ກ2
ລັກສະນະເດັ່ນຂອງຄຳພີໄບເບິນສະບັບນີ້
ພະຄຳພີຄລິດສະຕຽນພາກພາສາກຣີກສະບັບແປໂລກໃໝ່ ພາສາອັງກິດພິມໃນປີ 1950. ຫຼັງຈາກນັ້ນ ມີການພິມຄຳພີໄບເບິນສະບັບແປໂລກໃໝ່ແບບຄົບຊຸດໃນປີ 1961. ນັບຕັ້ງແຕ່ນັ້ນມາ ຜູ້ອ່ານຫຼາຍສິບລ້ານຄົນທີ່ໃຊ້ພາສາຕ່າງໆຫຼາຍກວ່າ 210 ພາສາໄດ້ຮັບປະໂຫຍດຈາກການອ່ານຄຳພີໄບເບິນສະບັບນີ້ທີ່ແປຈາກພາສາຕົ້ນສະບັບຢ່າງຖືກຕ້ອງແລະເຂົ້າໃຈງ່າຍ.
ຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່ເຫັນວ່າຈຳເປັນຕ້ອງໃຊ້ພາສາທີ່ເຂົ້າເຖິງຫົວໃຈຂອງຜູ້ອ່ານສະໄໝນີ້. ດັ່ງນັ້ນ ຄຳພີໄບເບິນສະບັບນີ້ຈຶ່ງໃຊ້ພາສາແລະຄຳສັບໂດຍຄິດເຖິງຈຸດຕ່າງໆຕໍ່ໄປນີ້:
-
ໃຊ້ພາສາທີ່ໃຊ້ໃນປັດຈຸບັນແລະພາສາທີ່ເຂົ້າໃຈງ່າຍ. ມີການພະຍາຍາມທີ່ຈະແປຄຳພີໄບເບິນສະບັບນີ້ໂດຍໃຊ້ພາສາທີ່ອ່ານເຂົ້າໃຈງ່າຍແລະເປັນພາສາທີ່ຄົນທົ່ວໄປໃນທຸກມື້ນີ້ເວົ້າ. ຕົວຢ່າງເຊັ່ນ ຄຳວ່າ “ການປະພຶດແບບບໍ່ມີຢາງອາຍ” ປ່ຽນເປັນ “ເຮັດຊົ່ວແບບບໍ່ອາຍ.” (ຄາລາເຕຍ 5:19) ຄຳວ່າ “ຄວາມອົດທົນອົດກັ້ນ” ປ່ຽນເປັນ “ຄວາມອົດທົນ” ເຊິ່ງເປັນຄຳທີ່ຄົນເວົ້າຫຼາຍກວ່າ. (ຄາລາເຕຍ 5:22) ມີການຫຼີກລ່ຽງຄຳທີ່ບໍ່ໄດ້ໃຊ້ແລ້ວໃນຊີວິດປະຈຳວັນ ເຊັ່ນ: “ປະທານ” ປ່ຽນເປັນ “ໃຫ້”; “ຄົນມິດສາຈານ” ປ່ຽນເປັນ “ຄົນຫຼິ້ນຊູ້”; ແລະ “ຖວາຍ” ປ່ຽນເປັນ “ມອບ.”—ປະຖົມມະການ 1:29; ເພງສັນລະເສີນ 50:18; ເຮັບເຣີ 10:12
ນອກຈາກນີ້ ຄຳວ່າ “ເຊື້ອສາຍ” ກໍປ່ຽນມາໃຊ້ຄຳວ່າ “ລູກຫຼານ.” (ປະຖົມມະການ 48:4; ໂຢຮັນ 8:37) ແຕ່ຄຳພີໄບເບິນສະບັບນີ້ຍັງໃຊ້ຄຳວ່າ “ເຊື້ອສາຍ” ເມື່ອເວົ້າກ່ຽວກັບເມຊີອາເຊັ່ນ ເລື່ອງຄຳສັນຍາໃນສວນເອເດັນຢູ່ປະຖົມມະການ 3:15.
