ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຈົ່ງຝາກໄວ້ແກ່ຄົນທັງຫຼາຍຜູ້ສັດຊື່”

“ຈົ່ງຝາກໄວ້ແກ່ຄົນທັງຫຼາຍຜູ້ສັດຊື່”

“ຈົ່ງຝາກໄວ້ແກ່ຄົນທັງຫຼາຍຜູ້ສັດຊື່ທີ່ຈະຮູ້ສອນຄົນອື່ນໄດ້ດ້ວຍ.”—2 ຕີໂມເຕ 2:2

ເພງ: 123, 53

1, 2. ຫຼາຍຄົນຄິດແນວໃດໃນເລື່ອງວຽກຂອງເຂົາເຈົ້າ?

ຫຼາຍຄົນຮູ້ສຶກວ່າເຂົາເຈົ້າຈະສຳຄັນຫຼາຍໜ້ອຍສໍ່າໃດແມ່ນຂຶ້ນກັບວຽກທີ່ເຂົາເຈົ້າເຮັດ. ໃນບາງວັດທະນະທຳ ເມື່ອພະຍາຍາມຮູ້ຈັກບາງຄົນ ເປັນເລື່ອງທຳມະດາທີ່ຈະຖາມວ່າ: “ເຈົ້າເຮັດວຽກຫຍັງ”?

2 ບາງເທື່ອຄຳພີໄບເບິນເວົ້າເຖິງຜູ້ຄົນໂດຍອີງໃສ່ວຽກທີ່ເຂົາເຈົ້າເຄີຍເຮັດ. ຕົວຢ່າງເຊັ່ນ: ຄຳພີໄບເບິນເວົ້າເຖິງ “ມັດທາຍຜູ້ເກັບພາສີ” “ຊີໂມນຜູ້ຊ່າງຟອກໜັງ” ແລະ ‘ລືກາຜູ້ເປັນທ່ານໝໍທີ່ຮັກ.’ (ມັດທາຍ 10:3; ກິດຈະການ 10:6; ໂກໂລດ 4:14) ບາງຄັ້ງຄຳພີໄບເບິນກໍກ່າວເຖິງວຽກມອບໝາຍຂອງຜູ້ຄົນໃນການຮັບໃຊ້ພະເຢໂຫວາ. ໃຫ້ຄິດເຖິງກະສັດດາວິດ ຜູ້ພະຍາກອນເອລີຢາ ແລະອັກຄະສາວົກໂປໂລ. ຄົນເຫຼົ່ານີ້ເຫັນຄຸນຄ່າວຽກມອບໝາຍທີ່ພະເຢໂຫວາໃຫ້ກັບເຂົາເຈົ້າ. ເຮົາກໍເຊັ່ນກັນຄວນເຫັນຄຸນຄ່າວຽກມອບໝາຍທີ່ເຮົາໄດ້ຮັບໃນການຮັບໃຊ້ພະເຢໂຫວາ.

3. ເປັນຫຍັງຄົນສູງອາຍຸຕ້ອງຝຶກສອນຄົນໜຸ່ມ? (ເບິ່ງຮູບທຳອິດ)

3 ເຮົາຮັກການຮັບໃຊ້ພະເຢໂຫວາແລະເຫັນຄຸນຄ່າວຽກມອບໝາຍຂອງເຮົາ. ພວກເຮົາຫຼາຍຄົນມີຄວາມສຸກຫຼາຍໃນການເຮັດວຽກຈົນຫວັງໄວ້ວ່າຈະເຮັດວຽກນີ້ຕໍ່ໄປໃຫ້ດົນເທົ່າທີ່ຈະເຮັດໄດ້. ແຕ່ໜ້າເສົ້າໃຈ ເມື່ອເຖົ້າແກ່ລົງຄົນເຮົາບໍ່ສາມາດເຮັດທຸກຢ່າງແບບທີ່ເຄີຍເຮັດຕອນຍັງໜຸ່ມ. (ຜູ້ເທສະໜາປ່າວປະກາດ 1:4) ສິ່ງນີ້ສ້າງຄວາມຫຍຸ້ງຍາກໃຫ້ກັບປະຊາຊົນຂອງພະເຢໂຫວາ. ທຸກມື້ນີ້ວຽກປະກາດກຳລັງເຕີບໂຕ ແລະອົງການຂອງພະເຢໂຫວາກຳລັງໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອໃຫ້ຂ່າວດີໄປເຖິງຜູ້ຄົນຫຼາຍເທົ່າທີ່ເປັນໄປໄດ້. ແຕ່ບາງເທື່ອກໍເປັນເລື່ອງຍາກສຳລັບຄົນສູງອາຍຸທີ່ຈະຮຽນຮູ້ການເຮັດສິ່ງໃໝ່ໆ. (ລືກາ 5:39) ນອກຈາກນັ້ນກໍຍັງເປັນເລື່ອງປົກກະຕິທີ່ຄົນເຮົາຈະສູນເສຍກຳລັງແລະເຫື່ອແຮງເມື່ອເຖົ້າແກ່ລົງ. (ສຸພາສິດ 20:29) ດັ່ງນັ້ນ ເມື່ອຄົນສູງອາຍຸຝຶກສອນຄົນໜຸ່ມໃຫ້ຮັບເອົາໜ້າທີ່ຮັບຜິດຊອບຫຼາຍຂຶ້ນໃນອົງການຂອງພະເຢໂຫວາ ນັ້ນຈຶ່ງເປັນການສະແດງຄວາມຮັກແລະເປັນສິ່ງທີ່ເໝາະສົມ.—ອ່ານຄຳເພງ 71:18

4. ເປັນຫຍັງຈຶ່ງຍາກສຳລັບບາງຄົນທີ່ຈະມອບສິດອຳນາດໃຫ້ຄົນອື່ນ? (ເບິ່ງຂອບ “ ເປັນຫຍັງຈຶ່ງຍາກທີ່ຈະມອບສິດອຳນາດໃຫ້ຄົນອື່ນ”)

4 ບໍ່ງ່າຍສະເໝີໄປທີ່ຄົນສູງອາຍຸຈະມອບສິດອຳນາດໃຫ້ກັບຄົນໜຸ່ມ ເພາະນັ້ນອາດເຮັດໃຫ້ເຂົາເຈົ້າເສົ້າໃຈເມື່ອຄິດເຖິງການສູນເສຍວຽກມອບໝາຍທີ່ຕົວເອງຮັກຫຼາຍ. ມັນຍັງອາດເຮັດໃຫ້ເຂົາເຈົ້າຮູ້ສຶກເສຍໃຈເມື່ອຄິດວ່າຕ້ອງເຊົາເຮັດວຽກພິເສດທີ່ຕົວເອງມັກເຮັດ. ນອກຈາກນັ້ນ ເຂົາເຈົ້າອາດກັງວົນວ່າຖ້າບໍ່ໄດ້ຊີ້ນຳວຽກນັ້ນ ມັນຈະອອກມາບໍ່ດີ. ບາງເທື່ອຄົນສູງອາຍຸກໍຮູ້ສຶກວ່າບໍ່ມີເວລາຝຶກສອນຄົນອື່ນ. ໃນຂະນະດຽວກັນ ຄົນໜຸ່ມກໍຕ້ອງອົດທົນເມື່ອບໍ່ໄດ້ຮັບໜ້າທີ່ຮັບຜິດຊອບຫຼາຍຂຶ້ນ.

5. ໃນບົດຄວາມນີ້ເຮົາຈະພິຈາລະນາຄຳຖາມຫຍັງແດ່?

5 ດັ່ງນັ້ນ ເປັນຫຍັງຈຶ່ງສຳຄັນທີ່ຄົນສູງອາຍຸຈະຊ່ວຍຄົນໜຸ່ມໃຫ້ຮັບເອົາໜ້າທີ່ຮັບຜິດຊອບຫຼາຍຂຶ້ນ? ເຂົາເຈົ້າຈະເຮັດເຊັ່ນນີ້ໄດ້ແນວໃດ? (2 ຕີໂມເຕ 2:2) ເປັນຫຍັງຄົນໜຸ່ມຕ້ອງມີທັດສະນະທີ່ຖືກຕ້ອງເມື່ອເຮັດວຽກຮ່ວມກັບຄົນສູງອາຍຸເຊິ່ງມີປະສົບການຫຼາຍກວ່າແລະຮຽນຮູ້ຈາກເຂົາເຈົ້າ? ເພື່ອເລີ່ມຕົ້ນ ໃຫ້ເຮົາເບິ່ງວິທີທີ່ກະສັດດາວິດກຽມຊາໂລໂມນສຳລັບວຽກທີ່ສຳຄັນຫຼາຍ.

ດາວິດກຽມຊາໂລໂມນໃຫ້ພ້ອມ

6. ກະສັດດາວິດຢາກເຮັດຫຍັງ? ພະເຢໂຫວາບອກລາວວ່າແນວໃດ?

