ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ 4:1-18

  • ຄຳ​ເຕືອນ​ເລື່ອງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ (1-8)

  • ຮັກ​ກັນ​ໃຫ້​ຫຼາຍ​ຂຶ້ນ (9-12)

    • “ຢ່າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ” (11)

  • ພວກ​ລູກສິດ​ຂອງ​ພະຄລິດ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກ່ອນ (13-18)

4  ສຸດທ້າຍ​ນີ້ ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ສອນ​ພວກ​ເຈົ້າ​ແລ້ວ​ວ່າ​ຄວນ​ໃຊ້​ຊີວິດ​ແນວ​ໃດ​ເພື່ອ​ໃຫ້​ພະເຈົ້າ​ພໍໃຈ+ ເຊິ່ງ​ພວກ​ເຈົ້າ​ກໍ​ເຮັດ​ຢູ່​ແລ້ວ. ພວກ​ເຮົາ​ຈຶ່ງ​ຂໍຮ້ອງ​ພວກ​ເຈົ້າ​ໃນ​ນາມ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ວ່າ​ໃຫ້​ພວກ​ເຈົ້າ​ເຮັດ​ແບບ​ນັ້ນ​ໃຫ້​ຫຼາຍ​ຂຶ້ນ.  ພວກ​ເຈົ້າ​ຮູ້​ແລ້ວ​ວ່າ​ພວກ​ເຮົາ​ສັ່ງ​ຫຍັງ​ໄວ້​ແດ່​ໃນ​ນາມ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ.  ພະເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ*+​ແລະ​ງົດ​ເວັ້ນຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.*+  ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ຮູ້​ຈັກຄວບຄຸມ​ຮ່າງກາຍ​ຂອງ​ໂຕເອງ+​ໃຫ້​ບໍລິສຸດ+​ແລະ​ມີ​ກຽດ.  ຢ່າ​ເຮັດ​ຄື​ຄົນ​ຕ່າງ​ຊາດ​ທີ່​ບໍ່​ຮູ້​ຈັກ​ພະເຈົ້າ+​ເຊິ່ງ​ຫຼົງ​ໄຫຼ​ມົວເມົາ​ໄປ​ກັບ​ຕັນຫາ​ໂດຍ​ບໍ່​ຄວບຄຸມ​ໂຕເອງ.+  ຢ່າ​ໃຫ້​ຜູ້​ໃດ​ເຮັດ​ສິ່ງ​ທີ່​ບໍ່​ເໝາະສົມ​ແລະ​ທຳຮ້າຍ​ພີ່ນ້ອງ​ໃນ​ເລື່ອງ​ນີ້ ຍ້ອນ​ພະ​ເຢໂຫວາ*​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນີ້​ແນ່ນອນ ຄື​ກັບ​ທີ່​ພວກ​ເຮົາ​ບອກ​ແລະ​ເຕືອນ​ພວກ​ເຈົ້າ​ໄວ້​ຢ່າງ​ໜັກແໜ້ນ​ແລ້ວ.  ພະເຈົ້າ​ບໍ່​ໄດ້​ເລືອກ​ພວກ​ເຮົາ​ໃຫ້​ມາ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ ແຕ່​ເລືອກ​ໃຫ້​ມາ​ເປັນ​ຄົນ​ບໍລິສຸດ.*+  ດັ່ງນັ້ນ ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຄຳສອນ​ນີ້​ບໍ່​ໄດ້​ປະຕິເສດ​ມະນຸດ ແຕ່​ປະຕິເສດ​ພະເຈົ້າ+​ຜູ້​ທີ່​ເອົາ​ພະລັງ​ບໍລິສຸດ​ໃຫ້​ພວກ​ເຈົ້າ.+  ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ+ ພວກ​ເຮົາ​ບໍ່​ຕ້ອງ​ຂຽນ​ບອກ​ພວກ​ເຈົ້າ ຍ້ອນ​ພະເຈົ້າ​ສອນ​ພວກ​ເຈົ້າ​ໃຫ້​ຮັກ​ກັນ​ຢູ່​ແລ້ວ.