ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 17

ຄຳແນະນຳໃນຄຳພີໄບເບິນຊ່ວຍຄອບຄົວໄດ້ແນວໃດ?

ຜົວ/ພໍ່

“ຜົວ​ກໍ​ຄື​ກັນ ຄວນ​ຮັກ​ເມຍ​ຄື​ກັບ​ຮັກ​ຮ່າງກາຍ​ຂອງ​ໂຕເອງ. ຜູ້​ຊາຍ​ທີ່​ຮັກ​ເມຍ​ກໍ​ຮັກ​ໂຕເອງ. ບໍ່​ມີ​ຜູ້​ຊາຍ​ຄົນ​ໃດ​ຊັງ​ຮ່າງກາຍ​ໂຕເອງ ແຕ່​ລາວ​ຈະ​ເບິ່ງແຍງ​ແລະ​ທະນຸຖະໜອມ​ມັນ . . . ໃຫ້​ຜົວ​ທຸກ​ຄົນ​ຮັກ​ເມຍ​ຄື​ກັບ​ຮັກ​ໂຕເອງ.”

ເອເຟໂຊ 5:28, 29, 33

“ສ່ວນ​ຜູ້​ທີ່​ເປັນ​ພໍ່​ກໍ​ຢ່າ​ຍົວະ​ລູກ​ໃຫ້​ໃຈ​ຮ້າຍ ແຕ່​ໃຫ້​ລ້ຽງ​ລູກ​ດ້ວຍ​ຫຼັກການ​ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ.”

ເອເຟໂຊ 6:4

ເມຍ

“ສ່ວນ​ເມຍ​ກໍ​ຄວນ​ນັບຖື​ຜົວ​ຈາກ​ໃຈ.”

ເອເຟໂຊ 5:33

“ຜູ້​ທີ່​ເປັນ​ເມຍ ໃຫ້​ເຊື່ອ​ຟັງ​ຜົວ ຍ້ອນ​ເປັນ​ສິ່ງ​ທີ່​ລູກສິດ​ຂອງ​ພະຄລິດ​ຄວນ​ເຮັດ.”

ໂກໂລຊາຍ 3:18

ລູກ

“ຜູ້​ທີ່​ເປັນ​ລູກ ໃຫ້​ເຊື່ອ​ຟັງ​ພໍ່​ແມ່​ຕາມ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ ຍ້ອນ​ການ​ເຮັດ​ແນວ​ນັ້ນ​ເປັນ​ສິ່ງ​ທີ່​ຖືກຕ້ອງ. ຄຳ​ສັ່ງ​ທີ່​ວ່າ ‘ໃຫ້​ນັບຖື​ພໍ່​ແມ່’ ເປັນ​ກົດໝາຍ​ຂໍ້​ທຳອິດ​ທີ່​ມາ​ພ້ອມ​ກັບ​ຄຳ​ສັນຍາ​ທີ່​ວ່າ ‘ແລ້ວ​ເຈົ້າ​ຈະ​ມີ​ຊີວິດ​ທີ່​ດີ​ແລະ​ຈະ​ມີ​ອາຍຸ​ຍືນ​ຍາວ​ໃນ​ໂລກ.’”

ເອເຟໂຊ 6:1-3

“ຜູ້​ທີ່​ເປັນ​ລູກ ໃຫ້​ເຊື່ອ​ຟັງ​ພໍ່​ແມ່​ສະເໝີ ຍ້ອນ​ການ​ເຮັດ​ແນວ​ນັ້ນ​ເຮັດ​ໃຫ້​ພະຄລິດ​ພໍໃຈ.”

ໂກໂລຊາຍ 3:20