ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະແດງ​ຄວາມ​ເຊື່ອ​ໂດຍ​ຕັດສິນ​ໃຈ​ຢ່າງ​ສຸຂຸມ!

ສະແດງ​ຄວາມ​ເຊື່ອ​ໂດຍ​ຕັດສິນ​ໃຈ​ຢ່າງ​ສຸຂຸມ!

“ຂໍ [ຢູ່​ເລື້ອຍໆ] ດ້ວຍ​ຄວາມ​ເຊື່ອ ຢ່າ​ສົງໄສ​ສັກ​ເທື່ອ.”—ຢາໂກໂບ 1:6

ເພງ: 81, 70

1. ອັນ​ໃດ​ເຮັດ​ໃຫ້​ກາອີນ​ຕັດສິນ​ໃຈ​ຜິດ​ພາດ ແລະ​ຜົນ​ເປັນ​ແນວ​ໃດ?

ກາອີນ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໜຶ່ງ​ທີ່​ສຳຄັນ ນັ້ນ​ຄື ລາວ​ຈະ​ເລືອກ​ຄວບຄຸມ​ຄວາມ​ຮູ້ສຶກ​ທີ່​ຊົ່ວ​ຮ້າຍ​ຂອງ​ຕົວ​ເອງ​ເຊິ່ງ​ມັນ​ຈະ​ເປັນ​ຜົນ​ດີ ຫຼື​ລາວ​ຈະ​ປ່ອຍ​ຕົວ​ໃຫ້​ເຮັດ​ຕາມ​ຄວາມ​ຮູ້ສຶກ​ເຊິ່ງ​ມັນ​ຈະ​ເປັນ​ຜົນ​ຮ້າຍ. ຄຳພີ​ໄບເບິນ​ບອກ​ວ່າ​ກາອີນ​ຕັດສິນ​ໃຈ​ຜິດ​ພາດ ແລະ​ສິ່ງ​ນັ້ນ​ເຮັດ​ໃຫ້​ອາເບນ​ນ້ອງ​ຊາຍ​ຂອງ​ລາວ​ເສຍ​ຊີວິດ ແລະ​ກາອີນ​ເອງ​ກໍ​ສູນ​ເສຍ​ສາຍ​ສຳພັນ​ທີ່​ດີ​ກັບ​ຜູ້​ສ້າງ.—ຕົ້ນເດີມ 4:3-16

2. ເປັນ​ຫຍັງ​ການ​ຕັດສິນ​ໃຈ​ໃຫ້​ດີ​ຈຶ່ງ​ສຳຄັນ?

2 ໃນ​ຊີວິດ​ຂອງ​ເຮົາ ເຮົາ​ເອງ​ກໍ​ຕ້ອງ​ໄດ້​ເລືອກ​ແລະ​ຕັດສິນ​ໃຈ. ການ​ຕັດສິນ​ໃຈ​ບາງ​ຢ່າງ​ສຳຄັນ​ຫຼາຍ ແລະ​ບາງ​ຢ່າງ​ກໍ​ບໍ່​ສຳຄັນ. ແຕ່​ການ​ເລືອກ​ແລະ​ການ​ຕັດສິນ​ໃຈ​ຫຼາຍ​ຢ່າງ​ສາມາດ​ສົ່ງ​ຜົນ​ກະທົບ​ທີ່​ຍິ່ງໃຫຍ່​ຕໍ່​ຊີວິດ​ເຮົາ. ເມື່ອ​ຕັດສິນ​ໃຈ​ຖືກຕ້ອງ ເຮົາ​ອາດ​ຈະ​ມີ​ບັນຫາ​ໜ້ອຍ​ລົງ​ແລະ​ມີ​ຊີວິດ​ທີ່​ສະຫງົບ​ສຸກ​ຫຼາຍ​ຂຶ້ນ. ແຕ່​ເມື່ອ​ຕັດສິນ​ໃຈ​ຜິດ ຊີວິດ​ຂອງ​ເຮົາ​ອາດ​ຈະ​ມີ​ແຕ່​ບັນຫາ​ແລະ​ຄວາມ​ຜິດ​ຫວັງ.—ສຸພາສິດ 14:8

3. (ກ) ເພື່ອ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ ເຮົາ​ຄວນ​ມີ​ຄວາມ​ເຊື່ອ​ໃນ​ສິ່ງ​ໃດ? (ຂ) ເຮົາ​ຈະ​ເບິ່ງ​ຄຳຖາມ​ຫຍັງ​ແດ່?

