ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ໄປ​ໃນ​ທາງ​ສູ່​ຊີວິດ

ພະ​ເຢໂຫວາ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ໄປ​ໃນ​ທາງ​ສູ່​ຊີວິດ

“ອັນ​ນີ້​ທາງ​ແມ່ນ. ຈົ່ງ​ທຽວ​ທາງ​ນີ້​ເຖີ້ນ.”—ເອຊາອີ 30:21

ເພງ: 65, 48

1, 2. (ກ) ຄຳ​ເຕືອນ​ອັນ​ໃດ​ທີ່​ຊ່ວຍ​ປົກ​ປ້ອງ​ຊີວິດ​ຂອງ​ຫຼາຍ​ຄົນ? (ເບິ່ງ​ຮູບ​ທຳອິດ) (ຂ) ປະຊາຊົນ​ຂອງ​ພະເຈົ້າ​ມີ​ຄຳ​ເຕືອນ​ຫຍັງ​ທີ່​ສາມາດ​ປົກ​ປ້ອງ​ຊີວິດ​ຂອງ​ເຂົາ​ເຈົ້າ​ໄດ້?

“ຢຸດ ເບິ່ງ ຟັງ.” ເປັນ​ເວລາ​ຫຼາຍ​ກວ່າ 100 ປີ​ທີ່​ຄຳ​ເຫຼົ່າ​ນີ້​ປາກົດ​ໃນ​ປ້າຍ​ໃຫຍ່​ຢູ່​ທາງ​ຂ້າມ​ລາງ​ລົດ​ໄຟ​ໃນ​ທະວີບ​ອາເມລິກາ​ເໜືອ. ຍ້ອນ​ຫຍັງ​ຈຶ່ງ​ມີ​ຄຳ​ເຫຼົ່າ​ນີ້? ກໍ​ເພື່ອ​ລົດ​ໃຫຍ່​ທີ່​ຂ້າມ​ລາງ​ລົດ​ໄຟ​ຈະ​ບໍ່​ຖືກ​ລົດ​ໄຟ​ຄວາມ​ໄວ​ສູງ​ຕຳ. ການ​ໃສ່​ໃຈ​ຕໍ່​ປ້າຍ​ຄຳ​ເຕືອນ​ເຫຼົ່າ​ນີ້​ຊ່ວຍ​ປົກ​ປ້ອງ​ຊີວິດ​ຂອງ​ຫຼາຍ​ຄົນ​ໄວ້​ໄດ້.

2 ພະ​ເຢໂຫວາ​ເຮັດ​ບາງ​ສິ່ງ​ທີ່​ດີ​ກວ່າ​ການ​ໃຫ້​ປ້າຍ​ເຕືອນ​ເລື່ອງ​ຄວາມ​ປອດໄພ​ແກ່​ເຮົາ. ພະອົງ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ແລະ​ຢູ່​ຫ່າງ​ໄກ​ຈາກ​ອັນຕະລາຍ​ຕ່າງໆ. ພະ​ເຢໂຫວາ​ເປັນ​ຄື​ກັບ​ຜູ້​ລ້ຽງ​ແກະ​ທີ່​ມີ​ຄວາມ​ຮັກ​ເຊິ່ງ​ຊີ້​ນຳ​ແລະ​ເຕືອນ​ປະຊາຊົນ​ຂອງ​ພະອົງ​ເພື່ອ​ເຂົາ​ເຈົ້າ​ສາມາດ​ຫຼີກ​ລ່ຽງ​ອັນຕະລາຍ​ໄດ້.—ອ່ານ​ເອຊາອີ 30:20, 21

ພະ​ເຢໂຫວາ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ສະເໝີ

3. ຄອບຄົວ​ມະນຸດ​ຕົກ​ເຂົ້າ​ສູ່​ຄວາມ​ຕາຍ​ໄດ້​ແນວ​ໃດ?

3 ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ໃນ​ປະຫວັດສາດ​ຂອງ​ມະນຸດ ພະ​ເຢໂຫວາ​ໄດ້​ໃຫ້​ຄຳ​ແນະນຳ​ຫຼື​ການ​ຊີ້​ນຳ​ທີ່​ເຈາະ​ຈົງ​ແກ່​ປະຊາຊົນ​ຂອງ​ພະອົງ. ຕົວຢ່າງ​ເຊັ່ນ: ໃນ​ສວນ​ເອເດນ ພະ​ເຢໂຫວາ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ເຊິ່ງ​ຈະ​ຊີ້​ນຳ​ຄອບຄົວ​ມະນຸດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ແລະ​ມີ​ຄວາມ​ສຸກ. (ຕົ້ນເດີມ 2:15-17) ແຕ່​ອາດາມ​ແລະ​ເອວາ​ບໍ່​ຍອມ​ຮັບ​ການ​ຊີ້​ນຳ​ຈາກ​ພໍ່​ທີ່​ຮັກ​ເຂົາ​ເຈົ້າ. ເອວາ​ໄດ້​ຟັງ​ຄຳ​ແນະນຳ​ທີ່​ເບິ່ງ​ຄື​ວ່າ​ມາ​ຈາກ​ງູ ແລະ​ຈາກ​ນັ້ນ​ອາດາມ​ກໍ​ຟັງ​ຄວາມ​ເມຍ​ຂອງ​ລາວ. ແລ້ວ​ຜົນ​ເປັນ​ແນວ​ໃດ? ທັງ​ສອງ​ຄົນ​ໄດ້​ຮັບ​ຄວາມ​ເສຍຫາຍ ແລະ​ເຂົາ​ເຈົ້າ​ກໍ​ຕາຍ​ໂດຍ​ທີ່​ບໍ່​ມີ​ຄວາມ​ຫວັງ​ໃດໆເລີຍ. ນອກ​ຈາກ​ນັ້ນ ຍ້ອນ​ການ​ບໍ່​ເຊື່ອ​ຟັງ​ຂອງ​ທັງ​ສອງ ຄອບຄົວ​ທັງ​ໝົດ​ຂອງ​ມະນຸດ​ຈຶ່ງ​ຕົກ​ເຂົ້າ​ສູ່​ຄວາມ​ຕາຍ.

