ຂ່າວດີທີ່ຂຽນໂດຍໂຢຮັນ 4:1-54
4 ເມື່ອພະເຢຊູຜູ້ເປັນນາຍຮູ້ເລື່ອງທີ່ພວກຟາຣີຊາຍໄດ້ຂ່າວວ່າເພິ່ນໃຫ້ບັບເຕມາຄົນ+ແລະເພິ່ນມີລູກສິດຫຼາຍກວ່າໂຢຮັນ
2 (ທີ່ຈິງ ພະເຢຊູບໍ່ໄດ້ໃຫ້ບັບເຕມາເອງ ແຕ່ລູກສິດຂອງເພິ່ນເປັນຜູ້ໃຫ້.)
3 ເພິ່ນກໍອອກຈາກແຂວງຢູດາຍແລ້ວໄປແຂວງຄາລີເລອີກ
4 ແຕ່ຈະຕ້ອງຜ່ານແຂວງຊາມາເຣຍ.
5 ຢູ່ແຂວງຊາມາເຣຍ ພະເຢຊູມາຮອດເມືອງໜຶ່ງຊື່ຊີຂາທີ່ຢູ່ໃກ້ດິນທີ່ຢາໂຄບເອົາໃຫ້ໂຢເຊັບລູກຊາຍຂອງລາວ.+
6 ຢູ່ຫັ້ນມີນ້ຳສ້າງຂອງຢາໂຄບ.+ ພະເຢຊູໄດ້ນັ່ງເຊົາເມື່ອຍຢູ່ໃກ້ໆນ້ຳສ້າງ*ນັ້ນຍ້ອນເດີນທາງມາໄກ. ຕອນນັ້ນເປັນເວລາປະມານທ່ຽງ.*
7 ມີຜູ້ຍິງຊາມາເຣຍຄົນໜຶ່ງມາຕັກນ້ຳ ພະເຢຊູຈຶ່ງເວົ້າກັບລາວວ່າ: “ຂ້ອຍຂໍກິນນ້ຳແດ່.”
8 (ຕອນນັ້ນ ພວກລູກສິດຂອງເພິ່ນໄປຊື້ຂອງກິນຢູ່ໃນເມືອງ.)
9 ຜູ້ຍິງຊາມາເຣຍຈຶ່ງຖາມເພິ່ນວ່າ: “ເປັນຫຍັງເຈົ້າທີ່ເປັນຄົນຢິວຈຶ່ງມາຂໍກິນນ້ຳນຳຂ້ອຍທີ່ເປັນຄົນຊາມາເຣຍ?” (ປົກກະຕິແລ້ວ ຄົນຢິວບໍ່ຫຍຸ້ງກ່ຽວກັບຄົນຊາມາເຣຍ.)+
10 ພະເຢຊູຕອບລາວວ່າ: “ຖ້າເຈົ້າຮູ້ຈັກຂອງຂວັນທີ່ພະເຈົ້າເອົາໃຫ້ເຈົ້າ+ ແລະຮູ້ວ່າຄົນທີ່ຂໍກິນນ້ຳນຳເຈົ້າຢູ່ນີ້ແມ່ນໃຜ ເຈົ້າກໍຄືຊິຂໍນ້ຳນຳລາວ ແລ້ວລາວຈະເອົານ້ຳທີ່ໃຫ້ຊີວິດໃຫ້ເຈົ້າ.”+
11 ລາວຖາມເພິ່ນວ່າ: “ເຈົ້າບໍ່ມີຄຸຕັກນ້ຳແລະນ້ຳສ້າງກໍເລິກ ແລ້ວເຈົ້າຊິໄປເອົານ້ຳທີ່ໃຫ້ຊີວິດມາຈາກໃສ?
