ໄດ້ຮັບຄວາມນັບຖືແລະມີກຽດເມື່ອຢູ່ພາຍໃຕ້ການເບິ່ງແຍງຂອງພະເຈົ້າ
ເມື່ອພະເຢຊູຢູ່ເທິງແຜ່ນດິນໂລກ ເພິ່ນສະທ້ອນບຸກຄະລິກລັກສະນະແລະການກະທຳຂອງພໍ່ໃນສະຫວັນໄດ້ຢ່າງສົມບູນແບບ. ພະເຢຊູເວົ້າວ່າ: “ຂ້ອຍບໍ່ໄດ້ເຮັດຫຍັງຕາມໃຈຕົວເອງ ແຕ່ຂ້ອຍເວົ້າຕາມທີ່ພໍ່ໄດ້ສອນຂ້ອຍມາ. . .ຂ້ອຍເຮັດສິ່ງທີ່ພະອົງພໍໃຈສະເໝີ.” (ໂຢຮັນ 8:28, 29; ໂກໂລຊາຍ 1:15) ດັ່ງນັ້ນ ຖ້າເຮົາສັງເກດວິທີທີ່ພະເຢຊູປະຕິບັດຕໍ່ຜູ້ຍິງແລະທັດສະນະທີ່ເພິ່ນມີຕໍ່ເຂົາເຈົ້າ ເຮົາກໍຈະເຂົ້າໃຈວ່າພະເຈົ້າມີທັດສະນະແລະມີຄວາມຕ້ອງການແນວໃດຕໍ່ຜູ້ຍິງ.
ເມື່ອສຶກສາເລື່ອງຕ່າງໆ ໃນປຶ້ມຂ່າວດີ ນັກວິຊາການຫຼາຍຄົນຍອມຮັບວ່າພະເຢຊູໄດ້ເບິ່ງຜູ້ຍິງດ້ວຍທັດສະນະທີ່ແຕກຕ່າງຫຼາຍກັບຜູ້ຄົນໃນສະໄໝນັ້ນທີ່ມີການບັນທຶກຂ່າວດີເຫຼົ່ານັ້ນ. ທັດສະນະຂອງພະເຢຊູຕ່າງອອກໄປແນວໃດ? ແລະທີ່ສຳຄັນຍິ່ງກວ່ານັ້ນຄື ຄຳສອນຂອງເພິ່ນຍັງຊ່ວຍຜູ້ຍິງໃນມທຸກມື້ນີ້ໃຫ້ພົ້ນຈາກການກົດຂີ່ບໍ?
ວິທີທີ່ພະເຢຊູປະຕິບັດຕໍ່ຜູ້ຍິງ
ພະເຢຊູບໍ່ໄດ້ເບິ່ງວ່າຜູ້ຍິງເປັນພຽງເຄື່ອງສະໜອງຄວາມຕ້ອງການທາງເພດຂອງຜູ້ຊາຍ. ຜູ້ນຳສາສະໜາຄົນຢິວບາງຄົນຖືວ່າການເວົ້າກັບຜູ້ຍິງມີແຕ່ຈະກະຕຸ້ນໃຫ້ເກີດຕັນຫາ.ເນື່ອງຈາກຢ້ານວ່າຜູ້ຍິງຈະມາຫຼອກລວງຜູ້ຊາຍ ເຂົາເຈົ້າຈຶ່ງຫ້າມບໍ່ໃຫ້ຜູ້ຍິງເວົ້າກັບຜູ້ຊາຍໃນບ່ອນສາທາລະນະຫຼືອອກໄປນອກບ້ານໂດຍຖ້າບໍ່ມີຜ້າຄຸມໜ້າ. ກົງກັນຂ້າມ ພະເຢຊູໄດ້ແນະນຳຜູ້ຊາຍໃຫ້ຄວບຄຸມຄວາມປາຖະໜາທາງຮ່າງກາຍແລະປະຕິບັດຕໍ່ຜູ້ຍິງຢ່າງໃຫ້ກຽດ ແທນທີ່ຈະກີດກັນເຂົາເຈົ້າອອກໄປຈາກສັງຄົມ.—ມັດທາຍ 5:28
