ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກ1

ຫຼັກການໃນການແປຄຳພີໄບເບິນ

ຄຳພີ​ໄບເບິນ​ຂຽນ​ເປັນ​ພາສາ​ເຮັບເຣີ ພາສາ​ອາຣາເມອິກ ແລະ​ພາສາ​ກຣີກ. ໃນ​ທຸກ​ມື້​ນີ້ ມີ​ຄຳພີ​ໄບເບິນ​ທັງ​ແບບ​ຄົບ​ຊຸດ​ຫຼື​ບາງ​ສ່ວນ​ຫຼາຍ​ກວ່າ 3.000 ພາສາ. ຄົນ​ສ່ວນ​ຫຼາຍ​ທີ່​ອ່ານ​ຄຳພີ​ໄບເບິນ​ບໍ່​ເຂົ້າໃຈ​ພາສາ​ຕົ້ນ​ສະບັບ ດັ່ງນັ້ນ​ຈຶ່ງ​ຕ້ອງ​ອ່ານ​ຈາກ​ສະບັບ​ທີ່​ແປ​ແລ້ວ. ຜູ້​ແປ​ຄວນ​ໃຊ້​ຫຼັກການ​ຫຍັງ​ໃນ​ການ​ແປ​ຄຳພີ​ໄບເບິນ? ແລະ​ມີ​ການ​ໃຊ້​ຫຼັກການ​ເຫຼົ່າ​ນີ້​ແນວ​ໃດ​ເມື່ອ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່?

ບາງ​ຄົນ​ຄິດ​ວ່າ​ການ​ແປ​ຕາມ​ໂຕ​ຫຼື​ແປ​ແບບ​ຄຳ​ຕໍ່​ຄຳ​ຈະ​ຖ່າຍທອດ​ຄວາມໝາຍ​ໄດ້​ໃກ້​ຄຽງ​ກັບ​ພາສາ​ຕົ້ນ​ສະບັບ​ຫຼາຍ​ທີ່​ສຸດ. ແຕ່​ບໍ່​ເປັນ​ແບບ​ນັ້ນ​ສະເໝີ​ໄປ. ຂໍ​ໃຫ້​ເບິ່ງ​ເຫດຜົນ​ບາງ​ຢ່າງ​ຕໍ່​ໄປ​ນີ້:

  •   ບໍ່​ມີ​ພາສາ​ໃດ​ທີ່​ມີ​ຫຼັກ​ໄວຍາກອນ ຄຳສັບ ແລະ​ໂຄງສ້າງ​ປະໂຫຍກ​ຄື​ກັນ​ທຸກ​ຢ່າງ. ຜູ້​ຊ່ຽວຊານ​ດ້ານ​ພາສາ​ເຮັບເຣີ​ຊື່​ເອັດສ໌. ອຣາ. ດຣາຍເວີ​ຂຽນ​ໄວ້​ວ່າ ແຕ່​ລະ​ພາສາ “ບໍ່​ໄດ້​ຕ່າງ​ກັນ​ແຕ່​ຫຼັກ​ໄວຍາກອນ​ແລະ​ເຄົ້າສັບ​ເທົ່າ​ນັ້ນ ແຕ່​ຍັງ​ຕ່າງ​ກັນ . . . ໃນ​ການ​ຮຽບຮຽງ​ຄວາມ​ຄິດ​ອອກ​ມາ​ເປັນ​ປະໂຫຍກ​ນຳ​ອີກ.” ຄົນ​ທີ່​ເວົ້າ​ພາສາ​ຕ່າງ​ກັນ​ກໍ​ຄິດ​ຕ່າງ​ກັນ. ລາວ​ອະທິບາຍ​ຕື່ມ​ອີກ​ວ່າ “ຍ້ອນ​ແນວ​ນີ້ ໂຄງສ້າງ​ປະໂຫຍກ​ຂອງ​ແຕ່​ລະ​ພາສາ​ຈຶ່ງ​ບໍ່​ຄື​ກັນ.”