4. (ກ) ຫຼັງ​ຈາກ​ນໍ້າ​ຖ້ວມ​ໂລກ ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ການ​ຊີ້​ນຳ​ເພີ່ມ​ເຕີມ? (ຂ) ສະພາບການ​ໃໝ່​ເປີດ​ເຜີຍ​ໃຫ້​ເຫັນ​ຄວາມ​ຄິດ​ຂອງ​ພະເຈົ້າ​ຄື​ແນວ​ໃດ?

4 ພະ​ເຢໂຫວາ​ໄດ້​ໃຫ້​ການ​ຊີ້​ນຳ​ຕ່າງໆແກ່​ໂນເອ​ເພື່ອ​ຈະ​ປົກ​ປ້ອງ​ຊີວິດ​ໃຫ້​ລອດ. ຫຼັງ​ຈາກ​ນໍ້າ​ຖ້ວມ​ໂລກ ພະ​ເຢໂຫວາ​ໄດ້​ສັ່ງ​ບໍ່​ໃຫ້​ຜູ້​ຄົນ​ກິນ​ຫຼື​ດື່ມ​ເລືອດ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຕອນ​ນີ້​ພະ​ເຢໂຫວາ​ຈະ​ຍອມ​ໃຫ້​ມະນຸດ​ກິນ​ຊີ້ນ​ໄດ້. ເນື່ອງ​ຈາກ​ຢູ່​ໃນ​ສະພາບການ​ໃໝ່ ເຂົາ​ເຈົ້າ​ຈຶ່ງ​ຕ້ອງ​ມີ​ການ​ຊີ້​ນຳ​ໃໝ່​ຄື​ວ່າ: “ຊີ້ນ​ນັ້ນ ທ່ານ​ທັງ​ຫຼາຍ​ຢ່າຊູ່​ກິນ​ກັບ​ຊີວິດ​ຂອງ​ມັນ ຄື​ວ່າ​ເລືອດ.” (ຕົ້ນເດີມ 9:1-4) ຈາກ​ຄຳ​ສັ່ງ​ຂໍ້​ນີ້​ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ທີ່​ພະອົງ​ເປັນ​ເຈົ້າ​ຂອງ. ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ແລະ​ພະອົງ​ໃຫ້​ເຮົາ​ມີ​ຊີວິດ ດັ່ງ​ນັ້ນ ພະອົງ​ຈຶ່ງ​ມີ​ສິດ​ທີ່​ຈະ​ຕັ້ງ​ກົດ​ກ່ຽວ​ກັບ​ຊີວິດ. ຕົວຢ່າງ​ເຊັ່ນ: ພະອົງ​ສັ່ງ​ມະນຸດ​ບໍ່​ໃຫ້​ຂ້າ​ກັນ. ພະ​ເຢໂຫວາ​ຖື​ວ່າ​ຊີວິດ​ແລະ​ເລືອດ​ເປັນ​ສິ່ງ​ທີ່​ສັກສິດ ແລະ​ພະອົງ​ຈະ​ລົງໂທດ​ຜູ້​ທີ່​ໃຊ້​ຊີວິດ​ແລະ​ເລືອດ​ໃນ​ທາງ​ທີ່​ຜິດ.—ຕົ້ນເດີມ 9:5, 6

5. ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ເລື່ອງ​ໃດ ແລະ​ຍ້ອນ​ຫຍັງ?

5 ຫຼັງ​ຈາກ​ສະໄໝ​ຂອງ​ໂນເອ ພະ​ເຢໂຫວາ​ໄດ້​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ຕໍ່ໆໄປ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ສອງ​ສາມ​ຕົວຢ່າງ​ກ່ຽວ​ກັບ​ວິທີ​ທີ່​ພະອົງ​ຊີ້​ນຳ​ເຂົາ​ເຈົ້າ. ການ​ທົບ​ທວນ​ສິ່ງ​ເຫຼົ່າ​ນີ້​ຈະ​ເສີມ​ສ້າງ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ເພື່ອ​ເຂົ້າ​ໄປ​ສູ່​ໂລກ​ໃໝ່.

ຊາດ​ໃໝ່ ການ​ຊີ້​ນຳ​ໃໝ່

6. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຈຳເປັນ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເຊື່ອ​ຟັງ​ພະບັນຍັດ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ ແລະ​ເຂົາ​ເຈົ້າ​ຕ້ອງ​ມີ​ທັດສະນະ​ແນວ​ໃດ?