ພະເຢຊູຍັງບອກອີກວ່າ: “ຄົນທີ່ຢ່າຮ້າງກັບເມຍແລ້ວໄປແຕ່ງດອງໃໝ່ ກໍຖືວ່າລາວມີຊູ້ແລະເຮັດຜິດຕໍ່ເມຍ.” (ມາຣະໂກ 10:11, 12) ໂດຍເວົ້າແບບນີ້ ພະເຢຊູບໍ່ໄດ້ປະຕິເສດຄຳສອນທີ່ແຜ່ຫຼາຍຂອງພວກຣັບບີທີ່ຍິນຍອມໃຫ້ຜູ້ຊາຍຢ່າຮ້າງຈາກເມຍໄດ້ “ບໍ່ວ່າຍ້ອນເຫດຜົນໃດກໍຕາມ.” (ມັດທາຍ 19: 3, 9) ແນວຄິດທີ່ວ່າການຫຼິ້ນຊູ້ເປັນການເຮັດຜິດຕໍ່ເມຍເປັນເລື່ອງໃໝ່ສຳລັບຄົນຢິວສ່ວນຫຼາຍ. ຣັບບີຂອງເຂົາເຈົ້າສອນວ່າຜົວບໍ່ມີມື້ທີ່ຖືກກ່າວຫາວ່າໄດ້ເຮັດຜິດຕໍ່ເມຍດ້ວຍການຫຫຼິ້ນຊູ້ ແລະສະນັ້ນຜູ້ຍິງເທົ່ານັ້ນທີ່ອາດເປັນຝ່າຍບໍ່ສັດຊື່! ໜັງສືອະທິບາຍຄຳພີໄບເບິນຫົວໜຶ່ງກ່າວວ່າ: “ການທີ່ພະເຢຊູຊີ້ໃຫ້ເຫັນວ່າຜົວກໍຢູ່ໃຕ້ກົດທາງສິນລະທຳຄືກັບເມຍເພິ່ນໄດ້ຍົກຖານະຂອງຜູ້ຍິງແລະກອບກູ້ກຽດສັກສີຂອງເຂົາເຈົ້າ.”
ຄຳສອນຂອງເພິ່ນມີຜົນກະທົບແນວໃດໃນປັດຈຸບັນ? ໃນປະຊາຄົມຂອງຄລິດສະຕຽນພະຍານພະເຢໂຫວາ ຜູ້ຍິງສາມາດເວົ້າລົມກັບຜູ້ຊາຍຢ່າງອິດສະຫຼະເມື່ອມາຮ່ວມການປະຊຸມ. ເຂົາເຈົ້າບໍ່ຕ້ອງຢ້ານວ່າຜູ້ຊາຍຈະເບິ່ງລາວດ້ວຍສາຍຕາລວນລາມຫຼືເຂົ້າມາສະໜິດຈົນເກີນຄວນ ເພາະຜູ້ຊາຍຄລິດສະຕຽນຈະປະຕິບັດຕໍ່ “ຜູ້ຍິງສູງອາຍຸຄືເວົ້າກັບແມ່ ແລະເວົ້າກັບຍິງສາວຄືເວົ້າກັບເອື້ອຍແລະນ້ອງສາວດ້ວຍຄວາມບໍລິສຸດໃຈ.”—1 ຕີໂມທຽວ 5:2
ພະເຢຊູໄດ້ໃຫ້ເວລາແລະເຕັມໃຈສອນຜູ້ຍິງ. ກົງກັນຂ້າມກັບທັດສະນະທີ່ແຜ່ຫຼາຍຂອງພວກຣັບບີທີ່ປິດກັ້ນຜູ້ຍິງບໍ່ໃຫ້ໄດ້ຮັບການສຶກສາ ພະເຢຊູໄດ້ສອນແລະສະໜັບສະໜູນເຂົາເຈົ້າໃຫ້ສະແດງຄວາມຄິດເຫັນ. ການທີ່ພະເຢຊູອະນຸຍາດໃຫ້ມາຣີນັ່ງຟັງຂະນະທີ່ໄດ້ສັ່ງສອນ ເພິ່ນສະແດງວ່າຜູ້ຍິງບໍ່ຈຳເປັນຕ້ອງຢູ່ແຕ່ໃນເຮືອນຄົວເທົ່ານັ້ນ. (ລູກາ 10:38-42) ມາທາເອື້ອຍຂອງມາຣີກໍໄດ້ຮັບປະໂຫຍດຈາກການສອນຂອງພະເຢຊູນຳ ດັ່ງທີ່ເຫັນໄດ້ຈາກຄຳຕອບເຊິ່ງລາວໃຫ້ແກ່ພະເຢຊູຫຼັງຈາກການຕາຍຂອງລາຊະໂຣ.—ໂຢຮັນ 11:21-27
ພະເຢຊູໄດ້ຮັບຟັງຄວາມຄິດເຫັນຂອງຜູ້ຍິງ. ໃນສະໄໝນັ້ນ ຜູ້ຍິງຄົນຢິວສ່ວນຫຼາຍຄິດວ່າຄວາມສຸກຂອງເຂົາເຈົ້າຂຶ້ນຢູ່ກັບການມີລູກຊາຍທີ່ພາກພູມໃຈ ແລະຖ້າເປັນຜູ້ພະຍາກອນໄດ້ກໍແຮ່ງດີ. ເມື່ອຜູ້ຍິງຄົນໜຶ່ງໃນກຸ່ມຄົນຮ້ອງຂໍເພິ່ນວ່າ: “ຜູ້ຍິງທີ່ເກີດທ່ານ. . .ກໍມີຄວາມສຸກແທ້ໆ!” ພະເຢຊູໄດ້ໃຊ້ໂອກາດນັ້ນສອນລາວວ່າຍັງມີບາງສິ່ງທີ່ສຳຄັນກວ່າ. (ລູກາ 11:27, 28) ໂດຍເວົ້າວ່າການເຊື່ອຟັງພະເຈົ້າເຮັດໃຫ້ມີຄວາມສຸກຫຼາຍກວ່າ ພະເຢຊູສອນໃຫ້ລາວຮູ້ວ່າບົດບາດຂອງຜູ້ຍິງບໍ່ໄດ້ຈຳກັດຢູ່ແຕ່ການເຮັດຕາມທຳນຽມປະເພນີເທົ່ານັ້ນ.—ໂຢຮັນ 8:32
ຄຳສອນຂອງເພິ່ນມີຜົນກະທົບແນວໃດໃນປັດຈຸບັນ? ຜູ້ນຳໜ້າທີ່ສອນໃນປະຊາຄົມຄລິດສະຕຽນຍິນດີຮັບຟັງຄວາມຄິດເຫັນຂອງຜູ້ຍິງທີ່ເຂົ້າຮ່ວມປະຊຸມ. ເຂົາເຈົ້າໃຫ້ຄວາມນັບຖືຕໍ່ຜູ້ຍິງທີ່ມີປະສົບການ ເພາະເຂົາເຈົ້າ “ສອນສິ່ງທີ່ດີງາມ” ທັງໂດຍການໃຫ້ຄຳແນະນຳແລະເປັນແບບຢ່າງແກ່ຜູ້ຍິງຄົນອື່ນໆ. (ຕີໂຕ 2:3) ນອກຈາກນັ້ນ ເຂົາເຈົ້າຍັງໄດ້ຮັບຄວາມໄວ້ວາງໃຈໃຫ້ເຮັດວຽກປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າແກ່ຜູ້ຄົນທົ່ວໄປນຳ.—ຄຳເພງ 68:11; ເບິ່ງຂອບ “ ອັກຄະສາວົກໂປໂລຫ້າມບໍ່ໃຫ້ຜູ້ຍິງເວົ້າບໍ?” ໃນໜ້າທີ 9.