3 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ? ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ໂດຍ​ໝັ້ນ​ໃຈ​ວ່າ​ພະອົງ​ຢາກ​ຊ່ວຍ​ເຮົາ​ແລະ​ຈະ​ໃຫ້​ເຮົາ​ມີ​ສະຕິ​ປັນຍາ​ເພື່ອ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ເຊື່ອ​ໃນ​ພະ​ຄຳ​ຂອງ​ພະ​ເຢໂຫວາ ໂດຍ​ໄວ້​ວາງໃຈ​ຄຳ​ແນະນຳ​ຈາກ​ພະອົງ. (ອ່ານ​ຢາໂກໂບ 1:5-8) ເມື່ອ​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ຮັກ​ພະອົງ​ຫຼາຍ​ຂຶ້ນ ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ວ່າ​ພະອົງ​ຮູ້​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຮົາ. ດັ່ງ​ນັ້ນ ກ່ອນ​ຈະ​ຕັດສິນ​ໃຈ​ເຮົາ​ຄວນ​ຄົ້ນ​ຄວ້າ​ໃນ​ຄຳພີ​ໄບເບິນ. ແຕ່​ເຮົາ​ຈະ​ປັບ​ປຸງ​ຄວາມ​ສາມາດ​ເພື່ອ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ​ໄດ້​ແນວ​ໃດ? ແລະ​ເຮົາ​ຄວນ​ປ່ຽນ​ການ​ຕັດສິນ​ໃຈ​ທີ່​ໄດ້​ເຮັດ​ໄປ​ແລ້ວ​ບໍ?

ເຮົາ​ທຸກ​ຄົນ​ຕ້ອງ​ຕັດສິນ​ໃຈ

4. ອາດາມ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

4 ນັບ​ຕັ້ງ​ແຕ່​ເລີ່ມ​ມີ​ມະນຸດ ຄົນ​ເຮົາ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆທີ່​ສຳຄັນ. ອາດາມ​ມະນຸດ​ຄົນ​ທຳອິດ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ສ້າງ​ລາວ ຫຼື​ຈະ​ເຊື່ອ​ຟັງ​ເອວາ​ເມຍ​ຂອງ​ລາວ. ແຕ່​ອາດາມ​ເລືອກ​ເຊື່ອ​ຟັງ​ເອວາ​ຜູ້​ທີ່​ກະຕຸ້ນ​ລາວ​ໃຫ້​ຕັດສິນ​ໃຈ​ຜິດ​ພາດ​ຫຼາຍ. ຜົນ​ກໍ​ຄື ພະ​ເຢໂຫວາ​ໄດ້​ໄລ່​ອາດາມ​ອອກ​ຈາກ​ສວນ​ເອເດນ ແລະ​ຕໍ່​ມາ​ລາວ​ກໍ​ຕາຍ. ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ກຳລັງ​ປະສົບ​ກັບ​ຜົນ​ຮ້າຍ​ຈາກ​ການ​ຕັດສິນ​ໃຈ​ທີ່​ຜິດ​ພາດ​ຂອງ​ອາດາມ.

ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄຳພີ​ໄບເບິນ​ເພື່ອ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ຕັດສິນ​ໃຈ​ຢ່າງ​ສຸຂຸມ

5. ເຮົາ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຕັດສິນ​ໃຈ?

5 ບາງ​ຄົນ​ຄິດ​ວ່າ​ຊີວິດ​ຈະ​ງ່າຍ​ຂຶ້ນ​ຫຼາຍ​ຖ້າ​ບໍ່​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ​ເລີຍ. ບາງ​ທີ​ເຈົ້າ​ກໍ​ອາດ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. ແຕ່​ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ​ທີ່​ຈະ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ສ້າງ​ເຮົາ​ໃຫ້​ເປັນ​ຄື​ກັບ​ຫຸ່ນ​ຍົນ​ທີ່​ບໍ່​ສາມາດ​ຄິດ​ຫຼື​ເລືອກ​ໄດ້. ພະອົງ​ຈັດ​ໃຫ້​ມີ​ຄຳພີ​ໄບເບິນ​ເພື່ອ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ຕັດສິນ​ໃຈ​ຢ່າງ​ສຸຂຸມ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຕັດສິນ​ໃຈ ແລະ​ຄວາມ​ຮັບ​ຜິດ​ຊອບ​ນີ້​ເປັນ​ປະໂຫຍດ​ຕໍ່​ເຮົາ. ໃຫ້​ເບິ່ງ​ຕົວຢ່າງ​ຕໍ່​ໄປ​ນີ້.

6, 7. ຊາວ​ອິດສະລາແອນ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ຍາກ​ສຳລັບ​ເຂົາ​ເຈົ້າ​ທີ່​ຈະ​ຕັດສິນ​ໃຈ? (ເບິ່ງ​ຮູບ​ທຳອິດ)