6 ໃນ​ສະໄໝ​ຂອງ​ໂມເຊ ພະ​ເຢໂຫວາ​ໄດ້​ໃຫ້​ການ​ຊີ້​ນຳ​ທີ່​ຈະ​ແຈ້ງ​ແກ່​ປະຊາຊົນ​ຂອງ​ພະອົງ​ໃນ​ເລື່ອງ​ການ​ປະຕິບັດ​ແລະ​ການ​ນະມັດສະການ. ຍ້ອນ​ຫຍັງ? ອີກ​ເທື່ອ​ໜຶ່ງ ກໍ​ຍ້ອນ​ວ່າ​ສະພາບການ​ຕ່າງໆໄດ້​ປ່ຽນ​ໄປ. ເປັນ​ເວລາ​ຫຼາຍ​ກວ່າ​ສອງ​ຮ້ອຍ​ປີ ຊາວ​ອິດສະລາແອນ​ໄດ້​ເປັນ​ທາດ​ຢູ່​ໃນ​ປະເທດ​ເອຢິບ​ເຊິ່ງ​ເຂົາ​ເຈົ້າ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ນະມັດສະການ​ຄົນ​ຕາຍ ໃຊ້​ຮູບ​ປັ້ນ ແລະ​ເຮັດ​ຫຼາຍ​ສິ່ງ​ທີ່​ບໍ່​ໄດ້​ໃຫ້​ກຽດ​ພະເຈົ້າ. ເມື່ອ​ປະຊາຊົນ​ຂອງ​ພະເຈົ້າ​ພົ້ນ​ຈາກ​ການ​ເປັນ​ທາດ​ໃນ​ປະເທດ​ເອຢິບ ເຂົາ​ເຈົ້າ​ຈຶ່ງ​ຕ້ອງ​ມີ​ການ​ຊີ້​ນຳ​ໃໝ່. ເຂົາ​ເຈົ້າ​ຈະ​ກາຍ​ເປັນ​ຊາດ​ໜຶ່ງ​ທີ່​ເຮັດ​ຕາມ​ພະບັນຍັດ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ. ປຶ້ມ​ອ້າງອີງ​ບາງ​ຫົວ​ກ່າວ​ເຖິງ​ຄຳ​ໃນ​ພາສາ​ເຫບເລີ​ສຳລັບ​ຄຳ​ວ່າ “ພະບັນຍັດ” ແມ່ນ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບ​ຄຳ​ທີ່​ມີ​ຄວາມ​ໝາຍ​ວ່າ “ຊີ້​ນຳ ແນະນຳ ສັ່ງ​ສອນ.” ພະບັນຍັດ​ໄດ້​ປົກ​ປ້ອງ​ຊາວ​ອິດສະລາແອນ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ແລະ​ຈາກ​ສາສະໜາ​ທີ່​ສອນ​ບໍ່​ຖືກຕ້ອງ​ຂອງ​ຊາດ​ຕ່າງໆທີ່​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ. ເມື່ອ​ຊາວ​ອິດສະລາແອນ​ເຊື່ອ​ຟັງ​ພະເຈົ້າ ພະອົງ​ກໍ​ອວຍ​ພອນ​ໃຫ້​ເຂົາ​ເຈົ້າ ແຕ່​ເມື່ອ​ບໍ່​ເຊື່ອ​ຟັງ​ພະອົງ ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ທີ່​ຮ້າຍແຮງ.—ອ່ານ​ພະບັນຍັດ 28:1, 2, 15

7. (ກ) ຂໍ​ໃຫ້​ອະທິບາຍ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ການ​ຊີ້​ນຳ​ແກ່​ປະຊາຊົນ​ຂອງ​ພະອົງ. (ຂ) ພະບັນຍັດ​ເປັນ​ຜູ້​ດູ​ແລ​ສຳລັບ​ຊາວ​ອິດສະລາແອນ​ຄື​ແນວ​ໃດ?

7 ຍັງ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ຕ້ອງ​ມີ​ການ​ຊີ້​ນຳ​ໃໝ່. ພະບັນຍັດ​ໄດ້​ກຽມ​ຊາວ​ອິດສະລາແອນ​ໄວ້​ສຳລັບ​ເຫດການ​ທີ່​ສຳຄັນ​ໃນ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ ນັ້ນ​ຄື​ການ​ມາ​ຂອງ​ພະ​ເຍຊູ​ຄລິດ​ຜູ້​ເປັນ​ເມຊີ. ພະບັນຍັດ​ເຕືອນ​ຊາວ​ອິດສະລາແອນ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ. ພະບັນຍັດ​ຍັງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່ ເຊິ່ງ​ກໍ​ຄື​ເຄື່ອງ​ບູຊາ​ທີ່​ສົມບູນ​ພ້ອມ​ທີ່​ຈະ​ກຳຈັດ​ບາບ​ຂອງ​ເຂົາ​ເຈົ້າ​ໃຫ້​ໝົດ​ສິ້ນ​ໄປ. (ຄາລາຊີ 3:19; ເຫບເລີ 10:1-10) ນອກ​ຈາກ​ນັ້ນ ພະບັນຍັດ​ຍັງ​ປົກ​ປ້ອງ​ເຊື້ອ​ສາຍ​ຂອງ​ເມຊີ​ແລະ​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ລະບຸ​ຕົວ​ເມຊີ​ໄດ້​ເມື່ອ​ເພິ່ນ​ມາ​ປາກົດ​ຕົວ. ແມ່ນ​ແລ້ວ ພະບັນຍັດ​ເປັນ​ຄື​ກັບ​ການ​ຊີ້​ນຳ​ຊົ່ວຄາວ ຫຼື​ເປັນ​ຄື​ກັບ “ຜູ້​ດູ​ແລ” ທີ່​ພາ​ໄປ​ເຖິງ​ພະ​ຄລິດ.—ຄາລາຊີ 3:23, 24

8. ເປັນ​ຫຍັງ​ເຮົາ​ຄວນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຫຼັກ​ການ​ຕ່າງໆທີ່​ຢູ່​ໃນ​ພະບັນຍັດ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ?