  •   ໃນ​ທຸກ​ມື້​ນີ້​ບໍ່​ມີ​ພາສາ​ໃດ​ທີ່​ມີ​ຄຳສັບ​ແລະ​ຫຼັກ​ໄວຍາກອນ​ຄື​ກັນ​ທຸກ​ຢ່າງ​ກັບ​ພາສາ​ເຮັບເຣີ ພາສາ​ອາຣາເມອິກ ແລະ​ພາສາ​ກຣີກ​ທີ່​ໃຊ້​ຂຽນ​ຄຳພີ​ໄບເບິນ. ການ​ແປ​ຄຳພີ​ໄບເບິນ​ແບບ​ຄຳ​ຕໍ່​ຄຳ​ຈຶ່ງ​ບໍ່​ສາມາດ​ຖ່າຍທອດ​ຄວາມໝາຍ​ໄດ້​ຈະ​ແຈ້ງ​ຫຼື​ອາດ​ເຖິງຂັ້ນ​ເຮັດ​ໃຫ້​ເຂົ້າໃຈ​ຜິດ​ໄດ້.

  •   ຄວາມໝາຍ​ຂອງ​ຄຳ​ຫຼື​ສຳນວນ​ອາດ​ປ່ຽນ​ໄປ​ໄດ້​ຕາມ​ແຕ່​ລະ​ທ້ອງຖິ່ນ.

ໃນ​ບາງ​ແວດບົດ ຜູ້​ແປ​ອາດ​ແປ​ຕາມ​ໂຕ​ຕາມ​ຕົ້ນ​ສະບັບ​ໄດ້ ແຕ່​ກໍ​ຕ້ອງ​ລະວັງ​ຄື​ກັນ.

ຕໍ່​ໄປ​ນີ້​ແມ່ນ​ຕົວຢ່າງ​ທີ່​ສະແດງ​ວ່າ​ການ​ແປ​ຕາມ​ໂຕ​ແບບ​ຄຳ​ຕໍ່​ຄຳ​ອາດ​ເຮັດ​ໃຫ້​ເຂົ້າໃຈ​ຜິດ​ໄດ້:

  •   ໃນ​ພະຄຳພີ ຄຳ​ທີ່​ແປ​ຕາມ​ໂຕ​ວ່າ “ນອນຫຼັບ” ອາດ​ໝາຍເຖິງ​ການ​ນອນຫຼັບ​ແທ້​ໆ​ຫຼື​ໝາຍເຖິງ​ຕາຍ​ກໍ​ໄດ້. (ມັດທາຍ 28:13; ກິດຈະການ 7:60) ຖ້າ​ແວດບົດ​ໃດ​ໝາຍເຖິງ​ການ​ຕາຍ ຜູ້​ແປ​ພະຄຳພີ​ອາດ​ແປ​ວ່າ “ຕາຍ” ເພື່ອ​ໃຫ້​ຜູ້​ອ່ານ​ເຂົ້າໃຈ​ແຈ້ງ.—1 ໂກຣິນໂທ 7:39; 1 ເທຊະໂລນິກ 4:13; 2 ເປໂຕ 3:4, ໄຂເງື່ອນ

  •   ໃນ​ເອເຟໂຊ 4:14 ອັກຄະ​ສາວົກ​ໂປໂລ​ໃຊ້​ສຳນວນ​ໜຶ່ງ​ທີ່​ແປ​ຕາມ​ໂຕ​ໄດ້​ວ່າ “ໃນ​ການ​ຫຼິ້ນ​ໝາກ​ກະລ໋ອກ​ຂອງ​ມະນຸດ.” ສຳນວນ​ບູຮານ​ນີ້​ເຮັດ​ໃຫ້​ຄິດ​ເຖິງ​ການ​ໂກງ​ຄົນ​ອື່ນ​ໂດຍ​ໃຊ້​ໝາກ​ກະລ໋ອກ. ແຕ່​ໃນ​ພາສາ​ສ່ວນ​ຫຼາຍ​ການ​ແປ​ຕາມ​ໂຕ​ແບບ​ນີ້​ບໍ່​ມີ​ຄວາມໝາຍ​ຫຍັງ​ເລີຍ. ຄຳພີ​ໄບເບິນ​ສະບັບ​ນີ້​ຈຶ່ງ​ແປ​ສຳນວນ​ນີ້​ວ່າ “ອຸບາຍ​ຫຼອກລວງ​ຂອງ​ມະນຸດ” ເຊິ່ງ​ຖ່າຍທອດ​ຄວາມໝາຍ​ໄດ້​ແຈ້ງ​ກວ່າ.