6 ເປັນເວລາຫຼາຍປີທີ່ດາວິດຖືກໄລ່ຂ້າແລະຕ້ອງໜີຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ. ແຕ່ຫຼັງຈາກທີ່ໄດ້ເປັນກະສັດ ລາວກໍອາໄສຢູ່ໃນພະລາຊະວັງທີ່ສະດວກສະບາຍ. ດັ່ງນັ້ນ ລາວຈຶ່ງບອກຜູ້ພະຍາກອນນາທານວ່າ: ‘ເຮົາຢູ່ໃນວັງທີ່ສ້າງດ້ວຍໄມ້ສົນສີດາ ແຕ່ຫີບສັນຍາຂອງພະເຈົ້າຍັງຖືກຮັກສາໄວ້ຢູ່ໃນເຕັນ, ທ.ປ.’ ດາວິດຢາກສ້າງວິຫານທີ່ງົດງາມສຳລັບພະເຢໂຫວາ ແລະນາທານກໍບອກລາວວ່າ: ‘ເຊີນທ່ານກະທຳຕາມທີ່ຢູ່ໃນໃຈທ່ານ ເຫດວ່າພະເຈົ້າສະຖິດຢູ່ຝ່າຍທ່ານ.’ ແຕ່ພະເຢໂຫວາບໍ່ຕ້ອງການໃຫ້ດາວິດເປັນຜູ້ສ້າງ ດັ່ງນັ້ນ ພະອົງຈຶ່ງບອກນາທານໃຫ້ເວົ້າກັບດາວິດວ່າ: “ເຈົ້າຈະບໍ່ໄດ້ເປັນຄົນສ້າງວິຫານໃຫ້ເຮົາ, ລ.ມ.” ເຖິງວ່າພະເຢໂຫວາສັນຍາກັບດາວິດວ່າຈະອວຍພອນລາວຕໍ່ໄປ. ດາວິດໄດ້ເຂົ້າໃຈວ່າຊາໂລໂມນລູກຊາຍຂອງລາວຈະເປັນຄົນສ້າງວິຫານ. ດາວິດມີທ່າທີແນວໃດຕໍ່ເລື່ອງນີ້?—1 ຂ່າວຄາວ 17:1-4, 8, 11, 12; 29:1

7. ດາວິດມີທ່າທີແນວໃດຕໍ່ການຊີ້ນຳຂອງພະເຢໂຫວາ?

7 ເນື່ອງຈາກດາວິດຢາກສ້າງວິຫານສຳລັບພະເຢໂຫວາແທ້ໆ ດັ່ງນັ້ນ ລາວອາດຜິດຫວັງຫຼາຍ. ແຕ່ດາວິດກໍສະໜັບສະໜູນຊາໂລໂມນຢ່າງເຕັມທີໃນໂຄງການທີ່ລາວຈະເຮັດ. ດາວິດໄດ້ຊ່ວຍຈັດຫາຄົນງານແລະເກັບລວບລວມເຫຼັກ ທອງແດງ ເງິນ ຄຳ ແລະໄມ້. ລາວບໍ່ໄດ້ກັງວົນວ່າໃຜຈະໄດ້ຮັບຄຳຍ້ອງຍໍສຳລັບການສ້າງ ເຊິ່ງຕໍ່ມາວິຫານນັ້ນເປັນທີ່ຮູ້ຈັກວ່າວິຫານຂອງຊາໂລໂມນ. ນອກຈາກນັ້ນ ດາວິດຍັງໃຫ້ກຳລັງໃຈຊາໂລໂມນໂດຍເວົ້າວ່າ: ‘ລູກເອີຍ ຂໍໃຫ້ພະເຢໂຫວາສະຖິດຢູ່ຝ່າຍເຈົ້າແລະໃຫ້ເຈົ້າຈຳເລີນຂຶ້ນ [“ປະສົບຜົນສຳເລັດ,” ລ.ມ.] ແລະເຈົ້າຈົ່ງກໍ່ສ້າງວິຫານແຫ່ງພະເຢໂຫວາພະເຈົ້າຂອງເຈົ້າຕາມທີ່ພະອົງໄດ້ກ່າວເຖິງເຈົ້າ.’—1 ຂ່າວຄາວ 22:11, 14-16

8. ເປັນຫຍັງດາວິດອາດຄິດວ່າຊາໂລໂມນບໍ່ມີຄວາມສາມາດທີ່ຈະສ້າງວິຫານ? ແຕ່ດາວິດໄດ້ເຮັດຫຍັງ?