6 ຕອນ​ຢູ່​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້ ຊາວ​ອິດສະລາແອນ​ຕ້ອງ​ເລືອກ​ວ່າ​ຈະ​ນະມັດສະການ​ພະ​ເຢໂຫວາ​ຫຼື​ວ່າ​ຮັບໃຊ້​ພະເຈົ້າ​ອົງ​ອື່ນ. (ອ່ານ​ໂຢຊວຍ 24:15) ການ​ຕັດສິນ​ໃຈ​ນີ້​ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ງ່າຍໆ ແຕ່​ການ​ເລືອກ​ຂອງ​ເຂົາ​ເຈົ້າ​ໝາຍ​ເຖິງ​ຊີວິດ​ຫຼື​ຄວາມ​ຕາຍ. ໃນ​ສະໄໝ​ຂອງ​ຜູ້ຕັດສິນ ຊາວ​ອິດສະລາແອນ​ເລືອກ​ຜິດ​ຢູ່​ເລື້ອຍໆ. ເຂົາ​ເຈົ້າ​ເຊົາ​ນະມັດສະການ​ພະ​ເຢໂຫວາ​ແລະ​ເລີ່ມ​ນະມັດສະການ​ພະເຈົ້າ​ປອມ. (ຜູ້ຕັດສິນ 2:3, 11-23) ຕໍ່​ມາ​ໃນ​ສະໄໝ​ຂອງ​ຜູ້​ພະຍາກອນ​ເອລີຢາ ເຂົາ​ເຈົ້າ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບາອານ​ທີ່​ເປັນ​ພະເຈົ້າ​ປອມ. (1 ກະສັດ 18:21) ເລື່ອງ​ນີ້​ອາດ​ເບິ່ງ​ຄື​ວ່າ​ເລືອກ​ໄດ້​ບໍ່​ຍາກ​ເພາະ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ສະເໝີ ແລະ​ຄົນ​ສະຫຼາດ​ຈະ​ຢາກ​ຮັບໃຊ້​ພະເຈົ້າ​ທີ່​ມີ​ຊີວິດ. ແຕ່​ຊາວ​ອິດສະລາແອນ​ກໍ​ຕັດສິນ​ໃຈ​ບໍ່​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ​ເຂົາ​ເຈົ້າ​ຢູ່ “ຫວ່າງ​ກາງ​ທາງ 2 ຝ່າຍ.” ດ້ວຍ​ຄວາມ​ສຸຂຸມ ເອລີຢາ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ເລືອກ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງ​ແທ້.

7 ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຊາວ​ອິດສະລາແອນ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ? ສິ່ງ​ທຳອິດ ເຂົາ​ເຈົ້າ​ຂາດ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ບໍ່​ຍອມ​ຟັງ​ພະອົງ. ເຂົາ​ເຈົ້າ​ບໍ່​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ບໍ່​ໄດ້​ໃຊ້​ເວລາ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ຫຼື​ສະຕິ​ປັນຍາ​ຂອງ​ພະອົງ. ຖ້າ​ຊາວ​ອິດສະລາແອນ​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ກໍ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ. (ຄຳເພງ 25:12) ສິ່ງ​ທີ​ສອງ ຊາວ​ອິດສະລາແອນ​ໄດ້​ຮັບ​ອິດທິພົນ​ຈາກ​ຊາດ​ທີ່​ຢູ່​ອ້ອມ​ຂ້າງ. ຄົນ​ເຫຼົ່າ​ນັ້ນ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ແລະ​ເຖິງ​ຂັ້ນ​ຕັດສິນ​ໃຈ​ແທນ​ເຂົາ​ເຈົ້າ​ຊໍ້າ. ຜົນ​ກໍ​ຄື ຊາວ​ອິດສະລາແອນ​ເລີ່ມ​ເຮັດ​ຕາມ​ຄົນ​ເຫຼົ່າ​ນັ້ນ​ແລະ​ນະມັດສະການ​ພະ​ປອມ​ນຳ​ເຂົາ​ເຈົ້າ. ທີ່​ຈິງ​ພະ​ເຢໂຫວາ​ໄດ້​ເຕືອນ​ຊາວ​ອິດສະລາແອນ​ຕັ້ງ​ແຕ່​ຫຼາຍ​ປີ​ແລ້ວ​ວ່າ​ສິ່ງ​ແບບ​ນີ້​ອາດ​ຈະ​ເກີດ​ຂຶ້ນ.—ອົບພະຍົບ 23:2

ຄົນ​ອື່ນ​ຄວນ​ຕັດສິນ​ໃຈ​ແທນ​ເຮົາ​ບໍ?

8. ເຮົາ​ໄດ້​ບົດຮຽນ​ຫຍັງ​ທີ່​ສຳຄັນ​ຈາກ​ຊາວ​ອິດສະລາແອນ?

8 ຕົວຢ່າງ​ຂອງ​ຊາວ​ອິດສະລາແອນ​ສອນ​ເຮົາ​ວ່າ​ຖ້າ​ເຮົາ​ຢາກ​ຕັດສິນ​ໃຈ​ຢ່າງ​ສຸຂຸມ ເຮົາ​ຄວນ​ໃຊ້​ຄຳພີ​ໄບເບິນ. ຄາລາຊີ 6:5 ເຕືອນ​ວ່າ​ແຕ່​ລະ​ຄົນ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ສິ່ງ​ທີ່​ຕົວ​ເອງ​ຕັດສິນ​ໃຈ. ເຫັນ​ໄດ້​ແຈ້ງ​ວ່າ​ເຮົາ​ບໍ່​ຄວນ​ໃຫ້​ຄົນ​ອື່ນ​ເຮັດ​ໜ້າ​ທີ່​ຕັດສິນ​ໃຈ​ແທນ​ເຮົາ. ແຕ່​ເຮົາ​ຄວນ​ຮຽນ​ຮູ້​ໃນ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ຖືກຕ້ອງ​ແລະ​ເລືອກ​ເຮັດ​ຕາມ​ນັ້ນ.