  •   ໃນ​ໂຣມ 12:11 ໃຊ້​ສຳນວນ​ພາສາ​ກຣີກ​ທີ່​ມີ​ຄວາມໝາຍ​ຕາມ​ໂຕ​ວ່າ “ໃຈ​ທີ່​ຟົດ” ແຕ່​ໃນ​ພາສາ​ລາວ​ການ​ແປ​ແບບ​ນີ້​ບໍ່​ໄດ້​ໃຫ້​ຄວາມໝາຍ​ຕາມ​ຕົ້ນ​ສະບັບ. ຄຳພີ​ໄບເບິນ​ສະບັບ​ນີ້​ຈຶ່ງ​ແປ​ສຳນວນ​ນີ້​ວ່າ “ໃຈ​ກະຕືລືລົ້ນ.”

  • ມັດທາຍ 5:3

    ແປ​ຕາມ​ໂຕ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຈົນ​ໃນ​ຈິດ​ວິນຍານ​ກໍ​ເປັນ​ສຸກ”

    ມີ​ຄວາມໝາຍ​ວ່າ “ຄົນ​ທີ່​ຮູ້​ໂຕ​ວ່າ​ຕ້ອງ​ໃຫ້​ພະເຈົ້າ​ຊີ້ນຳ”

      ໃນ​ຄຳ​ບັນລະຍາຍ​ຢູ່​ເທິງ​ພູ​ທີ່​ມີ​ຊື່​ສຽງ​ຂອງ​ພະ​ເຢຊູ ມີ​ສຳນວນ​ໜຶ່ງ​ທີ່​ຄຳພີ​ໄບເບິນ​ບາງ​ສະບັບ​ແປ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຈົນ​ໃນ​ຈິດ​ວິນຍານ​ກໍ​ເປັນ​ສຸກ.” (ມັດທາຍ 5:3, ພະຄຣິສຕະທັມ​ຄຳພີ) ແຕ່​ໃນ​ຫຼາຍ​ພາສາ​ການ​ແປ​ສຳນວນ​ນີ້​ຕາມ​ໂຕ​ໃຫ້​ຄວາມໝາຍ​ບໍ່​ແຈ້ງ. ໃນ​ຂໍ້​ນີ້​ພະ​ເຢຊູ​ກຳລັງ​ສອນ​ປະຊາຊົນ​ວ່າ​ຄວາມ​ສຸກ​ບໍ່​ໄດ້​ເກີດ​ຈາກ​ການ​ມີ​ຊັບ​ສົມບັດ​ເງິນ​ຄຳ. ແຕ່​ເກີດ​ຈາກ​ການ​ຍອມຮັບ​ວ່າ​ຄົນ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະເຈົ້າ. (ລູກາ 6:20) ດັ່ງນັ້ນ ການ​ແປ​ວ່າ “ຄົນ​ທີ່​ຮູ້​ໂຕ​ວ່າ​ຕ້ອງ​ໃຫ້​ພະເຈົ້າ​ຊີ້ນຳ” ຫຼື “ຜູ້​ທີ່​ຮູ້​ຈັກ​ວ່າ​ຕົນ​ຕ້ອງການ​ພະເຈົ້າ” ຈຶ່ງ​ຖ່າຍທອດ​ຄວາມໝາຍ​ໄດ້​ກົງ​ກັບ​ຕົ້ນ​ສະບັບ​ຫຼາຍ​ກວ່າ.—ມັດທາຍ 5:3; ພະຄຳພີ​ຂອງ​ຊາວ​ຄິດ​ພາສາ​ຂອງ​ຄົນ​ທົ່ວໄປ