8 ອ່ານ 1 ຂ່າວຄາວ 22:5. ດາວິດອາດຮູ້ສຶກວ່າຊາໂລໂມນຍັງບໍ່ພ້ອມທີ່ຈະເຮັດໂຄງການທີ່ສຳຄັນນັ້ນ ເພາະວິຫານຕ້ອງ “ໃຫຍ່ແທ້ມີຊື່ສຽງໂດ່ງດັງ [“ຍິ່ງໃຫຍ່ແລະສະຫງ່າງາມ, ລ.ມ.”]” ແລະຊາໂລໂມນກໍ “ຍັງໜຸ່ມຍັງອ່ອນແຮງ [‘ອາຍຸຍັງນ້ອຍແລະບໍ່ມີປະສົບການ,’ ລ.ມ.].” ແຕ່ດາວິດຮູ້ວ່າພະເຢໂຫວາຈະຊ່ວຍຊາໂລໂມນໃນການເຮັດວຽກນີ້ທີ່ສຳຄັນ. ດັ່ງນັ້ນ ດາວິດຈຶ່ງເຮັດສຸດຄວາມສາມາດເພື່ອຊ່ວຍລາວກະກຽມສຳລັບໂຄງການທີ່ຍິ່ງໃຫຍ່ນີ້.

ມີຄວາມສຸກກັບການຝຶກສອນຄົນອື່ນ

ເຮົາມີຄວາມສຸກເມື່ອເຫັນຄົນໜຸ່ມຮັບເອົາໜ້າທີ່ຮັບຜິດຊອບຫຼາຍຂຶ້ນ (ເບິ່ງຂໍ້ 9)

9. ຄົນສູງອາຍຸຈະມີຄວາມຮູ້ສຶກທີ່ດີໄດ້ແນວໃດເມື່ອມອບໜ້າທີ່ຮັບຜິດຊອບໃຫ້ຄົນໜຸ່ມ? ໃຫ້ຍົກຕົວຢ່າງ.

9 ຄົນສູງອາຍຸບໍ່ຄວນຮູ້ສຶກທໍ້ໃຈເມື່ອຕ້ອງມອບໜ້າທີ່ຮັບຜິດຊອບບາງຢ່າງໃຫ້ຄົນໜຸ່ມ. ເຮົາທຸກຄົນສຳນຶກວ່າວຽກຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນທຸກມື້ນີ້ ແລະການຝຶກສອນຄົນໜຸ່ມໃຫ້ຮູ້ຈັກເຮັດໜ້າທີ່ຮັບຜິດຊອບຕ່າງໆຈະຊ່ວຍໃຫ້ວຽກນີ້ສຳເລັດ. ໃຫ້ຄິດກ່ຽວກັບເລື່ອງນີ້. ຕອນທີ່ຍັງນ້ອຍ ເຈົ້າອາດເບິ່ງພໍ່ຂັບລົດ ແຕ່ເມື່ອເຈົ້າໃຫຍ່ຂຶ້ນ ພໍ່ໄດ້ອະທິບາຍໃຫ້ຟັງກ່ຽວກັບສິ່ງທີ່ເພິ່ນກຳລັງເຮັດ. ຕໍ່ມາເຈົ້າມີໃບຂັບຂີ່ແລະເລີ່ມຂັບລົດດ້ວຍຕົວເອງ ແຕ່ພໍ່ຍັງໃຫ້ຄຳແນະນຳຕໍ່ໄປ. ບາງເທື່ອເຈົ້າກັບພໍ່ປ່ຽນກັນຂັບລົດ ແຕ່ເມື່ອພໍ່ເຖົ້າລົງ ສ່ວນຫຼາຍແລ້ວເຈົ້າກໍເປັນຄົນຂັບ. ພໍ່ບໍ່ພໍໃຈຕໍ່ເຈົ້າບໍໃນເລື່ອງນີ້? ບໍ່ແມ່ນ ເພິ່ນອາດດີໃຈຊໍ້າທີ່ເຈົ້າຂັບລົດໃຫ້. ຄ້າຍຄືກັນ ຄົນສູງອາຍຸກໍແຮ່ງດີໃຈເມື່ອເຫັນຄົນໜຸ່ມທີ່ເຂົາເຈົ້າຝຶກສອນເປັນຄົນທີ່ພ້ອມຈະຮັບເອົາໜ້າທີ່ຮັບຜິດຊອບໃນອົງການຂອງພະເຢໂຫວາ.