ຖ້າ​ເຮົາ​ຍອມ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຮົາ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຮົາ​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ຕາມ​ເຂົາ​ເຈົ້າ

9. ເປັນ​ຫຍັງ​ຈຶ່ງ​ເປັນ​ອັນຕະລາຍ​ທີ່​ຈະ​ປ່ອຍ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຮົາ?

9 ໂດຍ​ວິທີ​ໃດ​ທີ່​ເຮົາ​ອາດ​ປ່ອຍ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຮົາ? ກໍ​ໂດຍ​ທີ່​ເຮົາ​ຍອມ​ໃຫ້​ເຂົາ​ເຈົ້າ​ກົດ​ດັນ​ເຮົາ​ໃຫ້​ຕັດສິນ​ໃຈ​ແບບ​ຜິດໆ. (ສຸພາສິດ 1:10, 15) ການ​ຍອມ​ແບບ​ນີ້​ເປັນ​ອັນຕະລາຍ​ຫຼາຍ. ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຮົາ​ທີ່​ຈະ​ເຮັດ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ຄຳພີ​ໄບເບິນ. ຖ້າ​ເຮົາ​ຍອມ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຮົາ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຮົາ​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ຕາມ​ເຂົາ​ເຈົ້າ. ການ​ເລືອກ​ແບບ​ນັ້ນ​ສາມາດ​ນຳ​ໄປ​ສູ່​ຄວາມ​ເສຍຫາຍ​ທີ່​ໃຫຍ່​ຫຼວງ.

10. ໂປໂລ​ໃຫ້​ຄຳ​ເຕືອນ​ຫຍັງ​ແກ່​ພີ່​ນ້ອງ​ໃນ​ເມືອງ​ຄາລາຊີ?

10 ອັກຄະສາວົກ​ໂປໂລ​ເຕືອນ​ພີ່​ນ້ອງ​ໃນ​ເມືອງ​ຄາລາຊີ​ວ່າ ໃນ​ເລື່ອງ​ສ່ວນ​ຕົວ ຢ່າ​ປ່ອຍ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຂົາ​ເຈົ້າ. (ອ່ານ​ຄາລາຊີ 4:17) ພີ່​ນ້ອງ​ບາງ​ຄົນ​ໃນ​ເມືອງ​ນີ້​ກຳລັງ​ພະຍາຍາມ​ຕັດສິນ​ໃຈ​ແທນ​ຄົນ​ອື່ນ​ໃນ​ປະຊາຄົມ. ອັນ​ໃດ​ຄື​ແຮງ​ຈູງ​ໃຈ​ຂອງ​ເຂົາ​ເຈົ້າ? ຜູ້​ຊາຍ​ທີ່​ເຫັນ​ແກ່​ຕົວ​ເຫຼົ່າ​ນັ້ນ​ຢາກ​ໃຫ້​ພີ່​ນ້ອງ​ເຮັດ​ຕາມ​ເຂົາ​ເຈົ້າ ແທນ​ທີ່​ຈະ​ເຮັດ​ຕາມ​ພວກ​ອັກຄະສາວົກ. ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຖ່ອມ​ແລະ​ບໍ່​ໄດ້​ນັບຖື​ສິດ​ໃນ​ການ​ຕັດສິນ​ໃຈ​ຂອງ​ພີ່​ນ້ອງ.

11. ເມື່ອ​ຄົນ​ອື່ນ​ຕ້ອງ​ຕັດສິນ​ໃຈ​ໃນ​ບາງ​ເລື່ອງ ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ?