8 ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ເຮົາ​ເອງ​ກໍ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຊີ້​ນຳ​ທີ່​ພະ​ເຢໂຫວາ​ໃຫ້​ໄວ້​ຢູ່​ໃນ​ພະ​ບັນຍັດ. ໃນ​ທາງ​ໃດ? ເຮົາ​ສາມາດ​ຢຸດ​ແລະ​ເບິ່ງ​ທີ່​ຫຼັກ​ການ​ຕ່າງໆເຊິ່ງ​ເປັນ​ພື້ນຖານ​ຂອງ​ພະບັນຍັດ​ນັ້ນ. ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ພະບັນຍັດ​ເຫຼົ່າ​ນັ້ນ​ແລ້ວ​ກໍ​ຕາມ ແຕ່​ເຮົາ​ຍັງ​ສາມາດ​ອາໄສ​ຫຼາຍ​ສິ່ງ​ທີ່​ຢູ່​ໃນ​ພະບັນຍັດ​ນັ້ນ​ເພື່ອ​ຊີ້​ນຳ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ​ແລະ​ເພື່ອ​ນະມັດສະການ​ພະ​ເຢໂຫວາ. ພະອົງ​ໃຫ້​ມີ​ພະບັນຍັດ​ເຫຼົ່າ​ນັ້ນ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ກໍ​ເພື່ອ​ເຮົາ​ຈະ​ຮຽນ​ຮູ້​ຈາກ​ພະບັນຍັດ​ນັ້ນ ໄດ້​ຮັບ​ການ​ຊີ້​ນຳ​ໂດຍ​ທາງ​ຫຼັກ​ການ​ຕ່າງໆໃນ​ພະບັນຍັດ​ນັ້ນ ແລະ​ຮູ້​ຄຸນຄ່າ​ທີ່​ພະ​ເຍຊູ​ໄດ້​ສອນ​ເຮົາ​ບາງ​ສິ່ງ​ທີ່​ໃຫຍ່​ກວ່າ​ພະບັນຍັດ​ນັ້ນ. ເຮົາ​ຟັງ​ສິ່ງ​ທີ່​ພະ​ເຍຊູ​ກ່າວ​ໄວ້​ທີ່​ວ່າ: “ທ່ານ​ທັງ​ຫຼາຍ​ໄດ້​ຍິນ​ວ່າ​ມີ​ຄຳ​ກ່າວ​ໄວ້​ວ່າ ‘ຢ່າ​ຫຼິ້ນ​ຊູ້​ສູ່​ຜົວ​ເມຍ​ທ່ານ.’ ແຕ່​ວ່າ​ຝ່າຍ​ເຮົາ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຄົນ​ທຸກ​ຄົນ​ທີ່​ເບິ່ງ​ຍິງ​ຜູ້​ໜຶ່ງ​ດ້ວຍ​ໃຈ​ຄຶດ​ຢາກ​ໄດ້​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫຼິ້ນ​ຊູ້​ສູ່​ໃນ​ໃຈ​ເອງ​ກັບ​ຍິງ​ນັ້ນ​ແລ້ວໆ.” ດັ່ງ​ນັ້ນ ເຮົາ​ບໍ່​ພຽງ​ແຕ່​ຫຼີກ​ລ່ຽງ​ການ​ຫຼິ້ນ​ຊູ້​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ປະຕິເສດ​ຄວາມ​ຄິດ​ແລະ​ຄວາມ​ປາຖະໜາ​ໃນ​ເລື່ອງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.—ມັດທາຍ 5:27, 28

9. ສະພາບການ​ໃໝ່​ແບບ​ໃດ​ທີ່​ຈຳເປັນ​ຕ້ອງ​ມີ​ຄຳ​ແນະນຳ​ໃໝ່​ຈາກ​ພະເຈົ້າ?

9 ຫຼັງ​ຈາກ​ທີ່​ພະ​ເຍຊູ​ມາ​ໃນ​ຖານະ​ເປັນ​ເມຊີ ພະ​ເຢໂຫວາ​ໄດ້​ໃຫ້​ຄຳ​ແນະນຳ​ໃໝ່​ແລະ​ເປີດ​ເຜີຍ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະອົງ. ຍ້ອນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ຈຳເປັນ? ກໍ​ຍ້ອນ​ວ່າ​ໃນ​ປີ ຄ.ສ. 33 ພະ​ເຢໂຫວາ​ໄດ້​ປະຕິເສດ​ຊາດ​ອິດສະລາແອນ​ແລະ​ໄດ້​ເລືອກ​ປະຊາຄົມ​ຄລິດສະຕຽນ​ໃຫ້​ເປັນ​ປະຊາຊົນ​ຂອງ​ພະອົງ. ດັ່ງ​ນັ້ນ ປະຊາຊົນ​ຂອງ​ພະເຈົ້າ​ຈຶ່ງ​ຢູ່​ໃນ​ສະພາບການ​ໃໝ່​ອີກ​ຄັ້ງ​ໜຶ່ງ.