10. ໂມເຊຮູ້ສຶກແນວໃດກ່ຽວກັບກຽດຕິຍົດແລະການມີອຳນາດ?

10 ເຮົາຕ້ອງລະວັງທີ່ຈະບໍ່ອິດສາກ່ຽວກັບວຽກມອບໝາຍຂອງຄົນອື່ນ. ເຮົາສາມາດຮຽນຈາກທ່າທີຂອງໂມເຊເມື່ອຊາວອິດສະລາແອນບາງຄົນເລີ່ມເຮັດຄືກັບວ່າເປັນຜູ້ພະຍາກອນ. (ອ່ານຈົດເຊັນບັນຊີ 11:24-29) ໂຢຊວຍຢາກໃຫ້ເຂົາເຈົ້າເຊົາພະຍາກອນ ແຕ່ໂມເຊບອກວ່າ: “ເຈົ້າຫຶງສາສຳລັບຂ້ອຍຫຼື? ຂໍໃຫ້ພວກຂອງພະເຢໂຫວາທັງໝົດເປັນຜູ້ທຳນວາຍກໍດີກວ່າ ຂໍໃຫ້ພະເຢໂຫວາເອົາພະວິນຍານ [“ພະລັງບໍລິສຸດ,” ລ.ມ.] ຂອງພະອົງມາວາງໄວ້ເທິງເຂົາ.” ໂມເຊຮູ້ວ່າພະເຢໂຫວາກຳລັງຊີ້ນຳເຂົາເຈົ້າ. ແທນທີ່ຈະຊອກຫາກຽດຕິຍົດສຳລັບຕົວເອງ ໂມເຊຢາກໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາທຸກຄົນໄດ້ຮັບວຽກມອບໝາຍ. ແລ້ວເຮົາເດ? ເຮົາດີໃຈບໍເມື່ອຄົນອື່ນໄດ້ຮັບວຽກມອບໝາຍໃນການຮັບໃຊ້ພະເຢໂຫວາ?

11. ພີ່ນ້ອງຄົນໜຶ່ງເວົ້າແນວໃດກ່ຽວກັບການມອບໜ້າທີ່ຮັບຜິດຊອບໃຫ້ຄົນອື່ນ?

11 ມີພີ່ນ້ອງຊາຍຫຼາຍຄົນທີ່ໄດ້ເຮັດວຽກໜັກເພື່ອຮັບໃຊ້ພະເຢໂຫວາເປັນເວລາຫຼາຍສິບປີ ແລະເຂົາເຈົ້າໄດ້ຝຶກສອນຄົນໜຸ່ມໃຫ້ຮັບເອົາໜ້າທີ່ຮັບຜິດຊອບຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ໃຫ້ເຮົາເບິ່ງເລື່ອງຂອງພີ່ນ້ອງປີເຕີ. ເພິ່ນຮັບໃຊ້ແບບເຕັມເວລາ 74 ປີ ແລະໄດ້ໃຊ້ເວລາ 35 ປີຮັບໃຊ້ຢູ່ສຳນັກງານສາຂາແຫ່ງໜຶ່ງໃນທະວີບເອີຣົບ. ເປັນເວລາຫຼາຍປີທີ່ເພິ່ນເຮັດວຽກເປັນຜູ້ດູແລພະແນກການຮັບໃຊ້ ແຕ່ຕໍ່ມາພີ່ນ້ອງພໍລໄດ້ຮັບການມອບໝາຍໃຫ້ເຮັດວຽກນີ້ ເຊິ່ງລາວເປັນຄົນໜຸ່ມທີ່ພີ່ນ້ອງປີເຕີໄດ້ຝຶກສອນ. ພີ່ນ້ອງປີເຕີເສຍໃຈກ່ຽວກັບການປ່ຽນແປງນີ້ບໍ? ບໍ່ເລີຍ. ລາວເວົ້າວ່າ: “ຂ້ອຍດີໃຈຫຼາຍທີ່ພີ່ນ້ອງທີ່ໄດ້ຮັບການຝຶກສອນສາມາດຮັບເອົາວຽກມອບໝາຍທີ່ໃຫຍ່ຂຶ້ນແລະເຂົາເຈົ້າກໍເບິ່ງແຍງວຽກໄດ້ດີຫຼາຍ.”

ເຫັນຄຸນຄ່າຄົນສູງອາຍຸ

12. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງໂຣໂບອາມ?