+ 10  ພວກ​ເຈົ້າ​ກໍ​ກຳລັງ​ເຮັດ​ແບບ​ນັ້ນ​ກັບ​ພີ່ນ້ອງ​ທົ່ວ​ແຂວງ​ມາເກໂດເນຍ. ແຕ່​ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຂໍ​ສະໜັບ​ສະໜູນ​ພວກ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. 11  ໃຫ້​ພວກ​ເຈົ້າ​ຕັ້ງໃຈ​ໃຊ້​ຊີວິດ​ແບບ​ສະຫງົບ+ ຢ່າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ+ ແລະ​ໃຫ້​ຊອກ​ເຮັດ​ວຽກ+​ຄື​ກັບ​ທີ່​ພວກ​ເຮົາ​ສັ່ງ​ໄວ້​ແລ້ວ. 12  ເມື່ອ​ພວກ​ເຈົ້າ​ໃຊ້​ຊີວິດ​ແບບ​ນີ້ ຄົນ​ທາງ​ນອກ​ກໍ​ຈະ​ຍອມຮັບ​ນັບຖື+ ແລະ​ພວກ​ເຈົ້າ​ຈະ​ບໍ່​ຂາດເຂີນ​ຫຍັງ​ເລີຍ. 13  ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ເຂົ້າ​ໃຈ​ກ່ຽວກັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ+ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ໂສກເສົ້າ​ຄື​ຄົນ​ທີ່​ບໍ່​ມີ​ຄວາມ​ຫວັງ.+ 14  ຖ້າ​ພວກ​ເຮົາ​ເຊື່ອ​ວ່າ​ພະ​ເຢຊູ​ຕາຍ​ແລະ​ຟື້ນ​ຄືນ​ມາ​ອີກ+ ພວກ​ເຮົາ​ກໍ​ເຊື່ອ​ໄດ້​ຄື​ກັນ​ວ່າ​ພະເຈົ້າ​ຈະ​ປຸກ​ຄົນ​ທີ່​ຕາຍ​ໃນ​ແນວ​ທາງ​ຂອງ​ພະ​ເຢຊູ​ແລະ​ໃຫ້​ເຂົາເຈົ້າ​ຢູ່​ກັບ​ເພິ່ນ.*+ 15  ພວກ​ເຮົາ​ຂໍ​ບອກ​ພວກ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ*​ບອກ​ໄວ້​ວ່າ ພວກ​ເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ຜູ້​ເປັນ​ນາຍ​ກັບ​ມາ*​ຈະ​ບໍ່​ຖືກ​ຮັບ​ໄປ​ກ່ອນ​ຄົນ​ທີ່​ຕາຍ​ໄປ​ແລ້ວ. 16  ຜູ້​ເປັນ​ນາຍ​ຈະ​ລົງມາ​ຈາກສະຫວັນ. ເພິ່ນ​ຈະ​ຖື​ແກ​ຂອງ​ພະເຈົ້າ​ແລະ​ອອກ​ຄຳ​ສັ່ງ​ດ້ວຍ​ສຽງ​ຂອງ​ຫົວໜ້າ​ທູດສະຫວັນ+ ແລ້ວ​ພວກ​ລູກສິດ​ຂອງ​ພະຄລິດ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກ່ອນ.+ 17  ຈາກນັ້ນ ພວກ​ເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ຖືກ​ພາ​ຂຶ້ນ​ໄປ​ໃນ​ຂີ້ເຝື້ອ+​ແລະ​ໄປ​ຢູ່​ກັບ​ຄົນ​ເຫຼົ່າ​ນັ້ນ ເພື່ອ​ຈະ​ໄປ​ຫາ​ຜູ້​ເປັນ​ນາຍ+​ຢູ່​ເທິງ​ຟ້າ. ພວກ​ເຮົາ​ຈະ​ໄດ້​ຢູ່​ກັບ​ຜູ້​ເປັນ​ນາຍ​ຕະຫຼອດ​ໄປ.+ 18  ດັ່ງນັ້ນ ຂໍ​ໃຫ້​ພວກ​ເຈົ້າ​ເວົ້າ​ເລື່ອງ​ນີ້​ເພື່ອ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ.

ຂໍຄວາມໄຂເງື່ອນ

ຫຼື “ພວກ​ເຈົ້າ​ຖືກ​ແຍກ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”
ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ຄົນ​ທີ່​ຖືກ​ແຍກ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”
ໝາຍເຖິງ​ພະ​ເຢຊູ
ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