ການ​ຊີ້​ນຳ​ສຳລັບ​ອິດສະລາແອນ​ໂດຍ​ໄນ

10. ເປັນ​ຫຍັງ​ຈຶ່ງ​ມີ​ການ​ໃຫ້​ພະບັນຍັດ​ໃໝ່​ແກ່​ປະຊາຄົມ​ຄລິດສະຕຽນ ແລະ​ພະບັນຍັດ​ເຫຼົ່າ​ນີ້​ແຕກຕ່າງ​ແນວ​ໃດ​ຈາກ​ພະບັນຍັດ​ທີ່​ໃຫ້​ແກ່​ຊາວ​ອິດສະລາແອນ?

10 ພະ​ເຢໂຫວາ​ໄດ້​ໃຫ້​ພະບັນຍັດ​ຂອງ​ໂມເຊ​ແກ່​ຊາວ​ອິດສະລາແອນ​ເພື່ອ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ວິທີ​ການ​ໃຊ້​ຊີວິດ​ແລະ​ນະມັດສະການ​ພະອົງ. ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ສະຕະວັດ​ທຳອິດ ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໄດ້​ມາ​ຈາກ​ຊາດ​ດຽວ​ເທົ່ານັ້ນ ແຕ່​ມາ​ຈາກ​ຫຼາຍໆຊາດ​ແລະ​ຫຼາຍໆພູມ​ຫຼັງ ແລະ​ເຂົາ​ເຈົ້າ​ຖືກ​ເອີ້ນ​ວ່າ​ຊາດ​ອິດສະລາແອນ​ໂດຍ​ໄນ. ເຂົາ​ເຈົ້າ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃຫ້​ເປັນ​ປະຊາຄົມ​ຄລິດສະຕຽນ​ແລະ​ຢູ່​ພາຍ​ໃຕ້​ຄຳ​ສັນຍາ​ໃໝ່. ພະ​ເຢໂຫວາ​ໄດ້​ໃຫ້​ຄຳ​ແນະນຳ​ໃໝ່​ແກ່​ເຂົາ​ເຈົ້າ​ຫຼື​ໄດ້​ເຮັດ​ໃຫ້​ຄຳ​ແນະນຳ​ນັ້ນ​ກວ້າງ​ອອກ​ໃນ​ເລື່ອງ​ວິທີ​ດຳລົງ​ຊີວິດ​ແລະ​ນະມັດສະການ​ພະອົງ. ທີ່​ຈິງ “ພະເຈົ້າ​ບໍ່​ເລືອກ​ໜ້າ​ຄົນ ແຕ່​ວ່າ​ໃນ​ທຸກ​ປະເທດ​ຜູ້​ໜຶ່ງ​ຜູ້​ໃດ​ທີ່​ຢ້ານຢຳ​ພະເຈົ້າ​ແລະ​ກະທຳ​ການ​ຊອບທຳ​ກໍ​ເປັນ​ທີ່​ຊອບ​ໃຈ​ແກ່​ພະອົງ.” (ກິດຈະການ 10:34, 35) ເຂົາ​ເຈົ້າ​ເຮັດ​ຕາມ “ພະບັນຍັດ​ຂອງ​ພະ​ຄລິດ” ເຊິ່ງ​ອາໄສ​ຫຼັກ​ການ​ຕ່າງໆທີ່​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ ບໍ່​ແມ່ນ​ຢູ່​ເທິງ​ແຜ່ນ​ຫີນ. ພະບັນຍັດ​ນີ້​ຈະ​ຊີ້​ນຳ​ແລະ​ເປັນ​ປະໂຫຍດ​ຕໍ່​ຄລິດສະຕຽນ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ອາໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ.—ຄາລາຊີ 6:2

11. ໃນ​ຊີວິດ​ຂອງ​ຄລິດສະຕຽນ​ມີ​ສອງ​ແງ່​ມຸມ​ອັນ​ໃດ​ແດ່​ເຊິ່ງ​ໄດ້​ຮັບ​ຜົນ​ກະທົບ​ຈາກ “ພະບັນຍັດ​ຂອງ​ພະ​ຄລິດ”?