12 ເມື່ອໂຣໂບອາມລູກຊາຍຂອງຊາໂລໂມນໄດ້ເປັນກະສັດ ລາວໄດ້ຂໍຄຳແນະນຳຈາກຄົນສູງອາຍຸໃນເລື່ອງການເຮັດວຽກມອບໝາຍໃໝ່. ແຕ່ຕໍ່ມາລາວໄດ້ປະຕິເສດຄຳແນະນຳຂອງເຂົາເຈົ້າ ແລະເຮັດຕາມຄຳແນະນຳຂອງຄົນໜຸ່ມທີ່ໃຫຍ່ມານຳກັນ. ເລື່ອງນີ້ກໍ່ຜົນເສຍຫາຍຮ້າຍແຮງຫຼາຍ. (2 ຂ່າວຄາວ 10:6-11, 19) ເຮົາໄດ້ບົດຮຽນຫຍັງ? ເປັນເລື່ອງສຸຂຸມທີ່ຈະຂໍຄຳແນະນຳຈາກຄົນສູງອາຍຸແລະມີປະສົບການຫຼາຍກວ່າເຮົາ. ຄົນໜຸ່ມບໍ່ຄວນຮູ້ສຶກວ່າຖືກກົດດັນໃຫ້ເຮັດສິ່ງຕ່າງໆຕາມທີ່ເຄີຍເຮັດຜ່ານມາ. ແຕ່ເຂົາເຈົ້າຄວນສະແດງຄວາມນັບຖືຢ່າງແທ້ຈິງຕໍ່ຄວາມຄິດເຫັນຂອງຄົນສູງອາຍຸ ແລະບໍ່ຄວນຟ້າວຄິດວ່າວິທີການເຮັດວຽກຂອງຄົນສູງອາຍຸໃຊ້ບໍ່ໄດ້ຜົນ.

13. ເມື່ອເຮັດວຽກຮ່ວມກັບຄົນສູງອາຍຸ ຄົນໜຸ່ມຄວນຈະເຮັດແນວໃດ?

13 ບາງເທື່ອຄົນໜຸ່ມອາດໄດ້ຮັບໜ້າທີ່ຮັບຜິດຊອບໃຫ້ເບິ່ງແຍງການເຮັດວຽກຂອງຄົນສູງອາຍຸທີ່ມີປະສົບການຫຼາຍກວ່າ. ເປັນເລື່ອງສຸຂຸມທີ່ເຂົາເຈົ້າຈະຮຽນຮູ້ຈາກຄົນເຫຼົ່ານີ້. ໃນຕົວຢ່າງທີ່ເຮົາເວົ້າເຖິງກ່ອນໜ້ານີ້ ຫຼັງຈາກທີ່ພີ່ນ້ອງພໍລເຮັດວຽກເປັນຜູ້ດູແລພະແນກການຮັບໃຊ້ແທນພີ່ນ້ອງປີເຕີ ພີ່ນ້ອງພໍລເວົ້າວ່າ: “ຂ້ອຍໃຊ້ເວລາເພື່ອຂໍຄຳແນະນຳຈາກພີ່ນ້ອງປີເຕີ ແລະຂ້ອຍກໍສະໜັບສະໜູນຄົນອື່ນໃຫ້ເຮັດແບບດຽວກັນ.”

ໂປໂລໃຊ້ເວລາເພື່ອສອນຕີໂມເຕ ແລະລາວກໍຮຽນຮູ້ເປັນຢ່າງດີ

14. ເຮົາຮຽນຫຍັງຈາກວິທີທີ່ຕີໂມເຕແລະໂປໂລເຮັດວຽກນຳກັນ?