ເພື່ອຈະໃຫ້ເປັນພາສາທີ່ຄົນໃນທຸກມື້ນີ້ເວົ້າແທ້ໆມີການປ່ຽນຄຳແທນນາມເປັນແບບທີ່ຄົນເວົ້າໃນປັດຈຸບັນ ແທນທີ່ຈະໃຊ້ຄຳແທນນາມແບບຄົນສະໄໝແຕ່ກີ້ເຊັ່ນ “ຂ້ານ້ອຍ” ປ່ຽນເປັນ “ລູກ” ຫຼື “ຂ້ອຍ.” ການເຮັດແບບນີ້ເຮັດໃຫ້ຜູ້ອ່ານຮ່ວມອາລົມຄວາມຮູ້ສຶກຫຼາຍຂຶ້ນກັບເຫດການທີ່ກຳລັງອ່ານແລະເຮັດໃຫ້ຮູ້ສຶກວ່າເລື່ອງທີ່ອ່ານກ່ຽວຂ້ອງກັບລາວ ເຖິງວ່າມັນເກີດຂຶ້ນໃນສະໄໝບູຮານ.
ຄຳເວົ້າທີ່ພະເຢຊູໃຊ້ລົມກັບຄົນອື່ນກໍປັບໃຫ້ເປັນພາສາທີ່ຄົນເວົ້າໃນປັດຈຸບັນ. ຕົວຢ່າງເຊັ່ນ ໃນມັດທາຍ 11:28 ພະເຢຊູເວົ້າກັບຄົນທີ່ຟັງເພິ່ນວ່າ: “ທຸກຄົນທີ່ເມື່ອຍແລະມີພາລະຫຼາຍ ໃຫ້ມາຫາຂ້ອຍ ແລ້ວຂ້ອຍຈະເຮັດໃຫ້ພວກເຈົ້າສົດ ຊື່ນແລະເຊົາເມື່ອຍ.” ເມື່ອເວົ້າກັບພວກລູກສິດໃນໂຢຮັນ 15:14 ພະເຢຊູເວົ້າວ່າ: “ຖ້າພວກເຈົ້າເຮັດຕາມຄຳສັ່ງຂອງຂ້ອຍ ພວກເຈົ້າກໍເປັນໝູ່ຂ້ອຍ.” ໃນອີກເຫດການໜຶ່ງ ຕອນທີ່ພະເຢຊູຍ່າງຢູ່ເທິງນ້ຳໄປຫາພວກລູກສິດທີ່ຢູ່ເທິງເຮືອເຊິ່ງກຳລັງເຈິພາຍຸ ເມື່ອພວກລູກສິດເຫັນພະເຢຊູກໍຕົກໃຈຢ້ານແຕ່ເພິ່ນບອກເຂົາເຈົ້າໃນມັດທາຍ 14:27 ວ່າ: “ບໍ່ຕ້ອງຕົກໃຈ. ຂ້ອຍເອງ ບໍ່ຕ້ອງຢ້ານ.” ການໃຊ້ຄຳເວົ້າຄືຄົນທົ່ວໄປແບບນີ້ເຮັດໃຫ້ເຫັນວ່າ ເຖິງວ່າພະເຢຊູເປັນລູກຂອງພະເຈົ້າ ແຕ່ເພິ່ນກໍບໍ່ໄດ້ເຮັດຄືກັບວ່າເພິ່ນມີຖານະສູງກວ່າຄົນທີ່ເພິ່ນເວົ້ານຳ. ຄຳເວົ້າແບບນີ້ຂອງພະເຢຊູເຂົ້າກັບນິດໄສຂອງເພິ່ນທີ່ເປັນຄົນຖ່ອມແລະເຂົ້າຫາໄດ້ງ່າຍ. ໂດຍສະເພາະກັບພວກລູກສິດ ພະເຢຊູຈະເວົ້າກັບເຂົາເຈົ້າແບບສະໜິດກັນຫຼາຍຄືກັບເປັນໝູ່ຫຼືເປັນອ້າຍເປັນນ້ອງ. ນອກຈາກນີ້ ເມື່ອຜູ້ອ່ານສະໄໝປັດຈຸບັນອ່ານຄຳເວົ້າຂອງພະເຢຊູກໍຈະເຮັດໃຫ້ເຂົາເຈົ້ານຶກພາບໄດ້ງ່າຍຂຶ້ນວ່າພະເຢຊູກຳລັງເວົ້າກັບເຂົາເຈົ້າເປັນສ່ວນໂຕແລະເຮັດໃຫ້ເຂົ້າເຖິງຫົວໃຈໄດ້ຫຼາຍຂຶ້ນ.
