ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ຜະຫນວກ

ທັດສະນະ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ຢ່າ​ຮ້າງ​ແລະ​ການ​ແຍກ​ກັນ​ຢູ່

ທັດສະນະ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ຢ່າ​ຮ້າງ​ແລະ​ການ​ແຍກ​ກັນ​ຢູ່

ພະ​ເຢໂຫວາ​ຄາດ​ຫມາຍ​ວ່າ​ຜູ້​ທີ່​ແຕ່ງ​ດອງ​ກັນ​ແລ້ວ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ຄຳ​ປະຕິຍານ​ໃນ​ການ​ແຕ່ງ​ດອງ. ເມື່ອ​ເອົາ​ຊາຍ​ຍິງ​ຄູ່​ທຳອິດ​ມາ​ຢູ່​ຮ່ວມ​ກັນ​ໂດຍ​ການ​ແຕ່ງ​ດອງ ພະ​ເຢໂຫວາ​ກ່າວ​ວ່າ “ຜູ້​ຊາຍ . . . ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ຫນັງ​ອັນ​ດຽວ​ກັນ.” ຕໍ່​ມາ​ພະ​ເຍຊູ​ກ່າວ​ຊໍ້າ​ຖ້ອຍຄຳ​ດັ່ງ​ກ່າວ​ແລະ​ກ່າວ​ເພີ່ມ​ອີກ​ວ່າ “ສິ່ງ​ນັ້ນ​ທີ່​ພະເຈົ້າ​ໄດ້​ກະທຳ​ໃຫ້​ຕິດ​ພັນ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ຄົນ​ກະທຳ​ໃຫ້​ແຍກ​ແຕກ​ຈາກ​ກັນ.” (ຕົ້ນເດີມ 2:24; ມັດທາຍ 19:3-6) ດັ່ງ​ນັ້ນ ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຫັນ​ວ່າ​ການ​ແຕ່ງ​ດອງ​ເປັນ​ສັນຍາ​ຜູກ​ມັດ​ຕະຫລອດ​ຊີວິດ​ເຊິ່ງ​ຈະ​ຍຸ​ຕິ​ລົງ​ກໍ​ຕໍ່​ເມື່ອ​ຝ່າຍ​ໃດ​ຝ່າຍ​ຫນຶ່ງ​ເສຍ​ຊີວິດ​ເທົ່າ​ນັ້ນ. (1 ໂກລິນໂທ 7:39) ເນື່ອງ​ຈາກ​ການ​ແຕ່ງ​ດອງ​ເປັນ​ການ​ຈັດ​ຕຽມ​ອັນ​ສັກສິດ ຈຶ່ງ​ບໍ່​ຄວນ​ຖື​ວ່າ​ການ​ຢ່າ​ຮ້າງ​ເປັນ​ເລື່ອງ​ເລັກ​ນ້ອຍ. ທີ່​ຈິງ ພະ​ເຢໂຫວາ​ກຽດ​ຊັງ​ການ​ຢ່າ​ຮ້າງ​ທີ່​ບໍ່​ມີ​ສາເຫດ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ.—ມາລາກີ 2:15, 16.