12 ເຈົ້າຄືຊິບໍ່ຍິ່ງໃຫຍ່ກວ່າຢາໂຄບປູ່ຍ່າຕານາຍຂອງພວກເຮົາທີ່ເອົານ້ຳສ້າງນີ້ໃຫ້ພວກເຮົາແມ່ນບໍ? ຢາໂຄບກັບພວກລູກແລະຝູງສັດຂອງລາວກໍກິນນ້ຳຈາກນ້ຳສ້າງນີ້ຄືກັນ.”
13 ພະເຢຊູຕອບລາວວ່າ: “ທຸກຄົນທີ່ກິນນ້ຳຈາກນ້ຳສ້າງນີ້ຈະຫິວນ້ຳອີກ.
14 ແຕ່ຄົນທີ່ກິນນ້ຳທີ່ຂ້ອຍເອົາໃຫ້ຈະບໍ່ຫິວນ້ຳອີກເລີຍ+ ແລະນ້ຳນັ້ນຈະກາຍເປັນນ້ຳພຸໃນໂຕລາວທີ່ບຸ້ນຂຶ້ນມາເລື້ອຍໆແລະເຮັດໃຫ້ລາວໄດ້ຊີວິດຕະຫຼອດໄປ.”+
15 ຜູ້ຍິງຄົນນັ້ນຈຶ່ງເວົ້າກັບເພິ່ນວ່າ: “ຂ້ອຍຂໍກິນນ້ຳນັ້ນແດ່ ເພື່ອຂ້ອຍຈະບໍ່ຫິວນ້ຳອີກ ແລະບໍ່ຕ້ອງກັບມາຕັກນ້ຳຢູ່ນີ້ອີກເລີຍ.”
16 ພະເຢຊູບອກລາວວ່າ: “ໄປເອີ້ນຜົວເຈົ້າມານີ້.”
17 ລາວເວົ້າວ່າ: “ຂ້ອຍບໍ່ມີຜົວ.” ພະເຢຊູບອກວ່າ: “ກະແມ່ນຄວາມເຈົ້າທີ່ເຈົ້າບອກວ່າບໍ່ມີຜົວ.
18 ເຈົ້າເຄີຍມີຜົວ 5 ຄົນແລ້ວ ແລະຜູ້ທີ່ເຈົ້າຢູ່ນຳຕອນນີ້ກໍບໍ່ແມ່ນຜົວເຈົ້າ. ສິ່ງທີ່ເຈົ້າເວົ້າເປັນຄວາມຈິງ.”
19 ລາວເວົ້າວ່າ: “ເຈົ້າຕ້ອງເປັນຜູ້ພະຍາກອນແທ້ໆ.+
20 ປູ່ຍ່າຕານາຍຂອງພວກເຮົານະມັດສະການພະເຈົ້າຢູ່ເທິງພູນີ້ ແຕ່ພວກເຈົ້າທີ່ເປັນຄົນຢິວບອກວ່າຈະຕ້ອງໄປນະມັດສະການເພິ່ນຢູ່ເມືອງເຢຣູຊາເລັມເທົ່ານັ້ນ.”+
21 ພະເຢຊູບອກລາວວ່າ: “ເຊື່ອຂ້ອຍໂລດ ໃກ້ຈະຮອດເວລາແລ້ວທີ່ພວກເຈົ້າຈະບໍ່ນະມັດສະການພະເຈົ້າຢູ່ເທິງພູນີ້ຫຼືຢູ່ເມືອງເຢຣູຊາເລັມ.