-
ໃຊ້ຄຳຫຼືສຳນວນທີ່ຊ່ວຍໃຫ້ເຂົ້າໃຈຄຳສອນໃນຄຳພີໄບເບິນ. ຄຳພີໄບເບິນຫຼາຍສະບັບແປຄຳພາສາເຮັບເຣີເນເຟຊ ແລະພາສາກຣີກພະຊີເຄ ວ່າ “ຈິດວິນຍານ” ຫຼື “ວິນຍານ” ແຕ່ເມື່ອເບິ່ງພະຄຳພີຕົ້ນສະບັບ ເຮົາຈະເຫັນວ່າໃນພາສາເດີມມີການໃຊ້ 2 ຄຳນີ້ໃນຄວາມໝາຍຫຼັກໆດັ່ງນີ້: (1) ຄົນ (2) ສັດ (3) ຊີວິດຂອງຄົນຫຼືສັດ. (ປະຖົມມະການ 1:20; 2:7; ຈົດເຊັນບັນຊີ 31:28; 1 ເປໂຕ 3:20) ສັງເກດວ່າເມື່ອຄຳພີໄບເບິນໃຊ້ 2 ຄຳນີ້ກັບຄົນແລະສັດກໍໃຊ້ໝາຍເຖິງສິ່ງທີ່ຈັບບາຍໄດ້ ເບິ່ງເຫັນໄດ້ ແລະຕາຍໄດ້. ບໍ່ໄດ້ໝາຍເຖິງສິ່ງທີ່ເບິ່ງບໍ່ເຫັນຫຼືສິ່ງທີ່ເປັນອະມະຕະ. (ເອເຊກຽນ 18:4, 20) ດັ່ງນັ້ນ ຄຳວ່າ “ຈິດວິນຍານ” ບໍ່ໄດ້ໃຫ້ຄວາມໝາຍຕາມພາສາເດີມ. ຄຳພີໄບເບິນສະບັບນີ້ຈຶ່ງແປຄຳວ່າເນເຟຊ ແລະພະຊີເຄ ຕາມຄວາມໝາຍຂອງແຕ່ລະແວດບົດໂດຍໃຊ້ຄຳວ່າ “ຊີວິດ” “ຄົນ” “ສັດ” ຫຼືໃຊ້ຄຳແທນນາມເຊັ່ນ “ຂ້ອຍ” ຫຼື “ລາວ.”
ຄຳພາສາເຮັບເຣີຣູອາ ແລະຄຳພາສາກຣີກພະນູມາ ກໍຄືກັນ ຄຳພີໄບເບິນສ່ວນຫຼາຍແປຄຳນີ້ວ່າ “ວິນຍານ.” ທີ່ຈິງ ຄຳນີ້ໃນພາສາເດີມມີຫຼາຍຄວາມໝາຍແລະກ່ຽວຂ້ອງກັບສິ່ງທີ່ມະນຸດເບິ່ງບໍ່ເຫັນແຕ່ສົ່ງຜົນກະທົບທີ່ເບິ່ງເຫັນໄດ້. ຄຳນີ້ທັງພາສາເຮັບເຣີແລະພາສາກຣີກຖືກໃຊ້ເພື່ອເວົ້າເຖິງ (1) ລົມ (2) ພະລັງຊີວິດຂອງຄົນແລະສັດ (3) ພະລັງກະຕຸ້ນຈາກໃຈຂອງຄົນເຮົາທີ່ກະຕຸ້ນໃຫ້ລາວເວົ້າຫຼືເຮັດບາງຢ່າງ (4) ຄຳເວົ້າທີ່ໄດ້ຮັບການດົນໃຈຈາກແຫຼ່ງທີ່ເບິ່ງບໍ່ເຫັນ (5) ບຸກຄົນທີ່ມີຮ່າງກາຍແບບທີ່ມະນຸດເຮົາເບິ່ງບໍ່ເຫັນເຊັ່ນ ພະເຈົ້າ ທູດສະຫວັນ ແລະປີສາດ (6) ພະລັງທີ່ພະເຈົ້າໃຊ້ໃນການເຮັດວຽກຫຼືພະລັງບໍລິສຸດຂອງພະເຈົ້າ. (ອົບພະຍົບ 