14 ຕີໂມເຕອາຍຸນ້ອຍກວ່າອັກຄະສາວົກໂປໂລຫຼາຍ ແຕ່ເຂົາເຈົ້າໄດ້ເຮັດວຽກນຳກັນຫຼາຍປີ. (ອ່ານຟີລິບ 2:20-22) ໂປໂລບອກພີ່ນ້ອງໃນເມືອງໂກລິນໂທວ່າ: ‘ເຮົາສົ່ງຕີໂມເຕໄປຫາພວກທ່ານ ລາວເປັນເໝືອນລູກຮັກຂອງເຮົາແລະຊື່ສັດໃນການຮັບໃຊ້ຜູ້ເປັນນາຍ ລາວຈະຊ່ວຍເຕືອນພວກທ່ານວ່າເຮົາຮັບໃຊ້ພະຄລິດເຍຊູຢ່າງໃດ ເໝືອນທີ່ເຮົາສອນຢູ່ໃນທຸກປະຊາຄົມ.’ (1 ໂກລິນໂທ 4:17, ລ.ມ.) ຈາກຄຳເວົ້ານີ້ເຫັນໄດ້ແຈ້ງວ່າໂປໂລແລະຕີໂມເຕເຮັດວຽກນຳກັນໄດ້ດີແລະສະໜັບສະໜູນກັນແລະກັນ. ໂປໂລໃຊ້ເວລາເພື່ອສອນຕີໂມເຕວ່າລາວ “ຮັບໃຊ້ພະຄລິດເຍຊູຢ່າງໃດ” ແລະຕີໂມເຕກໍຮຽນຮູ້ເປັນຢ່າງດີ. ໂປໂລຮັກຕີໂມເຕແລະໝັ້ນໃຈວ່າລາວຈະເບິ່ງແຍງພີ່ນ້ອງໃນເມືອງໂກລິນໂທໄດ້ດີ. ຜູ້ເຖົ້າແກ່ສາມາດຮຽນແບບອັກຄະສາວົກໂປໂລເມື່ອຝຶກສອນຄົນອື່ນໃຫ້ນຳໜ້າໃນປະຊາຄົມ.

ເຮົາແຕ່ລະຄົນມີໜ້າທີ່ສຳຄັນ

15. ໂລມ 12:3-5 ຊ່ວຍເຮົາແນວໃດໃຫ້ຮັບມືກັບການປ່ຽນແປງ?

15 ເຮົາມີຊີວິດຢູ່ໃນເວລາທີ່ໜ້າຕື່ນເຕັ້ນ ແລະອົງການຂອງພະເຢໂຫວາທີ່ຢູ່ໃນໂລກນີ້ກຳລັງເຕີບໂຕໃນຫຼາຍໆດ້ານ. ດັ່ງນັ້ນ ເລື່ອງນີ້ຈຶ່ງໝາຍຄວາມວ່າຈະມີການປ່ຽນແປງຕໍ່ໆໄປ ແລະການປ່ຽນແປງບາງຢ່າງມີຜົນກະທົບຕໍ່ເຮົາເປັນສ່ວນຕົວແລະກໍບໍ່ງ່າຍທີ່ຈະຮັບມື. ການເປັນຄົນຖ່ອມແລະຈົດຈໍ່ໃນສິ່ງທີ່ດີສຳລັບວຽກລາຊະອານາຈັກຈະຊ່ວຍເຮົາ ແທນທີ່ຈະຈົດຈໍ່ໃນສິ່ງທີ່ເຮົາອາດຕ້ອງການເປັນສ່ວນຕົວ. ເມື່ອເຮັດແບບນີ້ ເຮົາຈະຮັກສາຄວາມກົມກຽວກັນ. ໂປໂລຂຽນເຖິງຄລິດສະຕຽນໃນເມືອງໂລມວ່າ: “ເຮົາກ່າວແກ່ທຸກຄົນໃນພວກທ່ານວ່າ ຢ່າຄຶດຕົວເປັນໃຫຍ່ເກີນທີ່ສົມຄວນຈະຄຶດ.” ຫຼັງຈາກນັ້ນລາວໄດ້ອະທິບາຍວ່າ ອະໄວຍະວະແຕ່ລະຢ່າງໃນຮ່າງກາຍມີໜ້າທີ່ຕ່າງກັນ ດັ່ງນັ້ນ ເຮົາແຕ່ລະຄົນໃນປະຊາຄົມກໍມີໜ້າທີ່ແຕກຕ່າງກັນ.—ໂລມ 12:3-5

ປະຊາຊົນຂອງພະເຢໂຫວາທຸກຄົນຢາກສະໜັບສະໜູນລາຊະອານາຈັກແລະເຮັດໃນສິ່ງທີ່ອົງການຂໍໃຫ້ເຮັດ

16. ເຮົາແຕ່ລະຄົນເຮັດຫຍັງໄດ້ແດ່ເພື່ອຮັກສາສັນຕິສຸກແລະຄວາມກົມກຽວກັນໃນອົງການຂອງພະເຢໂຫວາ?