22 ພວກເຈົ້ານະມັດສະການຜູ້ທີ່ພວກເຈົ້າບໍ່ຮູ້ຈັກ+ ສ່ວນພວກເຮົານະມັດສະການຜູ້ທີ່ພວກເຮົາຮູ້ຈັກ ຍ້ອນພະເຈົ້າເປີດເຜີຍຄວາມຮູ້ກ່ຽວກັບຄວາມລອດຜ່ານທາງຄົນຢິວກ່ອນ.+
23 ທີ່ຈິງ ເວລານັ້ນເລີ່ມຕົ້ນແລ້ວ ເຊິ່ງເປັນເວລາທີ່ຄົນທີ່ນະມັດສະການພະເຈົ້າຢ່າງຖືກຕ້ອງຈະນະມັດສະການໂດຍໃຫ້ພະລັງຂອງພະເຈົ້າຊີ້ນຳແລະນະມັດສະການແບບທີ່ສອດຄ່ອງກັບຄວາມຈິງ. ພະເຈົ້າຊອກຫາຄົນແບບນັ້ນໃຫ້ມານະມັດສະການເພິ່ນ.+
24 ພະເຈົ້າເປັນຜູ້ທີ່ມະນຸດເບິ່ງບໍ່ເຫັນ+ ແລະຄົນທີ່ນະມັດສະການເພິ່ນຕ້ອງນະມັດສະການໂດຍໃຫ້ພະລັງຂອງພະເຈົ້າຊີ້ນຳ ແລະນະມັດສະການແບບທີ່ສອດຄ່ອງກັບຄວາມຈິງ.”+
25 ຜູ້ຍິງຄົນນັ້ນເວົ້າກັບພະເຢຊູວ່າ: “ຂ້ອຍຮູ້ວ່າເມຊີອາທີ່ຄົນເອີ້ນກັນວ່າພະຄລິດກຳລັງຈະມາ. ເມື່ອທ່ານມາແລ້ວ ທ່ານຈະອະທິບາຍທຸກຢ່າງໃຫ້ພວກເຮົາເຂົ້າໃຈ.”
26 ພະເຢຊູບອກລາວວ່າ: “ຂ້ອຍແມ່ນຜູ້ນັ້ນແຫຼະ.”+
27 ຕອນນັ້ນ ພວກລູກສິດກໍກັບມາ. ເຂົາເຈົ້າແປກໃຈທີ່ເຫັນພະເຢຊູລົມກັບຜູ້ຍິງ ແຕ່ກໍບໍ່ມີໃຜຖາມເພິ່ນວ່າ: “ທ່ານເຮັດຫຍັງຢູ່?” ຫຼື “ເປັນຫຍັງທ່ານຈຶ່ງລົມກັບລາວ?”
28 ຜູ້ຍິງຄົນນັ້ນປະໄຫນ້ຳໄວ້ຢູ່ຫັ້ນ ແລ້ວເຂົ້າໄປບອກຄົນໃນເມືອງວ່າ:
29 “ມີຜູ້ຊາຍຄົນໜຶ່ງເວົ້າຖືກໝົດວ່າຂ້ອຍເຄີຍເຮັດຫຍັງມາແດ່. ມາເບິ່ງແມ້ ລາວຊິແມ່ນພະຄລິດຫຼືບໍ່?”
30 ເຂົາເຈົ້າກໍພາກັນອອກຈາກເມືອງແລະມາຫາພະເຢຊູ.
31 ຕອນນັ້ນ ພວກລູກສິດຊວນພະເຢຊູວ່າ: “ອາຈານ+ ກິນເຂົ້າແມ້.”
32 ແຕ່ເພິ່ນບອກເຂົາເຈົ້າວ່າ: “ຂ້ອຍມີຂອງກິນແລ້ວທີ່ພວກເຈົ້າບໍ່ຮູ້ຈັກ.”
33 ພວກລູກສິດຈຶ່ງລົມກັນວ່າ: “ມີໃຜເອົາຫຍັງມາໃຫ້ເພິ່ນກິນແລ້ວບໍ?”