35:31; ເພງສັນລະເສີນ 104:29, ໄຂເງື່ອນ; ມັດທາຍ 12:43; ລູກາ 11:13) ເນື່ອງຈາກຄຳນີ້ໃນພາສາເດີມບໍ່ໄດ້ມີຄວາມໝາຍກົງກັບຄຳວ່າ “ວິນຍານ” ໃນພາສາລາວ ພະຄຳພີສະບັບນີ້ຈຶ່ງແປຄຳນີ້ຕາມຄວາມໝາຍທີ່ແທ້ຈິງຂອງແຕ່ລະຂໍ້ຕາມແວດບົດ. ຕົວຢ່າງເຊັ່ນ ຄຳທີ່ເຄີຍແປວ່າ “ພະວິນຍານບໍລິສຸດ” ເຊິ່ງເປັນຄຳທີ່ມັກເຮັດໃຫ້ເຂົ້າໃຈຜິດ ຕອນນີ້ໃຊ້ຄຳວ່າ “ພະລັງບໍລິສຸດ.”
ພະຄຳພີສະບັບນີ້ໃຊ້ຄຳວ່າ “ໝາກໄຂ່ຫຼັງ” ເມື່ອເວົ້າເຖິງອະໄວຍະວະໃນຮ່າງກາຍແທ້ໆເທົ່ານັ້ນ. ແຕ່ເມື່ອໃຊ້ໃນຄວາມໝາຍເປັນໄນເຊັ່ນ ໃນເພງສັນລະເສີນ 7:9; 26:2 ແລະພະນິມິດ 2:23 ມີການໃຊ້ຄຳນີ້ໃນເນື້ອໃນຫຼັກວ່າ “ຄວາມຮູ້ສຶກເລິກໆ” “ຄວາມຄິດເລິກໆ” ແລະ “ສ່ວນທີ່ເລິກທີ່ສຸດຂອງຄວາມຄິດຈິດໃຈ” ຕາມຄວາມໝາຍທີ່ຂໍ້ນັ້ນຕ້ອງການບອກແທ້ໆແລະໃສ່ຄຳແປຕາມໂຕໄວ້ໃນໄຂເງື່ອນ.
ຄ້າຍຄືກັນ ຄຳທີ່ແປມາຈາກພາສາເຮັບເຣີແລະພາສາກຣີກເປັນພາສາລາວວ່າ “ຫົວໃຈ” ມີຄວາມໝາຍທັງແບບຕາມໂຕແລະຄວາມໝາຍເປັນໄນ. ໃນພະຄຳພີສະບັບນີ້ສ່ວນຫຼາຍຍັງແປຄຳນີ້ໂດຍໃຊ້ຄຳວ່າ “ໃຈ” ຫຼື “ຫົວໃຈ” ແຕ່ໃນແວດບົດທີ່ການແປຕາມໂຕເຮັດໃຫ້ເຂົ້າໃຈບໍ່ແຈ້ງຫຼືບໍ່ເປັນທຳມະຊາດ ກໍຈະແປຄວາມໝາຍທີ່ຜູ້ຂຽນຕ້ອງການເວົ້າອອກມາແທ້ໆເຊັ່ນ ໃນປຶ້ມສຸພາສິດ ຄຳທີ່ແປຕາມໂຕວ່າ “ຂາດຫົວໃຈ” ກໍແປວ່າ “ບໍ່ຮູ້ຈັກຄິດ.” (ສຸພາສິດ 6:32; 7:7) ຫຼັກການແປແບບນີ້ຍັງໃຊ້ກັບຄຳອື່ນໆນຳເຊັ່ນ “ກະດູກແລະເນື້ອໜັງ” “ແຂນ” ແລະ “ເຂົາ.” (ປະຖົມມະການ 29:14; ເພງສັນລະເສີນ 71:18; 75:4) ມີການອະທິບາຍບາງຄຳທີ່ມີລັກສະນະແບບນີ້ໃນ “ສ່ວນອະທິບາຍຄຳສັບ” ນຳ.