11 ເຮົາ​ທຸກ​ຄົນ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ອັກຄະສາວົກ​ໂປໂລ. ລາວ​ຮູ້​ວ່າ​ພີ່​ນ້ອງ​ມີ​ສິດ​ຕັດສິນ​ໃຈ​ເອງ ແລະ​ລາວ​ກໍ​ນັບຖື​ສິດ​ນັ້ນ. (ອ່ານ 2 ໂກລິນໂທ 1:24) ໃນ​ທຸກ​ມື້​ນີ້ ຜູ້​ເຖົ້າ​ແກ່​ສາມາດ​ເຮັດ​ຕາມ​ຕົວຢ່າງ​ນີ້​ເມື່ອ​ໃຫ້​ຄຳ​ແນະນຳ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຕັດສິນ​ໃຈ​ສ່ວນ​ຕົວ. ເຂົາ​ເຈົ້າ​ຍິນດີ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ໃຫ້​ຮູ້​ຂໍ້​ມູນ​ໃນ​ຄຳພີ​ໄບເບິນ. ແຕ່​ຜູ້​ເຖົ້າ​ແກ່​ຈະ​ໃຫ້​ແຕ່​ລະ​ຄົນ​ຕັດສິນ​ໃຈ​ເອງ ເພາະ​ແຕ່​ລະ​ຄົນ​ຈະ​ຕ້ອງ​ຮັບ​ຜົນ​ຈາກ​ການ​ຕັດສິນ​ໃຈ​ແບບ​ນັ້ນ. ບົດຮຽນ​ທີ່​ສຳຄັນ​ກໍ​ຄື: ເຮົາ​ສາມາດ​ຊ່ວຍ​ພີ່​ນ້ອງ​ໃຫ້​ເຂົ້າ​ໃຈ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ໃຊ້​ໄດ້​ກັບ​ສະຖານະການ​ຂອງ​ເຂົາ​ເຈົ້າ. ແຕ່​ພີ່​ນ້ອງ​ມີ​ສິດ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ຕັດສິນ​ໃຈ​ເອງ. ເມື່ອ​ຕັດສິນ​ໃຈ​ເອງ​ຢ່າງ​ສຸຂຸມ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ. ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ມີ​ສິດ​ອຳນາດ​ທີ່​ຈະ​ຕັດສິນ​ໃຈ​ວ່າ​ພີ່​ນ້ອງ​ຊາຍ​ຍິງ​ຄວນ​ເຮັດ​ແນວ​ໃດ.

ຜູ້​ເຖົ້າ​ແກ່​ທີ່​ມີ​ຄວາມ​ຮັກ​ຊ່ວຍ​ຄົນ​ອື່ນ​ໃຫ້​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ (ເບິ່ງ​ຂໍ້ 11)

ຢ່າ​ຕັດສິນ​ໃຈ​ຕາມ​ຄວາມ​ຮູ້ສຶກ

12, 13. ເປັນ​ຫຍັງ​ຈຶ່ງ​ເປັນ​ອັນຕະລາຍ​ຖ້າ​ເຮົາ​ຕັດສິນ​ໃຈ​ໃນ​ຕອນ​ທີ່​ໃຈ​ຮ້າຍ​ຫຼື​ທໍ້​ໃຈ?

12 ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ຕັດສິນ​ໃຈ​ຕາມ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ ແຕ່​ເລື່ອງ​ນີ້​ເປັນ​ອັນຕະລາຍ​ຫຼາຍ. ຄຳພີ​ໄບເບິນ​ເຕືອນ​ວ່າ ເຮົາ​ບໍ່​ຄວນ​ຕັດສິນ​ໃຈ​ຕາມ​ຫົວໃຈ​ທີ່​ມີ​ບາບ​ຫຼື​ຕາມ​ຄວາມ​ຮູ້ສຶກ​ຂອງ​ເຮົາ. (ສຸພາສິດ 28:26) ເຮົາ​ເຊື່ອ​ໃຈ​ຕົວ​ເອງ​ບໍ່​ໄດ້ ເພາະ “ໃຈ​ມະນຸດ​ຮູ້​ລໍ້​ລວງ​ເກີນ​ກວ່າ​ສິ່ງ​ທັງ​ປວງ​ແລະ​ມັນ​ຊົ່ວ​ຮ້າຍ.” (ເຢເຣມີ 17:9) ໃນ​ຄຳພີ​ໄບເບິນ​ມີ​ຫຼາຍ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ຜົນ​ໄດ້​ຮັບ​ທີ່​ໜ້າ​ເສົ້າ​ຍ້ອນ​ໄວ້​ວາງໃຈ​ຫົວໃຈ​ທີ່​ມີ​ບາບ. (1 ກະສັດ 11:9; ເຢເຣມີ 3:17; 13:10) ດັ່ງ​ນັ້ນ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຖ້າ​ເຮົາ​ຕັດສິນ​ໃຈ​ຕາມ​ໃຈ​ຕົວ​ເອງ?

13 ພະ​ເຢໂຫວາ​ສັ່ງ​ໃຫ້​ເຮົາ​ຮັກ​ພະອົງ​ໝົດ​ຫົວໃຈ​ແລະ​ໃຫ້​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົວ​ເອງ. (ມັດທາຍ 22:37-39) ແຕ່​ເຮົາ​ຕ້ອງ​ລະວັງ. ຂໍ້​ພະ​ຄຳພີ​ຕ່າງໆທີ່​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ຈະ​ເກີດ​ຜົນ​ເສຍຫາຍ​ຖ້າ​ເຮົາ​ປ່ອຍ​ໃຫ້​ຄວາມ​ຮູ້ສຶກ​ຄວບຄຸມ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ. ຕົວຢ່າງ​ເຊັ່ນ: ອາດ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ຕັດສິນ​ໃຈ​ໃນ​ຕອນ​ທີ່​ໃຈ​ຮ້າຍ? (ສຸພາສິດ 14:17; 29:22) ເມື່ອ​ທໍ້ໃຈ​ເຮົາ​ສາມາດ​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ໄດ້​ບໍ? (ຈົດເຊັນບັນຊີ 32:6-12; ສຸພາສິດ 24:10) ເຮົາ​ຄວນ​ໃຫ້​ຄຳພີ​ໄບເບິນ​ຊີ້​ນຳ​ຄວາມ​ຄິດ​ຂອງ​ເຮົາ. (ໂລມ 7:25) ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆທີ່​ສຳຄັນ ເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມ​ຮູ້ສຶກ​ຂອງ​ເຮົາ.