11 ອິດສະລາແອນ​ໂດຍ​ໄນ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆຈາກ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ຜ່ານ​ທາງ​ພະ​ເຍຊູ. ບໍ່​ດົນ​ກ່ອນ​ທີ່​ພະ​ເຍຊູ​ໃຫ້​ຄຳ​ສັນຍາ​ໃໝ່ ພະອົງ​ໄດ້​ໃຫ້​ຄຳ​ສັ່ງ 2 ຂໍ້​ທີ່​ສຳຄັນ​ຫຼາຍ. ຂໍ້​ທຳອິດ​ແມ່ນ​ກ່ຽວ​ກັບ​ວຽກ​ການ​ປະກາດ ແລະ​ຂໍ້​ທີ​ສອງ​ແມ່ນ​ກ່ຽວ​ກັບ​ວິທີ​ທີ່​ຄລິດສະຕຽນ​ຄວນ​ປະພຶດ​ແລະ​ປະຕິບັດ​ຕໍ່​ກັນ. ຄຳ​ສັ່ງ​ເຫຼົ່າ​ນີ້​ແມ່ນ​ສຳລັບ​ຄລິດສະຕຽນ​ທຸກ​ຄົນ ດັ່ງ​ນັ້ນ ຄຳ​ສັ່ງ​ເຫຼົ່າ​ນີ້​ຈຶ່ງ​ໃຊ້​ໄດ້​ກັບ​ພວກ​ເຮົາ​ທຸກ​ຄົນ​ໃນ​ທຸກ​ມື້​ນີ້ ທັງ​ຜູ້​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ​ຫຼື​ຢູ່​ທີ່​ໂລກ​ນີ້.

12. ສິ່ງ​ໃດ​ເປັນ​ເລື່ອງ​ໃໝ່​ກ່ຽວ​ກັບ​ການ​ປະກາດ?

12 ໃນ​ອະດີດ ຜູ້​ຄົນ​ຈາກ​ຊາດ​ຕ່າງໆໄດ້​ມາ​ປະເທດ​ອິດສະລາແອນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. (1 ກະສັດ 8:41-43) ແຕ່​ຈາກ​ນັ້ນ ພະ​ເຍຊູ​ໄດ້​ໃຫ້​ຄຳ​ສັ່ງ​ທີ່​ເຮົາ​ພົບ​ໃນ​ມັດທາຍ 28:19, 20 (ອ່ານ). ພະ​ເຍຊູ​ໄດ້​ບອກ​ພວກ​ລູກ​ສິດ​ວ່າ​ໃຫ້ “ໄປ” ຫາ​ທຸກ​ຄົນ. ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ພະ​ເຢໂຫວາ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຕ້ອງການ​ໃຫ້​ມີ​ການ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ. ໃນ​ມື້​ນັ້ນ​ປະມານ 120 ຄົນ​ຂອງ​ປະຊາຄົມ​ໃໝ່​ເຊິ່ງ​ໄດ້​ຮັບ​ການ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ ເຂົາ​ເຈົ້າ​ກໍ​ເລີ່ມ​ເວົ້າ​ພາສາ​ຕ່າງໆກັບ​ຄົນ​ຢິວ​ແລະ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ. (ກິດຈະການ 2:4-11) ຕໍ່​ມາ ເຂດ​ປະກາດ​ກໍ​ກວ້າງ​ອອກ​ໄປ​ເຖິງ​ຄົນ​ສະມາລີ. ຈາກ​ນັ້ນ ໃນ​ປີ ຄ.ສ. 36 ເຂດ​ປະກາດ​ກໍ​ຂະຫຍາຍ​ອອກ​ໄປ​ເຖິງ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ. ໃນ​ນີ້​ຈຶ່ງ​ໝາຍ​ຄວາມ​ວ່າ​ຄລິດສະຕຽນ​ຕ້ອງ​ປະກາດ​ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້!

13, 14. (ກ) ໃນ “ຄຳ​ສັ່ງ​ໃໝ່” ຂອງ​ພະ​ເຍຊູ​ມີ​ຫຍັງ​ກ່ຽວ​ຂ້ອງ​ຢູ່​ນຳ? (ຂ) ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ທີ່​ພະ​ເຍຊູ​ວາງ​ໄວ້?

13 ພະ​ເຍຊູ​ຍັງ​ໄດ້​ໃຫ້ “ຄຳ​ສັ່ງ​ໃໝ່​ຂໍ້​ໜຶ່ງ” ທີ່​ກ່ຽວ​ຂ້ອງ​ກັບ​ວິທີ​ປະຕິບັດ​ຕໍ່​ພີ່​ນ້ອງ​ຊາຍ​ຍິງ. (ອ່ານ​ໂຢຮັນ 13:34, 35) ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຂອງ​ເຮົາ​ທຸກໆມື້ ແລະ​ເຮົາ​ຍັງ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ມອບ​ຊີວິດ​ຂອງ​ເຮົາ​ໃຫ້​ແກ່​ເຂົາ​ເຈົ້າ ເຖິງ​ວ່າ​ໃນ​ພະບັນຍັດ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ​ກໍ​ຕາມ.—ມັດທາຍ 22:39; 1 ໂຢຮັນ 3:16

14 ພະ​ເຍຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ຮັກ​ແບບ​ບໍ່​ເຫັນ​ແກ່​ຕົວ. ພະອົງ​ຮັກ​ພວກ​ລູກ​ສິດ​ຫຼາຍ​ຈົນ​ເຖິງ​ຂັ້ນ​ໄດ້​ເຕັມ​ໃຈ​ຕາຍ​ເພື່ອ​ເຂົາ​ເຈົ້າ ແລະ​ພະອົງ​ກໍ​ຄາດ​ໝາຍ​ໃຫ້​ພວກ​ລູກ​ສິດ​ທຸກ​ຄົນ​ເຮັດ​ຄື​ກັບ​ທີ່​ພະອົງ​ໄດ້​ເຮັດ. ດັ່ງ​ນັ້ນ ເຮົາ​ຄວນ​ເຕັມ​ໃຈ​ທີ່​ຈະ​ອົດ​ທົນ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆແລະ​ເຖິງ​ຂັ້ນ​ຍອມ​ຕາຍ​ເພື່ອ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ.—1 ເທຊະໂລນີກ 2:8

ການ​ຊີ້​ນຳ​ສຳລັບ​ທຸກ​ມື້​ນີ້ ແລະ​ສຳລັບ​ອະນາຄົດ

15, 16. ໃນ​ປັດຈຸບັນ​ນີ້​ເຮົາ​ມີ​ສະພາບການ​ໃໝ່​ອັນ​ໃດ ແລະ​ພະ​ເຢໂຫວາ​ຊີ້​ນຳ​ເຮົາ​ແນວ​ໃດ?