34 ພະເຢຊູບອກເຂົາເຈົ້າວ່າ: “ຂອງກິນຂອງຂ້ອຍແມ່ນການເຮັດຕາມຄວາມຕ້ອງການຂອງຜູ້ທີ່ໃຊ້ຂ້ອຍມາ+ ແລະເຮັດວຽກຂອງເພິ່ນໃຫ້ສຳເລັດ.+
35 ພວກເຈົ້າພາກັນເວົ້າແມ່ນບໍວ່າ ອີກ 4 ເດືອນຈະຮອດຍາມກ່ຽວເຂົ້າ? ແຕ່ຂ້ອຍຈະບອກວ່າ ເງີຍໜ້າເບິ່ງທົ່ງນາແມ້ ເຂົ້າກໍສຸກເຫຼືອງພ້ອມທີ່ຈະກ່ຽວແລ້ວ.+
36 ຄົນກ່ຽວກໍກຳລັງຮັບຄ່າຈ້າງແລະກຳລັງລວບລວມຜົນລະປູກ. ຜົນລະປູກນັ້ນແມ່ນຄົນທີ່ຈະໄດ້ຊີວິດຕະຫຼອດໄປ. ດັ່ງນັ້ນ ທັງຜູ້ຫວ່ານແລະຜູ້ກ່ຽວຈະມີຄວາມສຸກນຳກັນ+
37 ຍ້ອນຈະເປັນໄປຕາມຄຳເວົ້າທີ່ວ່າ ຜູ້ໜຶ່ງຫວ່ານແລະອີກຜູ້ໜຶ່ງກ່ຽວ.
38 ຂ້ອຍສົ່ງພວກເຈົ້າໄປກ່ຽວສິ່ງທີ່ພວກເຈົ້າບໍ່ໄດ້ອອກແຮງຫວ່ານ ແຕ່ຄົນອື່ນອອກແຮງ ແລະພວກເຈົ້າກໍໄດ້ຮັບປະໂຫຍດຈາກການອອກເຫື່ອເທແຮງຂອງເຂົາເຈົ້າ.”
39 ມີຄົນຊາມາເຣຍຫຼາຍຄົນຈາກເມືອງນັ້ນໄດ້ເຊື່ອໃນພະເຢຊູຍ້ອນຜູ້ຍິງຄົນນັ້ນບອກວ່າ: “ທ່ານຜູ້ນີ້ເວົ້າຖືກໝົດວ່າຂ້ອຍເຄີຍເຮັດຫຍັງມາແດ່.”+
40 ຄົນຊາມາເຣຍກໍມາຫາພະເຢຊູແລະຂໍຮ້ອງໃຫ້ເພິ່ນພັກຢູ່ກັບເຂົາເຈົ້າ. ເພິ່ນຈຶ່ງພັກຢູ່ຫັ້ນ 2 ມື້.
41 ຜົນກໍຄື ມີອີກຫຼາຍຄົນໄດ້ເຊື່ອເພິ່ນຍ້ອນໄດ້ຟັງເພິ່ນສອນ.
42 ເຂົາເຈົ້າເວົ້າກັບຜູ້ຍິງຄົນນັ້ນວ່າ: “ຕອນນີ້ ພວກເຮົາເຊື່ອບໍ່ແມ່ນຍ້ອນໄດ້ຍິນຈາກເຈົ້າເທົ່ານັ້ນ ແຕ່ຍ້ອນພວກເຮົາໄດ້ຍິນກັບຫູຂອງໂຕເອງ. ພວກເຮົາຮູ້ແລ້ວວ່າທ່ານຜູ້ນີ້ເປັນຜູ້ຊ່ວຍໂລກໃຫ້ລອດແທ້ໆ.”+
43 ເມື່ອຢູ່ຫັ້ນໄດ້ 2 ມື້ ພະເຢຊູກໍເດີນທາງໄປແຂວງຄາລີເລ.