ເມື່ອ​ຕ້ອງ​ປ່ຽນ​ການ​ຕັດສິນ​ໃຈ

14. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເປັນ​ສິ່ງ​ຖືກຕ້ອງ​ທີ່​ຈະ​ປ່ຽນ​ການ​ຕັດສິນ​ໃຈ​ບາງ​ຢ່າງ?

14 ເຮົາ​ຕ້ອງ​ຕັດສິນ​ໃຈ​ຢ່າງ​ສຸຂຸມ. ແຕ່​ຄົນ​ທີ່​ສຸຂຸມ​ຮູ້​ວ່າ​ບາງ​ຄັ້ງ​ລາວ​ອາດ​ຕ້ອງ​ເບິ່ງ​ຄືນ​ໃນ​ສິ່ງ​ທີ່​ຕັດສິນ​ໃຈ​ໄປ​ແລ້ວ​ແລະ​ບາງ​ທີ​ອາດ​ຕ້ອງ​ປ່ຽນ​ການ​ຕັດສິນ​ໃຈ​ນັ້ນ. ພະ​ເຢໂຫວາ​ວາງ​ຕົວຢ່າງ​ທີ່​ດີ​ເລີດ​ໃນ​ເລື່ອງ​ນີ້. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ພະອົງ​ເຮັດ​ກັບ​ຊາວ​ນີນີເວ​ໃນ​ສະໄໝ​ຂອງ​ໂຢນາ: “ພະເຈົ້າ​ໄດ້​ເຫັນ​ກິດຈະການ​ຂອງ​ເຂົາ​ວ່າ​ເຂົາ​ໄດ້​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແຕ່​ຮີດຄອງ​ຮ້າຍ​ຂອງ​ເຂົາ ແລະ​ພະເຈົ້າ​ໄດ້​ຫຼົບ​ໃຈ​ແຕ່​ການ​ອັນຕະລາຍ​ທີ່​ພະອົງ​ໄດ້​ບອກ​ຈະ​ກະທຳ ແລະ​ພະອົງ​ບໍ່​ໄດ້​ກະທຳ​ການ​ນັ້ນ.” (ໂຢນາ 3:10) ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ຊາວ​ນີນີເວ​ປ່ຽນ​ແປງ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ ພະອົງ​ໄດ້​ປັບ​ປ່ຽນ​ການ​ຕັດສິນ​ໃຈ​ຂອງ​ຕົວ​ເອງ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ມີ​ເຫດຜົນ ຖ່ອມ ແລະ​ເຫັນ​ອົກ​ເຫັນ​ໃຈ. ບໍ່​ຄື​ກັບ​ມະນຸດ​ຫຼາຍ​ຄົນ ພະ​ເຢໂຫວາ​ຕັດສິນ​ໃຈ​ຢ່າງ​ລະ​ມັດ​ລະວັງ ແມ່ນ​ແຕ່​ເມື່ອ​ໃຈ​ຮ້າຍ.

ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ຊາວ​ນີນີເວ​ປ່ຽນ​ແປງ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ ພະອົງ​ໄດ້​ປັບ​ປ່ຽນ​ການ​ຕັດສິນ​ໃຈ​ຂອງ​ຕົວ​ເອງ

15. ເປັນ​ຫຍັງ​ເຮົາ​ອາດ​ຕ້ອງ​ປ່ຽນ​ການ​ຕັດສິນ​ໃຈ?

