳລັງ​ຫຼອກ​ລວງ​ຕົວເອງ ແລະ​ການ​ນະມັດສະການ​ຂອງ​ລາວ​ກໍ​ບໍ່​ມີ​ປະໂຫຍດ. ການ​ນະມັດສະການ [ການ​ປະຕິບັດ​ສາສະໜາ] ແບບ​ທີ່​ສະອາດ​ແລະ​ບໍລິສຸດ ຕາມ​ຄວາມຄິດ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ແມ່ນ ການ​ເບິ່ງແຍງ​ລູກ​ກຳພ້າ​ກັບ​ແມ່​ໝ້າຍ​ທີ່​ມີ​ຄວາມທຸກ​ລຳບາກ ແລະ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ແນວ​ທາງ​ທີ່​ບໍ່​ສະອາດ​ຂອງ​ໂລກ​ນີ້.” (ຢາໂກໂບ 1:26, 27; ໄຂເງື່ອນ) ຄຳພີໄບເບິນ​ສະບັບ​ຄິງເຈມສ໌ ແປ​ຄຳ​ວ່າ ການ​ນະມັດສະການ​ແບບ​ທີ່​ສະອາດ​ແລະ​ບໍລິສຸດ​ວ່າ “ສາສະໜາ​ບໍລິສຸດ.”

a ເຢໂຫວາ ເປັນ​ຊື່​ຂອງ​ພະເຈົ້າ​ທ່ຽງແທ້​ຕາມ​ທີ່​ບອກ​ໄວ້​ໃນ​ຄຳພີໄບເບິນ.