16 ປະຊາຊົນຂອງພະເຢໂຫວາທຸກຄົນຢາກສະໜັບສະໜູນລາຊະອານາຈັກແລະເຮັດໃນສິ່ງທີ່ອົງການຂໍໃຫ້ເຮັດ. ຄົນສູງອາຍຸສາມາດຝຶກສອນຄົນໜຸ່ມ. ສ່ວນຄົນໜຸ່ມສາມາດຮັບເອົາໜ້າທີ່ຮັບຜິດຊອບຫຼາຍຂຶ້ນໃນແບບທີ່ຖ່ອມຕົວແລະສະແດງຄວາມນັບຖື. ສ່ວນພີ່ນ້ອງຊາຍທີ່ແຕ່ງດອງແລ້ວກໍຮູ້ຄຸນຄ່າເມື່ອເມຍສະໜັບສະໜູນເຂົາເຈົ້າໃນເວລາທີ່ສະພາບການປ່ຽນແປງ. ຜູ້ຍິງເຫຼົ່ານີ້ສາມາດຮຽນແບບປຣີສີລາເຊິ່ງເຮັດວຽກຢ່າງສັດຊື່ຮ່ວມກັບອາກີລາຜົວຂອງລາວ.—ກິດຈະການ 18:2

17. ພະເຍຊູຝຶກສອນພວກລູກສິດໃຫ້ເຮັດວຽກຫຍັງ?

17 ພະເຍຊູເປັນຕົວຢ່າງທີ່ດີທີ່ສຸດໃນການເຕັມໃຈຝຶກສອນຄົນອື່ນ. ພະເຍຊູຮູ້ວ່າຄົນອື່ນຕ້ອງເຮັດວຽກຂອງພະອົງຕໍ່ໄປ. ເຮົາຮູ້ວ່າພວກລູກສິດບໍ່ສົມບູນແບບ ແຕ່ພະເຍຊູກໍໝັ້ນໃຈວ່າເຂົາເຈົ້າຈະເຮັດໃຫ້ຂ່າວດີແຜ່ຂະຫຍາຍອອກໄປໄກກວ່າທີ່ພະອົງໄດ້ເຮັດ. (ໂຢຮັນ 14:12) ພະອົງຝຶກສອນເຂົາເຈົ້າເປັນຢ່າງດີ ແລະເຂົາເຈົ້າກໍສາມາດປະກາດໃນທຸກໆບ່ອນທີ່ເຂົາເຈົ້າໄປ.—ໂກໂລດ 1:23

18. ວຽກແບບໃດທີ່ຄອຍຖ້າເຮົາໃນອະນາຄົດ? ໃນຕອນນີ້ເຮົາມີວຽກຫຍັງທີ່ຕ້ອງເຮັດ?

18 ຫຼັງຈາກທີ່ພະເຍຊູເສຍຊີວິດ ພະເຢໂຫວາໄດ້ປຸກພະອົງໃຫ້ຟື້ນຂຶ້ນມາຈາກຕາຍແລະໄດ້ມອບວຽກໃຫ້ພະອົງຕື່ມອີກ ລວມທັງໃຫ້ພະອົງມີສິດອຳນາດເໜືອ “ເຈົ້ານາຍ ແລະຜູ້ຄຸ້ມຄອງ ແລະຜູ້ມີອຳນາດ ແລະຜູ້ມີຍົດສັກ.” (ເອເຟດ 1:19-21) ຖ້າເຮົາຕາຍຢ່າງສັດຊື່ຕໍ່ພະເຢໂຫວາກ່ອນອະລະມະເຄໂດນເກີດຂຶ້ນ ເຮົາຮູ້ວ່າເຮົາຈະຖືກປຸກໃຫ້ມີຊີວິດຢູ່ໃນໂລກໃໝ່ທີ່ຊອບທຳເຊິ່ງຢູ່ທີ່ນັ້ນຈະມີວຽກທີ່ໜ້າພໍໃຈມາກມາຍໃຫ້ເຮົາເຮັດ. ແຕ່ໃນຕອນນີ້ເຮົາທຸກຄົນມີວຽກມອບໝາຍທີ່ໜ້າຕື່ນເຕັ້ນໃຫ້ເຮັດ ນັ້ນຄືການປະກາດຂ່າວດີແລະການເຮັດໃຫ້ຄົນເຂົ້າມາເປັນລູກສິດ. ດັ່ງນັ້ນ ບໍ່ວ່າເຮົາຈະໜຸ່ມຫຼືສູງອາຍຸ ໃຫ້ເຮົາແຕ່ລະຄົນ ‘ທຸ່ມເທກັບວຽກຂອງຜູ້ເປັນນາຍທີ່ມີໃຫ້ເຮັດມາກມາຍ.’—1 ໂກລິນໂທ 15:58, ລ.ມ.