ພະເຢຊູຫ່ວງໃຍຜູ້ຍິງ. ຜູ້ຄົນໃນສະໄໝຄຳພີໄບເບິນຖືວ່າລູກສາວບໍ່ມີຄ່າເທົ່າກັບລູກຊາຍ. ໜັງສືທັນມຸດສະທ້ອນໃຫ້ເຫັນທັດສະນະແບບນີ້ໂດຍບອກວ່າ: “ຄວາມສຸກມີແກ່ຄົນທີ່ມີລູກຊາຍແລະສິ່ງບໍ່ດີມີແກ່ຄົນທີ່ມີລູກສາວ.” ພໍ່ແມ່ບາງຄົນເບິ່ງວ່າລູກສາວເປັນພາລະຫຼາຍກວ່າລູກຊາຍເພາະເຂົາເຈົ້າຕ້ອງຫາຜົວໃຫ້ລູກແລະຍັງຕ້ອງຈ່າຍສິນສອດໃຫ້ນຳ ອີກທັງເມື່ອເຖົ້າແກ່ກໍບໍ່ສາມາດເພິ່ງພາລູກສາວໄດ້.
ພະເຢຊູສະແດງໃຫ້ເຫັນວ່າຊີວິດຂອງເດັກນ້ອຍຜູ້ຍິງມີຄ່າເທົ່າກັບເດັກນ້ອຍຜູ້ຊາຍໂດຍປຸກລູກສາວຂອງຢາອີໂຣໃຫ້ຟຶ້ນຂຶ້ນຈາກຕາຍ ແບບດຽວກັບທີ່ໄດ້ປຸກລູກຊາຍຂອງຍິງໝ້າຍເມືອງນາອິນ. (ມາຣະໂກ 5:35, 41, 42; ລູກາ 7:11-15) ຫຼັງຈາກຮັກສາຜູ້ຍິງຄົນໜຶ່ງທີ່ “ຖືກປີສາດສິງເຊິ່ງເຮັດໃຫ້ເຈັບປ່ວຍແລະຫຼັງກົ່ງໄດ້ 18 ປີ” ພະເຢຊູໄດ້ເອີ້ນລາວວ່າ “ລູກຫຼານຂອງອັບຣາຮາມ” ເຊິ່ງເປັນຄຳທີ່ບໍ່ເຄີຍປາກົດໃນງານຂຽນຂອງຄົນຢິວ. (ລູກາ 13:10-16) ໂດຍໃຊ້ຄຳເວົ້າທີ່ກະລຸນາແລະສະແດງຄວາມນັບຖືແບບນັ້ນ ພະເຢຊູບໍ່ພຽງຖືວ່າລາວເປັນສະມາຊິກທີ່ມີຄ່າຄົນໜຶ່ງໃນປະຊາຄົມ ແຕ່ຍັງຍອມຮັບວ່າລາວເປັນຄົນທີ່ມີຄວາມເຊື່ອຫຼາຍ.”—ລູກາ 19:9; ຄາລາເຕຍ 3:7
ຄຳສອນຂອງເພິ່ນມີຜົນກະທົບແນວໃດໃນປັດຈຸບັນ? ສຸພາສິດຂອງຄົນອາຊີຂໍ້ໜຶ່ງເວົ້າວ່າ: “ການມີລູກສາວກໍຄືກັບການຫົດນ້ຳໃນສວນຂອງເພື່ອນບ້ານ.” ພໍ່ຄລິດສະຕຽນທີ່ມີຄວາມຮັກຈະບໍ່ຄິດແບບນັ້ນ ແຕ່ເຂົາເຈົ້າຈະເອົາໃຈໃສ່ລູກທຸກຄົນເປັນຢ່າງດີບໍ່ວ່າລູກຊາຍຫຼືລູກສາວ. ພໍ່ແມ່ຄລິດສະຕຽນຈະເບິ່ງແຍງລູກທຸກຄົນໃຫ້ໄດ້ຮັບການສຶກສາທີ່ເໝາະສົມແລະມີສຸຂະພາບດີ.
ພະເຢຊູໄວ້ໃຈຜູ້ຍິງ. ໃນສານຂອງຄົນຢິວຄຳໃຫ້ການຂອງຜູ້ຍິງຖືວ່າມີຄ່າເທົ່າກັບຄຳໃຫ້ການຂອງທາດຄົນໜຶ່ງ. ໂຢເຊຟຸດ ນັກປະຫວັດສາດໃນສະຕະວັດທຳອິດແນະນຳວ່າ: “ຢ່າຍອມຮັບພະຍານຫຼັກຖານຂອງຜູ້ຍິງ ເພາະທຳມະຊາດຂອງຜູ້ຍິງຈະໃຊ້ອາລົມຫຼາຍກວ່າເຫດຜົນແລະບໍ່ຈິງຈັງ.”