15 ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ ‘ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ’ ໃຫ້​ແຈກ​ປັນ​ອາຫານ​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ຂອງ​ພວກ​ລູກ​ສິດ​ຂອງ​ພະອົງ​ໃນ ‘ເວລາ​ທີ່​ເໝາະ​ສົມ.’ (ມັດທາຍ 24:45-47) ອາຫານ​ນີ້​ລວມ​ມີ​ຄຳ​ຊີ້​ນຳ​ຕ່າງໆທີ່​ສຳຄັນ​ສຳລັບ​ປະຊາຊົນ​ຂອງ​ພະເຈົ້າ​ເມື່ອ​ສະພາບການ​ຕ່າງໆໄດ້​ປ່ຽນ​ໄປ. ເຮົາ​ມີ​ສະພາບການ​ໃໝ່​ຄື​ແນວ​ໃດ?

16 ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ” ແລະ​ອີກ​ບໍ່​ດົນ​ເຮົາ​ຈະ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ເຊິ່ງ​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ. (2 ຕີໂມເຕ 3:1, ລ.ມ.; ມາລະໂກ 13:19) ຊາຕານ​ແລະ​ພວກ​ຜີ​ປີສາດ​ຂອງ​ມັນ​ຍັງ​ໄດ້​ຖືກ​ຖິ້ມ​ລົງ​ມາ​ຈາກ​ຟ້າ​ສະຫວັນ​ໃຫ້​ມາ​ຢູ່​ໂລກ​ນີ້ ເຊິ່ງ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ມະນຸດ​ມີ​ຄວາມ​ທຸກ​ລຳບາກ​ຫຼາຍ. (ຄຳປາກົດ 12:9, 12) ນອກ​ຈາກ​ນັ້ນ ເຮົາ​ກຳລັງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ທີ່​ໃຫ້​ປະກາດ​ໄປ​ທົ່ວ​ໂລກ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ຕື່ມ​ອີກ​ແລະ​ໃນ​ຫຼາຍ​ພາສາ​ກວ່າ​ທີ່​ເຄີຍ​ມີ​ມາ!

17, 18. ເຮົາ​ຄວນ​ຕອບ​ສະໜອງ​ແນວ​ໃດ​ຕໍ່​ກັບ​ການ​ຊີ້​ນຳ​ທີ່​ເຮົາ​ໄດ້​ຮັບ?

17 ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ໃຫ້​ເຄື່ອງ​ມື​ຫຼາຍ​ຢ່າງ​ແກ່​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃນ​ວຽກ​ປະກາດ. ເຈົ້າ​ໄດ້​ໃຊ້​ເຄື່ອງ​ມື​ເຫຼົ່າ​ນັ້ນ​ບໍ? ຢູ່​ທີ່​ການ​ປະຊຸມ ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ກ່ຽວ​ກັບ​ການ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນັ້ນ​ໃນ​ວິທີ​ທີ່​ດີ​ທີ່​ສຸດ. ເຈົ້າ​ຖື​ວ່າ​ຄຳ​ແນະນຳ​ເຫຼົ່າ​ນີ້​ມາ​ຈາກ​ພະ​ເຢໂຫວາ​ບໍ?

18 ເພື່ອ​ພະ​ເຢໂຫວາ​ຈະ​ອວຍ​ພອນ ເຮົາ​ຕ້ອງ​ໃສ່​ໃຈ​ຕໍ່​ການ​ຊີ້​ນຳ​ທຸກ​ຢ່າງ​ທີ່​ໃຫ້​ເຮົາ​ໂດຍ​ຜ່ານ​ທາງ​ປະຊາຄົມ​ຄລິດສະຕຽນ. ຖ້າ​ເຮົາ​ເຊື່ອ​ຟັງ​ໃນ​ຕອນ​ນີ້ ກໍ​ຈະ​ງ່າຍ​ຂຶ້ນ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ໃນ​ລະຫວ່າງ​ທີ່​ມີ “ຄວາມ​ທຸກ​ທໍລະມານ​ຢ່າງ​ໜັກ” ເມື່ອ​ໂລກ​ຊົ່ວ​ທັງ​ໝົດ​ທີ່​ຊາຕານ​ປົກຄອງ​ຈະ​ຖືກ​ທຳລາຍ. (ມັດທາຍ 24:21) ຫຼັງ​ຈາກ​ນັ້ນ ເຮົາ​ກໍ​ຈະ​ໄດ້​ຮັບ​ການ​ຊີ້​ນຳ​ໃໝ່​ສຳລັບ​ຊີວິດ​ໃນ​ໂລກ​ໃໝ່​ທີ່​ຊອບທຳ​ເຊິ່ງ​ຈະ​ພົ້ນ​ຈາກ​ອິດທິພົນ​ຂອງ​ຊາຕານ​ຢ່າງ​ແທ້​ຈິງ.