44 (ພະເຢຊູເຄີຍບອກວ່າຜູ້ພະຍາກອນບໍ່ໄດ້ຮັບຄວາມນັບຖືໃນບ້ານເກີດຂອງໂຕເອງ.)+
45 ເມື່ອເພິ່ນມາຮອດແຂວງຄາລີເລ ຄົນຄາລີເລກໍຕ້ອນຮັບເພິ່ນຍ້ອນເຄີຍເຫັນສິ່ງຕ່າງໆທີ່ເພິ່ນເຮັດໃນເມືອງເຢຣູຊາເລັມຕອນທີ່ເຂົາເຈົ້າໄປຮ່ວມເທດສະການໃນເມືອງນັ້ນ.+
46 ແລ້ວພະເຢຊູກໍໄປເມືອງການາໃນແຂວງຄາລີເລເຊິ່ງເປັນເມືອງທີ່ເພິ່ນເຄີຍປ່ຽນນ້ຳໃຫ້ເປັນເຫຼົ້າແວງ.+ ຂ້າລາຊະການຄົນໜຶ່ງໃນເມືອງກາເປນາອູມມີລູກຊາຍທີ່ບໍ່ສະບາຍແຮງ.
47 ເມື່ອຂ້າລາຊະການຄົນນັ້ນໄດ້ຂ່າວວ່າພະເຢຊູອອກຈາກແຂວງຢູດາຍມາແຂວງຄາລີເລ ລາວກໍເດີນທາງມາຫາເພິ່ນແລະຂໍໃຫ້ເພິ່ນລົງໄປເມືອງກາເປນາອູມເພື່ອປົວລູກຊາຍຂອງລາວທີ່ກຳລັງຊິຕາຍ.
48 ແຕ່ພະເຢຊູບອກລາວວ່າ: “ພວກເຈົ້າທີ່ຢູ່ໃນເຂດນີ້ຈະບໍ່ເຊື່ອຂ້ອຍດອກ ຖ້າບໍ່ໄດ້ເຫັນການອັດສະຈັນແລະປາຕິຫານກ່ອນ.”+
49 ຂ້າລາຊະການຄົນນັ້ນອ້ອນວອນເພິ່ນວ່າ: “ທ່ານເອີ້ຍ ຂໍໃຫ້ທ່ານໄປກັບຂ້ອຍແດ່ ກ່ອນທີ່ລູກຂ້ອຍຈະຕາຍ.”
50 ພະເຢຊູບອກລາວວ່າ: “ເມືອເຮືອນໂລດ ລູກຊາຍຂອງເຈົ້າດີເປັນປົກກະຕິແລ້ວ.”+ ລາວເຊື່ອຄຳເວົ້າຂອງເພິ່ນ ແລ້ວກໍກັບເມືອ.
51 ຕອນທີ່ກຳລັງເມືອ ພວກທາດຂອງລາວມາສົ່ງຂ່າວວ່າລູກຊາຍຂອງລາວດີເປັນປົກກະຕິແລ້ວ.
52 ລາວຈຶ່ງຖາມວ່າລູກຊາຍຂອງລາວດີຂຶ້ນຕັ້ງແຕ່ຕອນໃດ. ພວກທາດຕອບວ່າ: “ລູກຊາຍຂອງທ່ານເຊົາໄຂ້ຕັ້ງແຕ່ມື້ວານນີ້ຕອນບ່າຍໂມງ.”*
53 ຜູ້ເປັນພໍ່ຈຶ່ງຮູ້ວ່າເປັນເວລາດຽວກັບທີ່ພະເຢຊູເວົ້າວ່າ: “ລູກຊາຍຂອງເຈົ້າດີເປັນປົກກະຕິແລ້ວ.”+ ດັ່ງນັ້ນ ລາວກັບທຸກຄົນໃນເຮືອນຈຶ່ງເຊື່ອໃນພະເຢຊູ.
54 ນີ້ເປັນການອັດສະຈັນເທື່ອທີ 2+ ທີ່ພະເຢຊູໄດ້ເຮັດຢູ່ແຂວງຄາລີເລຫຼັງຈາກທີ່ເພິ່ນອອກມາຈາກແຂວງຢູດາຍ.