ອັນ​ໃດ​ຄື​ເຫດຜົນ​ສຳລັບ​ການ​ຢ່າ​ຮ້າງ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ? ພະ​ເຢໂຫວາ​ກຽດ​ຊັງ​ການ​ຫລິ້ນ​ຊູ້​ແລະ​ການ​ຜິດ​ປະເວນີ. (ຕົ້ນເດີມ 39:9; 2 ຊາເມືອນ 11:26, 27; ຄຳເພງ 51:4) ທີ່​ຈິງ ພະອົງ​ຮູ້ສຶກ​ວ່າ​ການ​ຜິດ​ປະເວນີ​ເປັນ​ຕາ​ຫນ້າ​ລັງກຽດ​ຫລາຍ​ຈົນ​ໃຫ້​ສິ່ງ​ນີ້​ເປັນ​ສາເຫດ​ສຳລັບ​ການ​ຢ່າ​ຮ້າງ. (ສຳລັບ​ການ​ພິຈາລະນາ​ວ່າ​ການ​ຜິດ​ປະເວນີ​ກ່ຽວ​ຂ້ອງ​ກັບ​ສິ່ງ​ໃດ​ແດ່ ຂໍ​ໃຫ້​ເບິ່ງ​ບົດ​ທີ 9 ຂໍ້​ທີ 7 ທີ່​ອະທິບາຍ​ເລື່ອງ​ການ​ຜິດ​ປະເວນີ). ພະ​ເຢໂຫວາ​ຍອມ​ໃຫ້​ຝ່າຍ​ທີ່​ບໍ່​ຜິດ​ມີ​ສິດ​ຕັດສິນ​ໃຈ​ວ່າ​ຈະ​ຢູ່​ນຳ​ຝ່າຍ​ທີ່​ເຮັດ​ຜິດ​ຕໍ່​ໄປ​ຫລື​ຈະ​ຂໍ​ຢ່າ​ຮ້າງ. (ມັດທາຍ 19:9) ດັ່ງ​ນັ້ນ ຖ້າ​ຝ່າຍ​ທີ່​ບໍ່​ຜິດ​ຕັດສິນ​ໃຈ​ຈະ​ຂໍ​ຢ່າ​ຮ້າງ ພະ​ເຢໂຫວາ​ບໍ່​ໄດ້​ກຽດ​ຊັງ​ການ​ຢ່າ​ຮ້າງ​ນັ້ນ. ແຕ່​ໃນ​ເວລາ​ດຽວ​ກັນ ປະຊາຄົມ​ຄລິດສະຕຽນ​ບໍ່​ສະຫນັບສະຫນູນ​ຜູ້​ໃດ​ກໍ​ຕາມ​ໃຫ້​ຢ່າ​ຮ້າງ. ແທ້​ຈິງ​ແລ້ວ ສະພາບການ​ບາງ​ຢ່າງ​ອາດ​ເຮັດ​ໃຫ້​ຝ່າຍ​ທີ່​ບໍ່​ຜິດ​ຕັດສິນ​ໃຈ​ຢູ່​ນຳ​ຝ່າຍ​ທີ່​ໄດ້​ເຮັດ​ຜິດ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຖ້າ​ລາວ​ກັບ​ໃຈ​ຢ່າງ​ແທ້​ຈິງ. ແຕ່​ໃນ​ທີ່​ສຸດ​ແລ້ວ ຜູ້​ທີ່​ມີ​ສາເຫດ​ສຳລັບ​ການ​ຢ່າ​ຮ້າງ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ແລະ​ຍອມ​ຮັບ​ຜົນ​ໃດໆກໍ​ຕາມ​ທີ່​ອາດ​ຈະ​ຕາມ​ມາ​ເນື່ອງ​ຈາກ​ການ​ຕັດສິນ​ໃຈ​ນັ້ນ.—ຄາລາຊີ 6:5.

ໃນ​ສະພາບການ​ບາງ​ຢ່າງ​ທີ່​ເຄັ່ງ​ຕຶງ​ຂັ້ນ​ສຸດ​ຂີດ ຄລິດສະຕຽນ​ບາງ​ຄົນ​ຕັດສິນ​ໃຈ​ແຍກ​ກັນ​ຢູ່​ຫລື​ຢ່າ​ຮ້າງ​ກັບ​ຄູ່​ສົມລົດ​ເຖິງ​ແມ່ນ​ວ່າ​ຄູ່​ສົມລົດ​ບໍ່​ໄດ້​ເຮັດ​ຜິດ​ປະເວນີ. ໃນ​ກໍລະນີ​ເຊັ່ນ​ນັ້ນ ຄຳພີ​ໄບເບິນ​ກ່າວ​ຢ່າງ​ຊັດເຈນ​ວ່າ​ຜູ້​ທີ່​ແຍກ​ກັນ​ຢູ່ “ຢ່າ​ໃຫ້​ເພິ່ນ​ເອົາ [ຜົວ​ຫລື​ເມຍ] ອື່ນ​ຈັກ​ເທື່ອ ຫລື​ຈົ່ງ​ມາ​ເຂົ້າ​ເປັນ​ໄມຕີ​ກັນ​ກັບ​ຜົວ​ອີກ.” (1 ໂກລິນໂທ 7:11) ຄລິດສະຕຽນ​ທີ່​ແຍກ​ກັນ​ຢູ່​ນັ້ນ​ບໍ່​ມີ​ອິດສະຫລະ​ທີ່​ຈະ​ສົນ​ໃຈ​ຄົນ​ອື່ນ​ໂດຍ​ມຸ່ງ​ຫມາຍ​ຈະ​ແຕ່ງ​ດອງ​ໃຫມ່. (ມັດທາຍ 5:32) ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ສະພາບການ​ບາງ​ຢ່າງ​ທີ່​ເຖິງ​ຂັ້ນ​ສຸດ​ຂີດ​ເຊິ່ງ​ເຮັດ​ໃຫ້​ບາງ​ຄົນ​ເຫັນ​ວ່າ​ເປັນ​ສາເຫດ​ສຳລັບ​ການ​ແຍກ​ກັນ​ຢູ່.