ໃນ​ໂລກ​ໃໝ່ ເຮົາ​ຈະ​ໄດ້​ຮັບ​ມ້ວນ​ໜັງສື​ໃໝ່​ພ້ອມ​ກັບ​ການ​ຊີ້​ນຳ​ໃໝ່​ສຳລັບ​ຊີວິດ​ໃນ​ອຸທິຍານ (ເບິ່ງ​ຂໍ້ 19, 20)

19, 20. ຈະ​ມີ​ການ​ເປີດ​ມ້ວນ​ໜັງສື​ຫຍັງ ແລະ​ຜົນ​ຈະ​ເປັນ​ຄື​ແນວ​ໃດ?

19 ໃນ​ສະໄໝ​ຂອງ​ໂມເຊ ຊາດ​ອິດສະລາແອນ​ຈຳເປັນ​ຕ້ອງ​ມີ​ການ​ຊີ້​ນຳ​ໃໝ່ ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ໃຫ້​ພະບັນຍັດ​ແກ່​ເຂົາ​ເຈົ້າ. ຕໍ່​ມາ​ປະຊາຄົມ​ຄລິດສະຕຽນ​ຕ້ອງ​ເຮັດ​ຕາມ “ພະບັນຍັດ​ຂອງ​ພະ​ຄລິດ.” ຄ້າຍ​ຄື​ກັນ ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ໃນ​ໂລກ​ໃໝ່ ເຮົາ​ຈະ​ໄດ້​ຮັບ​ມ້ວນ​ໜັງສື​ໃໝ່​ພ້ອມ​ກັບ​ການ​ຊີ້​ນຳ​ໃໝ່. (ອ່ານ​ຄຳປາກົດ 20:12) ເປັນ​ໄປ​ໄດ້​ຫຼາຍ​ທີ່​ມ້ວນ​ໜັງສື​ເຫຼົ່າ​ນີ້​ຈະ​ອະທິບາຍ​ກ່ຽວ​ກັບ​ຂໍ້​ຮຽກ​ຮ້ອງ​ຕ່າງໆຂອງ​ພະ​ເຢໂຫວາ​ສຳລັບ​ມະນຸດ​ໃນ​ເວລາ​ນັ້ນ. ໂດຍ​ການ​ສຶກສາ​ມ້ວນ​ໜັງສື​ເຫຼົ່າ​ນີ້ ມະນຸດ​ທຸກ​ຄົນ​ລວມ​ທັງ​ຄົນ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ສາມາດ​ຮູ້​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ຈາກ​ເຂົາ​ເຈົ້າ. ມ້ວນ​ໜັງສື​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຄິດ. ນອກ​ຈາກ​ນັ້ນ ໃນ​ອຸທິຍານ​ເຮົາ​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ເພື່ອ​ເຮົາ​ຈະ​ປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຮັກ ຄວາມ​ນັບຖື ແລະ​ໃຫ້​ກຽດ​ກັນ. (ເອຊາອີ 26:9) ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ມີ​ຫຼາຍ​ສິ່ງ​ແທ້ໆທີ່​ເຮົາ​ຈະ​ຮຽນ​ຮູ້​ແລະ​ສອນ​ຄົນ​ອື່ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ເຍຊູ​ຄລິດ​ກະສັດ​ຂອງ​ເຮົາ!

20 ຖ້າ​ເຮົາ​ເຮັດ​ຕາມ​ການ​ຊີ້​ນຳ “ທີ່​ຂຽນ​ໄວ້​ແລ້ວ​ໃນ​ໜັງສື​ທັງ​ຫຼາຍ​ນັ້ນ” ແລະ​ເຮົາ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໃນ​ລະຫວ່າງ​ທີ່​ມີ​ການ​ທົດລອງ​ຄັ້ງ​ສຸດ​ທ້າຍ ພະອົງ​ກໍ​ຈະ​ຂຽນ​ຊື່​ຂອງ​ເຮົາ​ຢ່າງ​ຖາວອນ​ໄວ້​ໃນ “ໜັງສື​ສຳລັບ​ຊີວິດ.” ເຮົາ​ສາມາດ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ໄດ້! ດັ່ງ​ນັ້ນ ເຮົາ​ຕ້ອງ​ຢຸດ​ເພື່ອ​ຈະ​ອ່ານ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້ ເຮົາ​ຕ້ອງ​ເບິ່ງ​ເພື່ອ​ຈະ​ເຂົ້າ​ໃຈ​ວ່າ​ສິ່ງ​ທີ່​ອ່ານ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ ແລະ​ເຮົາ​ຕ້ອງ​ຟັງ​ໂດຍ​ການ​ເຊື່ອ​ຟັງ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ໃນ​ຕອນ​ນີ້. ຖ້າ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຮົາ​ກໍ​ສາມາດ​ລອດ​ຊີວິດ​ຈາກ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ແລະ​ມີ​ຄວາມ​ຍິນດີ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ​ທີ່​ສຸຂຸມ​ແລະ​ມີ​ຄວາມ​ຮັກ.—ຜູ້​ເທສະໜາ​ປ່າວ​ປະກາດ 3:11; ໂລມ 11:33