ບົດຮຽນ 4
ຜູ້ຍິງທີ່ເຮັດໃຫ້ພໍ່ຂອງຕົນແລະພະເຢໂຫວາດີໃຈ
ລູກເຫັນຮູບຜູ້ຍິງໃນໜ້ານີ້ບໍ?— ລາວເປັນລູກສາວຂອງຜູ້ຊາຍຄົນໜຶ່ງທີ່ຊື່ເຢບເທ. ບໍ່ມີການກ່າວເຖິງຊື່ຂອງຜູ້ຍິງຄົນນີ້ໃນຄຳພີໄບເບິນ ແຕ່ເຮົາຮູ້ວ່າລາວເຮັດໃຫ້ພໍ່ຂອງຕົນແລະພະເຢໂຫວາດີໃຈ. ເຮົາມາຮຽນເລື່ອງຂອງຜູ້ຍິງຄົນນີ້ແລະພໍ່ຂອງລາວນຳກັນຕື່ມອີກເນາະ.
ເຢບເທເປັນຄົນດີແລະໄດ້ທຸ່ມເທຕົວໃນການສອນລູກສາວໃຫ້ຮູ້ເລື່ອງພະເຢໂຫວາ. ນອກຈາກນັ້ນແລ້ວລາວຍັງເປັນຄົນທີ່ແຂງແຮງແລະເປັນຜູ້ນຳທີ່ດີ. ດັ່ງນັ້ນ ຊາວອິດສະລະແອນຈຶ່ງຂໍໃຫ້ລາວເປັນຜູ້ນຳເພື່ອໄປຕໍ່ສູ້ກັບພວກສັດຕູ.
ໃນຂະນະທີ່ເຢບເທໄປຕໍ່ສູ້ ລາວໄດ້ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ເອົາຊະນະພວກສັດຕູ. ລາວໄດ້ສັນຍາວ່າ ຖ້າໄດ້ຕາມທີ່ຂໍ ເມື່ອກັບມາຮອດເຮືອນ ລາວກໍຈະມອບຄົນທຳອິດທີ່ອອກມາຕ້ອນຮັບ
ລາວໃຫ້ແກ່ພະເຢໂຫວາ. ຄົນນັ້ນຈະຕ້ອງໄດ້ເຮັດວຽກແລະອາໄສຢູ່ທີ່ທັບອາໄສຂອງພະອົງຕະຫຼອດຊີວິດຂອງລາວ. ທັບອາໄສແມ່ນກະໂຈມເຊິ່ງເປັນບ່ອນທີ່ຜູ້ຄົນໄປນະມັດສະການພະເຢໂຫວາ. ໃນທີ່ສຸດ ເຢບເທກໍໄດ້ໄຊຊະນະ! ເມື່ອລາວກັບມາຮອດເຮືອນ ລູກຮູ້ບໍວ່າແມ່ນໃຜເປັນຜູ້ທຳອິດທີ່ອອກມາຕ້ອນຮັບລາວ?—ແມ່ນແລ້ວ ລູກສາວຂອງເຢບເທນັ້ນເອງ! ລາວເປັນລູກຄົນດຽວ ແລະຕອນນີ້ເຢບເທຈະຕ້ອງສົ່ງລູກໃຫ້ໄປຢູ່ໄກໆ. ການເຮັດເຊັ່ນນີ້ຈຶ່ງເຮັດໃຫ້ລາວເສົ້າໃຈຫຼາຍ. ແຕ່ຢ່າລືມວ່າ ພໍ່ຂອງລາວໄດ້ສັນຍາໄວ້ແລ້ວ. ລູກສາວຂອງເຢບເທເວົ້າອອກມາທັນທີເລີຍວ່າ ‘ພໍ່ເອີຍ ພໍ່ໄດ້ສັນຍາກັບພະເຢໂຫວາແລ້ວ ດັ່ງນັ້ນ ພໍ່ຕ້ອງເຮັດຕາມຄຳສັນຍານັ້ນ.’
ລູກສາວຂອງເຢບເທກໍເສົ້າໃຈຄືກັນ. ເມື່ອຮັບໃຊ້ຢູ່ທີ່ທັບອາໄສ ລາວບໍ່ສາມາດແຕ່ງງານຫຼືມີລູກ. ແຕ່ລາວຢາກເຮັດຕາມສິ່ງທີ່ພໍ່ຂອງຕົນໄດ້ສັນຍາໄວ້ແລະເຮັດໃຫ້ພະເຢໂຫວາດີໃຈ. ເລື່ອງນີ້ສຳຄັນຕໍ່ລາວຫຼາຍກວ່າການແຕ່ງດອງຫຼືການມີລູກ. ດັ່ງນັ້ນ ລາວຈຶ່ງຈາກພໍ່ແມ່ໄປຢູ່ທີ່ທັບອາໄສຕະຫຼອດຊີວິດຂອງລາວ.
ລູກຄິດວ່າສິ່ງທີ່ລາວເຮັດນັ້ນເຮັດໃຫ້ພໍ່ຂອງລາວແລະພະເຢໂຫວາດີໃຈບໍ?— ແມ່ນແລ້ວ ລາວໄດ້ເຮັດ! ຖ້າລູກຟັງຄວາມແລະຮັກພະເຢໂຫວາ ລູກກໍຈະເປັນຄືກັບລູກສາວຂອງເຢບເທ ລູກຈະເຮັດໃຫ້ພໍ່ແມ່ແລະພະເຢໂຫວາດີໃຈຫຼາຍຄືກັນ.