  •   ໃນ​ຫຼາຍ​ແວດບົດ ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ຫຶງ​ຫວງ” ຫຼື “ອິດສາ” ມີ​ຄວາມໝາຍ​ກົງ​ກັບ​ຄຳ​ໃນ​ພາສາ​ລາວ​ທີ່​ໝາຍເຖິງ​ການ​ໃຈຮ້າຍ​ໃຫ້​ຄົນ​ໃກ້ຊິດ​ທີ່​ບໍ່​ສັດຊື່​ຫຼື​ການ​ບໍ່​ພໍໃຈ​ທີ່​ຄົນ​ອື່ນ​ມີ​ຊັບ​ສົມບັດ. (ສຸພາສິດ 6:34; ເອຊາຢາ 11:13) ແຕ່​ຄຳ​ພາສາ​ເຮັບເຣີ​ຄຳ​ດຽວ​ກັນ​ນີ້​ກໍ​ມີ​ຄວາມໝາຍ​ໃນ​ແງ່​ດີ​ນຳ. ຕົວຢ່າງ​ເຊັ່ນ ຄຳ​ນັ້ນ​ອາດ​ໝາຍເຖິງ​ຄວາມ​ກະຕືລືລົ້ນ​ຂອງ​ພະ​ເຢໂຫວາ​ທີ່​ຕັ້ງໃຈ​ຈະ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແລະ​ຕ້ອງການ​ໃຫ້​ເຂົາເຈົ້າ ‘ນະມັດສະການ​ເພິ່ນ​ພຽງ​ຜູ້​ດຽວ.’ (ອົບພະຍົບ 34:14; 2 ກະສັດ 19:31; ເອເຊກຽນ 5:13; ເຊຄາຣີຢາ 8:2) ຄຳ​ນີ້​ຍັງ​ໃຊ້​ເພື່ອ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຮັບໃຊ້​ພະເຈົ້າ​ທີ່​ນະມັດສະການ​ເພິ່ນ ເຊິ່ງ ‘ທົນ​ບໍ່​ໄດ້​ເມື່ອ​ເຫັນ​ຄົນ​ບໍ່​ສັດຊື່’ ຕໍ່​ເພິ່ນ.—ຈົດເຊັນ​ບັນຊີ 25:11; ເພງ​ສັນລະເສີນ 69:9; 119:139

  • ຄຳ​ພາສາ​ເຮັບເຣີ​ຢາດ ມັກ​ແປ​ວ່າ “ມື” ແຕ່​ຄຳ​ນີ້​ອາດ​ແປ​ວ່າ “ອຳນາດ” “ໃຈ​ກວ້າງ” ແລະ​ອື່ນ​ໆ​ໄດ້​ນຳ​ອີກ ແລ້ວ​ແຕ່​ແວດບົດ

      ຄຳ​ພາສາ​ເຮັບເຣີ​ທີ່​ມັກ​ແປ​ວ່າ “ມື” ອາດ​ມີ​ຫຼາຍ​ຄວາມໝາຍ​ຂຶ້ນ​ຢູ່​ກັບ​ແວດບົດ ເຊັ່ນ “ອຳນາດ” ຫຼື “ໃຈ​ກວ້າງ.” (2 ຊາມູເອນ 8:3; 1 ກະສັດ 10:13; ສຸພາສິດ 18:21) ດັ່ງນັ້ນ ຄຳພີ​ໄບເບິນ​ສະບັບ​ນີ້​ຈຶ່ງ​ແປ​ຄຳ​ນີ້​ໃນ​ຫຼາຍ​ແບບ.

ຍ້ອນ​ເຫດຜົນ​ເຫຼົ່າ​ນີ້ ຜູ້​ແປ​ຄຳພີ​ໄບເບິນ​ຈຶ່ງ​ບໍ່​ໄດ້​ແປ​ຄຳ​ດຽວ​ກັນ​ແບບ​ເກົ່າ​ທຸກ​ເທື່ອ. ແຕ່​ຕ້ອງ​ຄິດ​ດີ​ໆ​ເພື່ອ​ຈະ​ເລືອກ​ຄຳ​ແປ​ທີ່​ມີ​ຄວາມໝາຍ​ກົງ​ກັບ​ຕົ້ນ​ສະບັບ​ຫຼາຍ​ທີ່​ສຸດ. ນອກ​ຈາກ​ນີ້ ຜູ້​ແປ​ຍັງ​ຕ້ອງ​ລຽງ​ປະໂຫຍກ​ໃຫ້​ຖືກ​ຕາມ​ຫຼັກ​ໄວຍາກອນ​ເພື່ອ​ໃຫ້​ອ່ານ​ເຂົ້າໃຈ​ງ່າຍ​ນຳ.