ນອກຈາກນັ້ນ ຄຳພີໄບເບິນສະບັບນີ້ຍັງໄດ້ປັບບາງຄຳເພື່ອໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍແຈ້ງຂຶ້ນເຊັ່ນ ຄຳວ່າ “ແຜ່ນດິນຂອງພະເຈົ້າ” ປ່ຽນເປັນ “ການປົກຄອງຂອງພະເຈົ້າ.”
-
ຊື່ຕ່າງໆ. ຄຳພີໄບເບິນສະບັບນີ້ພະຍາຍາມເລືອກໃຊ້ຊື່ຄົນ ຊື່ກຸ່ມຄົນ ຊື່ສະຖານທີ່ ແລະຊື່ປຶ້ມທີ່ກົງກັບພະຄຳພີສະບັບອື່ນໆໃນພາສາລາວທີ່ໃຊ້ຫຼາຍທີ່ສຸດໃນປັດຈຸບັນ.
ການປັບປ່ຽນທັງໝົດນີ້ໄດ້ເຮັດແບບລະມັດລະວັງ ພ້ອມດ້ວຍການອະທິດຖານແລະດ້ວຍຄວາມນັບຖືໃນວຽກຕົ້ນສະບັບຂອງຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່.
ລັກສະນະອື່ນໆຂອງຄຳພີໄບເບິນສະບັບນີ້
ຄຳພີໄບເບິນສະບັບນີ້ມີໄຂເງື່ອນນຳ. ໄຂເງື່ອນແບ່ງອອກເປັນປະເພດຕ່າງໆດັ່ງນີ້:
-
“ຫຼື” ຄຳເວົ້າທີ່ຢູ່ໃນໄຂເງື່ອນແບບນີ້ເປັນຄຳເວົ້າທີ່ອາດແປໄດ້ອີກແບບໜຶ່ງຈາກຂໍ້ຄວາມຕົ້ນສະບັບພາສາເຮັບເຣີ ພາສາອາຣາເມອິກ ຫຼືພາສາກຣີກ ແຕ່ກໍຍັງເປັນແນວຄິດດຽວກັນກັບຂໍ້ຄວາມຫຼັກ.—ປະຖົມມະການ 2:24 “ເປັນອັນໜຶ່ງອັນດຽວກັນ”; ພວກຜູ້ຕັດສິນ 11:40 “ຊົມເຊີຍ”
-
ປະຖົມມະການ 21:6 “ຫົວນຳຂ້ອຍ”; ເຊຄາຣີຢາ 14:21 “ການາອານ”
“ຫຼືອາດແປວ່າ” ຄຳເວົ້າທີ່ຢູ່ໃນໄຂເງື່ອນແບບນີ້ເປັນຄຳເວົ້າທີ່ອາດແປໄດ້ອີກແບບໜຶ່ງເຊິ່ງເປັນຄວາມຄິດທີ່ຕ່າງຈາກຂໍ້ຄວາມຫຼັກ.— -
“ແປຕາມໂຕວ່າ” ຄຳເວົ້າທີ່ຢູ່ໃນໄຂເງື່ອນແບບນີ້ເປັນຄຳເວົ້າທີ່ແປຄຳຕໍ່ຄຳຈາກພາສາເຮັບເຣີ ພາສາອາຣາເມອິກ ຫຼືພາສາກຣີກ ຫຼືແປຕາມຄວາມໝາຍພື້ນຖານຂອງຄຳນັ້ນໃນພາສາເດີມ.—ປະຖົມມະການ 9:6 “ຂ້າຄົນ”; ມັດທາຍ 6:2 “ໂຄສະນາຄວາມດີຂອງໂຕເອງ”
-