15 ບາງ​ຄັ້ງ​ອາດ​ເປັນ​ເລື່ອງ​ດີ​ທີ່​ເຮົາ​ຈະ​ເບິ່ງ​ຄືນ​ໃນ​ສິ່ງ​ທີ່​ໄດ້​ຕັດສິນ​ໃຈ​ໄປ​ແລ້ວ ເຊັ່ນ: ເມື່ອ​ສະພາບການ​ຂອງ​ເຮົາ​ປ່ຽນ​ໄປ. ຂໍ​ໃຫ້​ຈື່​ໄວ້​ວ່າ​ບາງ​ຄັ້ງ​ພະ​ເຢໂຫວາ​ກໍ​ປ່ຽນ​ການ​ຕັດສິນ​ໃຈ​ຂອງ​ພະອົງ​ເຊັ່ນ​ກັນ. (1 ກະສັດ 21:20, 21, 27-29; 2 ກະສັດ 20:1-5) ເຮົາ​ອາດ​ປັບ​ປ່ຽນ​ການ​ຕັດສິນ​ໃຈ​ເມື່ອ​ໄດ້​ຮັບ​ຂໍ້​ມູນ​ໃໝ່. ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ກະສັດ​ດາວິດ. ຍ້ອນ​ໄດ້​ຮັບ​ຂໍ້​ມູນ​ຜິດໆ ລາວ​ຈຶ່ງ​ຕັດສິນ​ຜິດ​ກ່ຽວ​ກັບ​ເມຟີໂບເຊດ​ທີ່​ເປັນ​ຫຼານ​ຊາຍ​ຂອງ​ຊາອຶລ. ແຕ່​ເມື່ອ​ໄດ້​ຮັບ​ຂໍ້​ມູນ​ທີ່​ຖືກຕ້ອງ ດາວິດ​ກໍ​ປ່ຽນ​ການ​ຕັດສິນ​ໃຈ​ຂອງ​ລາວ. (2 ຊາເມືອນ 19:24-29) ບາງ​ຄັ້ງ​ອາດ​ເປັນ​ເລື່ອງ​ສຸຂຸມ​ສຳລັບ​ເຮົາ​ທີ່​ຈະ​ເຮັດ​ແບບ​ດຽວ​ກັນ​ນັ້ນ.

16. (ກ) ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ ມີ​ຄຳ​ແນະນຳ​ຫຍັງ​ແດ່​ທີ່​ເປັນ​ປະໂຫຍດ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ກວດ​ເບິ່ງ​ຄືນ​ໃນ​ສິ່ງ​ທີ່​ໄດ້​ຕັດສິນ​ໃຈ​ໄປ​ແລ້ວ ແລະ​ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

16 ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ບໍ່​ຄວນ​ຟ້າວຟັ່ງ​ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ. (ສຸພາສິດ 21:5) ເຮົາ​ຄວນ​ໃຊ້​ເວລາ​ຄິດ​ຢ່າງ​ລະອຽດ​ກ່ຽວ​ກັບ​ຄວາມ​ເປັນ​ຈິງ​ທຸກ​ຢ່າງ​ເພື່ອ​ເຮົາ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ. (1 ເທຊະໂລນີກ 5:21) ກ່ອນ​ຈະ​ຕັດສິນ​ໃຈ​ເຮັດ​ບາງ​ຢ່າງ ຫົວ​ໜ້າ​ຄອບຄົວ​ຄວນ​ໃຊ້​ເວລາ​ຄົ້ນ​ຄວ້າ​ໃນ​ພະ​ຄຳພີ​ແລະ​ໜັງສື​ຕ່າງໆຂອງ​ອົງການ. ການ​ຟັງ​ຄວາມ​ຄິດ​ເຫັນ​ຫຼື​ຟັງ​ທັດສະນະ​ຂອງ​ຄົນ​ໃນ​ຄອບຄົວ​ຈະ​ເປັນ​ສິ່ງ​ທີ່​ດີ​ຄື​ກັນ. ຢ່າ​ລືມ​ວ່າ​ພະເຈົ້າ​ກະຕຸ້ນ​ອັບລາຫາມ​ໃຫ້​ເຊື່ອ​ຟັງ​ເມຍ​ຂອງ​ລາວ. (ຕົ້ນເດີມ 21:9-12) ຜູ້​ເຖົ້າ​ແກ່​ກໍ​ເຊັ່ນ​ກັນ​ຄວນ​ໃຊ້​ເວລາ​ຄົ້ນ​ຄວ້າ. ເມື່ອ​ມີ​ຂໍ້​ມູນ​ໃໝ່ໆທີ່​ສະແດງ​ໃຫ້​ເຫັນ​ວ່າ​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ສິ່ງ​ທີ່​ໄດ້​ຕັດສິນ​ໃຈ​ໄປ​ແລ້ວ ຜູ້​ເຖົ້າ​ແກ່​ບໍ່​ຄວນ​ຢ້ານ​ວ່າ​ຄົນ​ອື່ນ​ຈະ​ບໍ່​ນັບຖື​ເຂົາ​ເຈົ້າ. ເມື່ອ​ຈຳເປັນ ຜູ້​ເຖົ້າ​ແກ່​ທີ່​ຖ່ອມ​ແລະ​ມີ​ເຫດຜົນ​ຄວນ​ພ້ອມ​ສະເໝີ​ທີ່​ຈະ​ປັບ​ປ່ຽນ​ຄວາມ​ຄິດ​ແລະ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ. ນັ້ນ​ເປັນ​ສິ່ງ​ທີ່​ດີ​ທີ່​ເຮົາ​ຈະ​ຮຽນ​ແບບ ເພາະ​ການ​ເຮັດ​ເຊັ່ນ​ນີ້​ຊ່ວຍ​ໃຫ້​ປະຊາຄົມ​ມີ​ຄວາມ​ສະຫງົບ​ສຸກ​ແລະ​ສາມັກຄີ​ກັນ.—ກິດຈະການ 6:1-4

ເຮັດ​ຕາມ​ທີ່​ໄດ້​ຕັດສິນ​ໃຈ​ໄວ້​ແລ້ວ

17. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ການ​ຕັດສິນ​ໃຈ?