ໃນ​ຂະນະ​ດຽວ​ກັນ ຜູ້​ແປ​ບໍ່​ຄວນ​ແປງ​ຄຳເວົ້າ​ຫຼາຍ​ໂພດ. ຖ້າ​ລາວ​ແປ​ແບບ​ອິດສະຫຼະ​ຫຼາຍ​ໂພດ​ຫຼື​ຕີ​ຄວາມໝາຍ​ຕາມ​ຄວາມ​ເຂົ້າໃຈ​ຂອງ​ໂຕເອງ​ກໍ​ຈະ​ເຮັດ​ໃຫ້​ຄວາມໝາຍ​ຂອງ​ເນື້ອ​ໃນ​ຜິດ. ຍ້ອນ​ລາວ​ອາດ​ເອົາ​ຄວາມ​ຄິດ​ທີ່​ຜິດ​ໆ​ຂອງ​ໂຕເອງ​ໃສ່​ຫຼື​ຕັດ​ລາຍລະອຽດ​ສຳຄັນ​ບາງ​ຢ່າງ​ທີ່​ມີ​ໃນ​ຕົ້ນ​ສະບັບ. ການ​ແປ​ແບບ​ອິດສະຫຼະ​ອາດ​ຊ່ວຍ​ໃຫ້​ອ່ານ​ເຂົ້າໃຈ​ງ່າຍ ແຕ່​ເຮັດ​ໃຫ້​ຜູ້​ອ່ານ​ບໍ່​ເຂົ້າໃຈ​ຄວາມໝາຍ​ແທ້​ໆ​ຂອງ​ພະຄຳພີ.

ຄວາມ​ເຊື່ອ​ສ່ວນ​ໂຕ​ຂອງ​ຜູ້​ແປ​ໃນ​ຫຼັກ​ຄຳສອນ​ບາງ​ຢ່າງ​ອາດ​ເຮັດ​ໃຫ້​ການ​ແປ​ຜິດ​ໄດ້. ຕົວຢ່າງ​ເຊັ່ນ ມັດທາຍ 7:13 ບອກ​ວ່າ “ປະຕູ​ກວ້າງ . . . ພາ​ໄປ​ເຖິງ​ຄວາມ​ຈິບຫາຍ” ແຕ່​ຍ້ອນ​ຜູ້​ແປ​ບາງ​ຄົນ​ມີ​ຄວາມ​ເຊື່ອ​ສ່ວນ​ໂຕ​ບາງ​ຢ່າງ ພະຄຳພີ​ບາງ​ສະບັບ​ຈຶ່ງ​ໃຊ້​ຄຳ​ວ່າ “ນະລົກ” ແທນ​ທີ່​ຈະ​ໃຊ້​ຄຳ​ວ່າ “ຈິບຫາຍ” ທີ່​ເປັນ​ຄວາມໝາຍ​ແທ້​ໆ​ຂອງ​ຄຳ​ພາສາ​ກຣີກ​ຄຳ​ນີ້.

ຜູ້​ແປ​ຄຳພີ​ໄບເບິນ​ຕ້ອງ​ຈື່​ໄວ້​ຄື​ກັນ​ວ່າ ແຕ່​ກີ້​ຄຳພີ​ໄບເບິນ​ຂຽນ​ໃນ​ພາສາ​ທີ່​ຄົນ​ທຳມະດາ​ເຊັ່ນ ຊາວໄຮ່​ຊາວນາ ຄົນ​ລ້ຽງ​ແກະ ແລະ​ຄົນ​ຫາ​ປາ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ. (ເນເຮມີຢາ 8:8, 12; ກິດຈະການ 4:13) ຄຳພີ​ໄບເບິນ​ສະບັບ​ແປ​ທີ່​ດີ​ຈຶ່ງ​ຕ້ອງ​ຊ່ວຍ​ໃຫ້​ຄົນ​ທີ່​ຢາກ​ຮູ້​ຄວາມ​ຈິງ​ເຂົ້າໃຈ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ບໍ່​ວ່າ​ເຂົາເຈົ້າ​ຈະ​ມີ​ພູມຫຼັງ​ແບບ​ໃດ. ດັ່ງນັ້ນ ຜູ້​ແປ​ຄວນ​ໃຊ້​ຄຳ​ທຳມະດາ​ທີ່​ຈະ​ແຈ້ງ​ແລະ​ເຂົ້າໃຈ​ງ່າຍ. ບໍ່​ແມ່ນ​ຄຳ​ທີ່​ຄົນ​ທົ່ວໄປ​ບໍ່​ໃຊ້.