ບອກຄວາມໝາຍແລະຂໍ້ມູນພູມຫຼັງ ຄຳເວົ້າໃນໄຂເງື່ອນແບບນີ້ບອກຄວາມໝາຍຂອງຊື່ຕ່າງໆ (ປະຖົມມະການ 3:17 “ອາດາມ”; ອົບພະຍົບ 15:23 “ມາຣາ”); ບອກລາຍລະອຽດກ່ຽວກັບນ້ຳໜັກຫຼືຂະໜາດ (ປະຖົມມະການ 6:15 “ສອກ”); ບອກຄຳແທນນາມໃນຂໍ້ນັ້ນໝາຍເຖິງໃຜ (1 ຊາມູເອນ 1:28 “ລາວ”); ຫຼືບອກໃຫ້ຮູ້ຂໍ້ມູນທີ່ເປັນປະໂຫຍດໃນພາກຜະໜວກແລະໃນສ່ວນອະທິບາຍຄຳສັບ.—ປະຖົມມະການ 2:4 “ພະເຢໂຫວາ”; ມັດທາຍ 5:22 “ເກເຮັນນາ”
ສ່ວນທີ່ຢູ່ທາງໜ້າຂອງພະຄຳພີສະບັບນີ້ທີ່ຊື່ວ່າ “ຄຳສອນຂອງພະເຈົ້າມີຫຍັງແດ່” ມີໂຄງເລື່ອງທີ່ເປັນຄຳສອນພື້ນຖານຂອງຄຳພີໄບເບິນ. ສ່ວນທີ່ຢູ່ທາງຫຼັງຕໍ່ຈາກປຶ້ມຫົວສຸດທ້າຍຂອງພະຄຳພີແມ່ນ “ຕາຕະລາງລາຍຊື່ປຶ້ມໃນຄຳພີໄບເບິນ” “ບັນຊີຄຳສັບໃນຄຳພີໄບເບິນ” ແລະ “ສ່ວນອະທິບາຍຄຳສັບໃນຄຳພີໄບເບິນ.” ສ່ວນອະທິບາຍຄຳສັບນີ້ຈະຊ່ວຍຜູ້ອ່ານໃຫ້ເຂົ້າໃຈຄຳສັບຫຼືວະລີທີ່ໃຊ້ໃນຄຳພີໄບເບິນ. ນອກຈາກນັ້ນຍັງມີພາກຜະໜວກ ກ ເຊິ່ງມີເລື່ອງຕ່າງໆເຊັ່ນ: “ຫຼັກການໃນການແປຄຳພີໄບເບິນ” “ ລັກສະນະເດັ່ນຂອງຄຳພີໄບເບິນສະບັບນີ້” “ຄຳພີໄບເບິນລອດມາຮອດເຮົາໄດ້ແນວໃດ?” “ຊື່ຂອງພະເຈົ້າໃນພະຄຳພີພາກພາສາເຮັບເຣີ” “ຊື່ຂອງພະເຈົ້າໃນພະຄຳພີຄລິດສະຕຽນພາກພາສາກຣີກ” “ແຜນວາດກ່ຽວກັບຜູ້ພະຍາກອນແລະກະສັດຂອງຢູດາແລະອິດສະຣາເອນ” ແລະ “ເຫດການສຳຄັນໃນຊີວິດຂອງພະເຢຊູຕອນຢູ່ໃນໂລກ.” ໃນສ່ວນພາກຜະໜວກ ຂ ມີແຜນທີ່ ແຜນວາດ ແລະຂໍ້ມູນອື່ນໆທີ່ເປັນປະໂຫຍດສຳລັບນັກສຶກສາຄຳພີໄບເບິນທີ່ມັກຄົ້ນຄວ້າ.
ສ່ວນທຳອິດຂອງປຶ້ມແຕ່ລະຫົວໃນຄຳພີໄບເບິນສະບັບນີ້ຈະມີ “ໃຈຄວາມສຳຄັນ” ຂອງແຕ່ລະບົດ. ສ່ວນນີ້ຊ່ວຍຜູ້ອ່ານໃຫ້ເຫັນພາບລວມຂອງປຶ້ມແຕ່ລະຫົວ. ນອກຈາກນັ້ນ ຄຳພີໄບເບິນສະບັບນີ້ຍັງມີຫ້ອງທີ່ຢູ່ທາງຂ້າງແຕ່ລະໜ້າເຊິ່ງມີຂໍ້ພະຄຳພີອື່ນໆທີ່ກ່ຽວຂ້ອງກັບແຕ່ລະຂໍ້ໃນໜ້ານັ້ນ.