17 ການ​ຕັດສິນ​ໃຈ​ໃນ​ບາງ​ເລື່ອງ​ອາດ​ສຳຄັນ​ຫຼາຍ​ກວ່າ​ເລື່ອງ​ອື່ນ. ຕົວຢ່າງ​ເຊັ່ນ: ການ​ຕັດສິນ​ໃຈ​ວ່າ​ຈະ​ແຕ່ງ​ດອງ​ຫຼື​ບໍ່ ຫຼື​ຈະ​ແຕ່ງ​ດອງ​ກັບ​ໃຜ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ. ການ​ຕັດສິນ​ໃຈ​ທີ່​ສຳຄັນ​ອີກ​ເລື່ອງ​ໜຶ່ງ​ແມ່ນ​ຈະ​ເລີ່ມ​ຮັບໃຊ້​ແບບ​ເຕັມ​ເວລາ​ຕອນ​ໃດ. ກ່ອນ​ຈະ​ຕັດສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນີ້ ເຮົາ​ຄວນ​ຄິດ​ຢ່າງ​ລະອຽດ​ກ່ຽວ​ກັບ​ສະພາບການ​ຂອງ​ຕົວ​ເອງ​ແລະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ການ​ເຮັດ​ແບບ​ນີ້​ອາດ​ຈະ​ໃຊ້​ເວລາ ແຕ່​ຖ້າ​ເຮົາ​ຢາກ​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ເຮົາ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ ຟັງ​ຄຳ​ແນະນຳ​ຈາກ​ພະອົງ ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ນັ້ນ. (ສຸພາສິດ 1:5) ໃນ​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ດີ​ທີ່​ສຸດ​ຈາກ​ພະ​ເຢໂຫວາ ດັ່ງ​ນັ້ນ ການ​ຄົ້ນ​ຄວ້າ​ແລະ​ການ​ອະທິດຖານ​ເພື່ອ​ຂໍ​ການ​ຊີ້​ນຳ​ຈາກ​ພະອົງ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ. ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ຕ່າງໆເພື່ອ​ຕັດສິນ​ໃຈ​ແບບ​ທີ່​ສອດຄ່ອງ​ກັບ​ຈຸດ​ປະສົງ​ຂອງ​ພະອົງ. ກ່ອນ​ຈະ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ການ​ຕັດສິນ​ໃຈ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຂ້ອຍ​ຮັກ​ພະ​ເຢໂຫວາ​ບໍ? ການ​ຕັດສິນ​ໃຈ​ແບບ​ນີ້​ຈະ​ເຮັດ​ໃຫ້​ຄອບຄົວ​ຂ້ອຍ​ມີ​ຄວາມ​ສະຫງົບ​ແລະ​ມີ​ຄວາມ​ສຸກ​ບໍ? ການ​ຕັດສິນ​ໃຈ​ແບບ​ນີ້​ຈະ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ເປັນ​ຄົນ​ອົດ​ທົນ​ແລະ​ກະລຸນາ?’

18. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຄາດ​ໝາຍ​ໃຫ້​ເຮົາ​ຕັດສິນ​ໃຈ​ເອງ?

18 ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ຮັກ​ແລະ​ຮັບໃຊ້​ພະອົງ ແຕ່​ເຮົາ​ສາມາດ​ເລືອກ​ເອງ. ເນື່ອງ​ຈາກ​ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິດ​ໃນ​ການ​ເລືອກ ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະອົງ​ຫຼື​ບໍ່​ກໍ​ຕາມ ພະອົງ​ນັບຖື​ສິດ​ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຮົາ​ທີ່​ຈະ​ເລືອກ​ເອງ. (ໂຢຊວຍ 24:15; ຜູ້​ເທສະໜາ​ປ່າວ​ປະກາດ 5:4) ແຕ່​ພະ​ເຢໂຫວາ​ກໍ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ແລ້ວ​ໂດຍ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ເມື່ອ​ເຮົາ​ໝັ້ນ​ໃຈ​ໃນ​ການ​ຊີ້​ນຳ​ຈາກ​ພະອົງ​ແລະ​ໃຊ້​ຫຼັກ​ການ​ຕ່າງໆຂອງ​ພະອົງ ເຮົາ​ກໍ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ສຸຂຸມ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໝັ້ນ​ຄົງ​ໃນ​ທາງ​ຂອງ​ເຮົາ.—ຢາໂກໂບ 1:5-8; 4:8