ຈົງໃຈ​ບໍ່​ລ້ຽງ​ດູ. ຄອບຄົວ​ອາດ​ອັດຕະຄັດ​ຂັດສົນ​ແລະ​ຂາດ​ສິ່ງ​ຈຳເປັນ​ພື້ນຖານ​ໃນ​ຊີວິດ ເນື່ອງ​ຈາກ​ຜົວ​ບໍ່​ລ້ຽງ​ດູ​ຄອບຄົວ​ທັງໆທີ່​ລາວ​ສາມາດ​ເຮັດ​ໄດ້. ຄຳພີ​ໄບເບິນ​ກ່າວ​ວ່າ “ຖ້າ​ຜູ້​ຫນຶ່ງ​ຜູ້​ໃດ​ບໍ່​ບົວລະບັດ​ລ້ຽງ . . . ຄອບຄົວ​ແຫ່ງ​ຕົນ​ເປັນ​ຕົ້ນ ຜູ້​ນັ້ນ​ໄດ້​ປະຕິເສດ​ຄວາມ​ເຊື່ອ​ແລ້ວ ແລະ​ເປັນ​ອັນ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ.” (1 ຕີໂມເຕ 5:8) ຖ້າ​ຊາຍ​ຄົນ​ນັ້ນ​ບໍ່​ຍອມ​ປ່ຽນ​ແປງ​ແນວ​ທາງ​ຂອງ​ຕົນ ເພື່ອ​ເປັນ​ການ​ປົກ​ປ້ອງ​ສະຫວັດດີພາບ​ຂອງ​ຕົນ​ແລະ​ລູກ ເມຍ​ຄົງ​ຕ້ອງ​ຕັດສິນ​ໃຈ​ວ່າ​ລາວ​ຈຳເປັນ​ຕ້ອງ​ດຳເນີນ​ການ​ທາງ​ກົດຫມາຍ​ເພື່ອ​ແຍກ​ກັນ​ຢູ່​ຫລື​ບໍ່. ແນ່ນອນ​ວ່າ​ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ຄວນ​ພິຈາລະນາ​ຢ່າງ​ຮອບຄອບ​ສຳລັບ​ຂໍ້​ກ່າວ​ຫາ​ທີ່​ວ່າ​ຄລິດສະຕຽນ​ຄົນ​ຫນຶ່ງ​ບໍ່​ລ້ຽງ​ດູ​ຄອບຄົວ​ຂອງ​ຕົນ. ການ​ບໍ່​ລ້ຽງ​ດູ​ຄອບຄົວ​ຂອງ​ຕົນ​ອາດ​ເປັນ​ສາເຫດ​ຂອງ​ການ​ຕັດ​ສຳພັນ.

ທຳ​ຮ້າຍ​ຮ່າງກາຍ​ຢ່າງ​ຮຸນແຮງ. ຄູ່​ສົມລົດ​ທີ່​ມັກ​ທຳ​ຮ້າຍ​ຄູ່​ຂອງ​ຕົນ​ອາດ​ປະຕິບັດ​ຢ່າງ​ຮຸນແຮງ​ຫລາຍ​ຈົນ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ແລະ​ແມ່ນ​ກະທັ່ງ​ຕໍ່​ຊີວິດ​ຂອງ​ອີກ​ຝ່າຍ​ຫນຶ່ງ. ຖ້າ​ຄູ່​ສົມລົດ​ທີ່​ໄດ້​ໃຊ້​ຄວາມ​ຮຸນແຮງ​ເປັນ​ຄລິດສະຕຽນ ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຄວນ​ກວດ​ສອບ​ເລື່ອງ​ນີ້. ການ​ໂມໂຫ​ແລະ​ພຶດຕິກຳ​ທີ່​ຮຸນແຮງ​ເປັນ​ພື້ນຖານ​ສຳລັບ​ການ​ຕັດ​ສຳພັນ.—ຄາລາຊີ 5:19-21.

ເຮັດ​ໃຫ້​ສະພາບ​ຝ່າຍ​ວິນຍານ​ຕົກ​ຢູ່​ໃນ​ອັນຕະລາຍ​ຢ່າງ​ຍິ່ງ. ຄູ່​ສົມລົດ​ອາດ​ພະຍາຍາມ​ເທື່ອ​ແລ້ວ​ເທື່ອ​ອີກ​ເພື່ອ​ເຮັດ​ໃຫ້​ຄູ່​ຂອງ​ຕົນ​ບໍ່​ມີ​ທາງ​ທີ່​ຈະ​ຕິດ​ຕາມ​ການ​ນະມັດສະການ​ແທ້​ຫລື​ອາດ​ພະຍາຍາມ​ບັງຄັບ​ໃຫ້​ເຮັດ​ຜິດ​ຕໍ່​ຄຳ​ສັ່ງ​ຂອງ​ພະເຈົ້າ​ໃນ​ທາງ​ໃດ​ທາງ​ຫນຶ່ງ. ໃນ​ກໍລະນີ​ເຊັ່ນ​ນັ້ນ ຝ່າຍ​ທີ່​ຖືກ​ຄຸກຄາມ​ຄົງ​ຈະ​ຕ້ອງ​ຕັດສິນ​ໃຈ​ວ່າ ທາງ​ດຽວ​ໃນ​ການ “ຟັງ​ພະເຈົ້າ​ຫລາຍ​ກວ່າ​ຟັງ​ມະນຸດ” ນັ້ນ​ຄື​ການ​ແຍກ​ກັນ​ຢູ່​ຕາມ​ກົດຫມາຍ.—ກິດຈະການ 5:29.

