ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 15

ຢາກໄດ້ຄວາມສຸກແທ້ຕ້ອງເຮັດແນວໃດ?

“ກິນ​ຜັກ​ຈານ​ດຽວ​ໃນ​ບ່ອນ​ທີ່​ມີ​ຄວາມ​ຮັກ ກໍ​ດີ​ກວ່າ​ກິນ​ຊີ້ນ​ງົວ​ໂຕ​ຕຸ້ຍ​ໆ​ໃນ​ບ່ອນ​ທີ່​ມີ​ຄວາມ​ກຽດຊັງ.”

ສຸພາສິດ 15:17

“ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຮົາ​ສອນ​ເຈົ້າ​ເພື່ອ​ປະໂຫຍດ​ຂອງ​ເຈົ້າ ເຮົາ​ພາ​ເຈົ້າ​ໄປ​ໃນ​ຫົນທາງ​ທີ່​ເຈົ້າ​ຄວນ​ໄປ.”

ເອຊາຢາ 48:17

“ຄົນ​ທີ່​ຮູ້​ໂຕ​ວ່າ​ຕ້ອງ​ໃຫ້​ພະເຈົ້າ​ຊີ້ນຳ​ກໍ​ມີ​ຄວາມ​ສຸກ ຍ້ອນ​ເຂົາເຈົ້າ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ.”

ມັດທາຍ 5:3

“ໃຫ້​ຮັກ​ເພື່ອນ​ບ້ານ​ຄື​ກັບ​ຮັກ​ໂຕເອງ.”

ມັດທາຍ 22:39

“ຖ້າ​ພວກ​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ແນວ​ໃດ​ກັບ​ພວກ​ເຈົ້າ​ກໍ​ໃຫ້​ພວກ​ເຈົ້າ​ເຮັດ​ແນວ​ນັ້ນ​ກັບ​ເຂົາເຈົ້າ.”

ລູກາ 6:31

“ຄົນ​ທີ່​ຈະ​ມີ​ຄວາມ​ສຸກ​ແມ່ນ​ຄົນ​ທີ່​ໄດ້​ຍິນ​ຄຳສອນ​ຂອງ​ພະເຈົ້າ​ແລະ​ເຮັດ​ຕາມ​ສິ່ງ​ນັ້ນ.”

ລູກາ 11:28

“ເຖິງ​ວ່າ​ຄົນ​ຜູ້​ໜຶ່ງ​ມີ​ຊັບ​ສົມບັດ​ຫຼາຍ​ໆ ແຕ່​ມັນ​ກໍ​ໃຫ້​ຊີວິດ​ລາວ​ບໍ່​ໄດ້.”

ລູກາ 12:15

“ດັ່ງນັ້ນ ເມື່ອ​ພວກ​ເຮົາ​ມີ​ຂອງກິນ​ແລະ​ມີ​ເຄື່ອງນຸ່ງ​ໃສ່ ພວກ​ເຮົາ​ກໍ​ຄວນ​ຈະ​ພໍໃຈ​ໃນ​ສິ່ງ​ທີ່​ມີ​ຢູ່.”

1 ຕີໂມທຽວ 6:8

“ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.”

ກິດຈະການ 20:35