ຜູ້​ແປ​ຫຼາຍ​ຄົນ​ຕັດ​ຊື່​ເຢໂຫວາ​ທີ່​ເປັນ​ຊື່​ຂອງ​ພະເຈົ້າ​ອອກ​ຈາກ​ສະບັບ​ແປ​ສະໄໝ​ໃໝ່​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ ທັງ​ໆ​ທີ່​ຊື່​ນີ້​ມີ​ຢູ່​ໃນ​ສຳເນົາ​ຄຳພີ​ໄບເບິນ​ສະໄໝ​ບູຮານ. (ເບິ່ງ​ພາກ​ຜະໜວກ ກ4) ຄຳພີ​ໄບເບິນ​ຫຼາຍ​ສະບັບ​ໃຊ້​ຕຳແໜ່ງ “ພະອົງ​ເຈົ້າ” ແທນ​ຊື່​ພະເຈົ້າ ແລະ​ບາງ​ສະບັບ​ເຖິງຂັ້ນ​ເຮັດ​ໃຫ້​ຄົນ​ອ່ານ​ບໍ່​ຮູ້​ຊ້ຳ​ວ່າ​ພະເຈົ້າ​ມີ​ຊື່. ຕົວຢ່າງ​ເຊັ່ນ ສະບັບ​ແປ​ບາງ​ສະບັບ​ໄດ້​ແປ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ໃນ​ໂຢຮັນ 17:26 ວ່າ “ລູກ​ໄດ້​ເຮັດ​ໃຫ້​ພະອົງ​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ” ແລະ​ແປ​ໂຢຮັນ 17:6 ວ່າ “ລູກ​ໄດ້​ເຮັດ​ໃຫ້​ພະອົງ​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ . . . ທີ່​ພະອົງ​ໄດ້​ມອບ​ໃຫ້​ລູກ.” ແຕ່​ຄຳ​ແປ​ທີ່​ຖືກຕ້ອງ​ຕາມ​ຕົ້ນ​ສະບັບ​ແມ່ນ “ລູກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ” ແລະ “ຄົນ​ທີ່​ພໍ່​ແຍກ​ອອກ​ຈາກ​ໂລກ​ນີ້​ແລະ​ຍົກ​ໃຫ້​ລູກ ລູກ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ.”

ໃນ​ຄຳນຳ​ຂອງ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ ພາສາ​ອັງກິດ​ສະບັບ​ທຳອິດ​ຂຽນ​ວ່າ: “ພວກ​ເຮົາ​ບໍ່​ໄດ້​ແປ​ພະຄຳພີ​ແບບ​ຕີ​ຄວາມໝາຍ. ຖ້າ​ມີ​ສຳນວນ​ພາສາ​ອັງກິດ​ສະໄໝ​ໃໝ່​ທີ່​ໃຊ້​ໄດ້​ແລະ​ບໍ່​ໄດ້​ເຮັດ​ໃຫ້​ຄວາມໝາຍ​ບໍ່​ແຈ້ງ​ຫຼື​ຟັງ​ແປກ ພວກ​ເຮົາ​ກໍ​ພະຍາຍາມ​ແປ​ຕາມ​ໂຕ​ເທົ່າ​ທີ່​ຈະ​ເຮັດ​ໄດ້.” ດັ່ງນັ້ນ ຄະນະ​ກຳມະການ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ຈຶ່ງ​ພະຍາຍາມ​ແປ​ພະຄຳພີ​ໃຫ້​ກົງ​ກັບ​ພາສາ​ຕົ້ນ​ສະບັບ ແຕ່​ກໍ​ຫຼີກລ່ຽງ​ການ​ໃຊ້​ຄຳ​ແລະ​ສຳນວນ​ທີ່​ຟັງ​ແປກ​ຫຼື​ມີ​ຄວາມໝາຍ​ບໍ່​ແຈ້ງ. ເມື່ອ​ເຮັດ​ຈັ່ງ​ຊີ້​ກໍ​ເຮັດ​ໃຫ້​ຄຳພີ​ໄບເບິນ​ສະບັບ​ນີ້​ອ່ານ​ງ່າຍ ແລະ​ຜູ້​ອ່ານ​ສາມາດ​ໝັ້ນໃຈ​ໄດ້​ວ່າ​ມີ​ການ​ຖ່າຍທອດ​ຂໍ້​ຄວາມ​ທີ່​ໄດ້​ຮັບ​ການ​ດົນໃຈ​ຢ່າງ​ສັດຊື່.—1 ເທຊະໂລນິກ 2:13