ໃນ​ທຸກ​ກໍລະນີ​ທີ່​ກ່ຽວ​ຂ້ອງ​ກັບ​ສະພາບການ​ທີ່​ເຄັ່ງ​ຕຶງ​ຂັ້ນ​ສຸດ​ຂີດ​ເຊິ່ງ​ຫາ​ກໍ​ພິຈາລະນາ ບໍ່​ສົມຄວນ​ທີ່​ຜູ້​ໃດ​ກໍ​ຕາມ​ຈະ​ໄປ​ກົດ​ດັນ​ຝ່າຍ​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ໃຫ້​ແຍກ​ກັນ​ຢູ່​ຫລື​ໃຫ້​ຢູ່​ກັບ​ຄູ່​ຂອງ​ຕົນ​ຕໍ່​ໄປ. ເຖິງ​ແມ່ນ​ວ່າ​ເພື່ອນ​ທີ່​ອາວຸໂສ​ຝ່າຍ​ວິນຍານ​ແລະ​ຜູ້​ເຖົ້າ​ແກ່​ອາດ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ໃຫ້​ຄຳ​ແນະນຳ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ອາດ​ຮູ້​ລາຍ​ລະອຽດ​ທັງ​ຫມົດ​ຂອງ​ສິ່ງ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ຜົວ​ເມຍ. ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ສາມາດ​ຮູ້​ໄດ້. ແນ່ນອນ​ວ່າ​ຜົວ​ຫລື​ເມຍ​ທີ່​ເປັນ​ຄລິດສະຕຽນ​ບໍ່​ໄດ້​ສະແດງ​ຄວາມ​ນັບຖື​ຕໍ່​ພະເຈົ້າ​ຫລື​ການ​ຈັດ​ຕຽມ​ເລື່ອງ​ການ​ແຕ່ງ​ດອງ ຖ້າ​ເວົ້າ​ເຖິງ​ບັນຫາ​ໃນ​ຄອບຄົວ​ຂອງ​ຕົນ​ຮ້າຍແຮງ​ເກີນ​ຄວາມ​ເປັນ​ຈິງ​ພຽງ​ເພື່ອ​ຈະ​ແຍກ​ກັນ​ຢູ່​ກັບ​ຄູ່​ຂອງ​ຕົນ. ພະ​ເຢໂຫວາ​ຮູ້​ແຜນການ​ອັນ​ໃດ​ກໍ​ຕາມ​ທີ່​ຢູ່​ເບື້ອງ​ຫລັງ​ການ​ແຍກ​ກັນ​ຢູ່ ບໍ່​ວ່າ​ຜູ້​ໃດ​ຈະ​ພະຍາຍາມ​ປົກ​ປິດ​ໄວ້​ກໍ​ຕາມ. ທີ່​ຈິງ “ສັບພະ​ທຸກ​ສິ່ງ​ເປືອຍ​ຕົວ​ແລະ​ປາກົດ​ແຈ້ງ​ຕໍ່​ຕາ​ພະເຈົ້າ​ຜູ້​ມີ​ຄວາມ​ກັນ​ກັບ​ເຮົາ​ທັງ​ຫລາຍ.” (ເຫບເລີ 4:13) ແຕ່​ຖ້າ​ສະພາບການ​ທີ່​ເຄັ່ງ​ຕຶງ​ຂັ້ນ​ສຸດ​ຂີດ​ເກີດ​ຂຶ້ນ​ເປັນ​ເວລາ​ດົນ​ນານ​ແລ້ວ ກໍ​ບໍ່​ຄວນ​ມີ​ໃຜ​ວິພາກ​ວິຈານ​ຄລິດສະຕຽນ​ທີ່​ເລືອກ​ການ​ແຍກ​ກັນ​ຢູ່​ວ່າ​ເປັນ​ທາງ​ອອກ​ສຸດ​ທ້າຍ. ໃນ​ທີ່​ສຸດ “ພວກ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ໃຫ້​ການ​ຕົວ​ເອງ​ແກ່​ພະເຈົ້າ.”—ໂລມ 14:10-12.