ກົງກັນຂ້າມ ພະເຢຊູໄດ້ເລືອກຜູ້ຍິງໃຫ້ແຈ້ງຂ່າວການຄືນມາຈາກຕາຍຂອງເພິ່ນແກ່ຄົນອື່ນໆ. (ມັດທາຍ 28:1, 8-10) ເຖິງວ່າພວກອັກຄະສາວົກຈະຮູ້ວ່າຜູ້ຍິງທີ່ສັດຊື່ເຫຼົ່ານີ້ເຄີຍເຫັນເຫດການຕອນທີ່ອົງພະຜູ້ເປັນເຈົ້າຂອງເຂົາເຈົ້າຖືກປະຫານແລະຖືກນຳໄປຝັງ ແຕ່ເຂົາເຈົ້າກໍຍັງຮູ້ສຶກວ່າຄຳເວົ້າຂອງເຂົາເຈົ້າເປັນເລື່ອງທີ່ແຕ່ງຂຶ້ນມາ. (ມັດທາຍ 27:55, 56, 61; ລູກາ 24:10, 11) ຢ່າງໃດກໍຕາມ ການທີ່ພະຄລິດຜູ້ຟື້ນຄືນຈາກຕາຍປາກົດຕົວແກ່ພວກຜູ້ຍິງເປັນກຸ່ມທຳອິດ ສະແດງໃຫ້ເຫັນວ່າສຳລັບເພິ່ນແລ້ວຜູ້ຍິງເຫຼົ່ານີ້ເປັນພະຍານທີ່ເຊື່ອຖືໄດ້ເຊັ່ນດຽວກັບລູກສິດຄົນອື່ນໆ.—ກິດຈະການ 1:8, 14
ຄຳສອນຂອງເພິ່ນມີຜົນກະທົບຢ່າງໃດໃນປັດຈຸບັນ? ໃນປະຊາຄົມຂອງຄລິດສະຕຽນພະຍານພະເຢໂຫວາ ຜູ້ຊາຍທີ່ມີໜ້າທີຮັບຜິດຊອບສະແດງວ່າເຂົາເຈົ້າຄຳນຶງເຖິງຜູ້ຍິງໂດຍຮັບຟັງຂໍ້ສະເໜີຂອງເຂົາເຈົ້າ.ສ່ວນຜົວຄລິດສະຕຽນກໍ “ໃຫ້ກຽດ” ເມຍຂອງຕົນໂດຍຕັ້ງໃຈຟັງເມື່ອເຂົາເຈົ້າສະເໜີຄວາມຄິດເຫັນ.—1 ເປໂຕ 3:7; ຕົ້ນເດີມ 21:12
ຫຼັກການຈາກຄຳພີໄບເບິນຊ່ວຍໃຫ້ຜູ້ຍິງມີຄວາມສຸກ
ເມື່ອຜູ້ຊາຍຮຽນແບບພະຄລິດ ຜູ້ຍິງກໍໄດ້ຮັບຄວາມນັບຖືແລະເສລີພາບຢ່າງທີ່ພະເຈົ້າຕ້ອງການຕັ້ງແຕ່ທຳອິດ. (ຕົ້ນເດີມ 1:27, 28) ແທນທີ່ຈະສະໜັບສະໜູນແນວຄິດທີ່ວ່າຜູ້ຊາຍດີກວ່າຜູ້ຍິງ ຜົວຄລິດສະຕຽນປະຕິບັດຕາມຫຼັກການໃນຄຳພີໄບເບິນເຊິ່ງຊ່ວຍໃຫ້ເມຍຂອງລາວມີຄວາມສຸກ.—ເອເຟໂຊ 5:28, 29
ຕອນທີ່ເຢເລນາເລີ່ມສຶກສາຄຳພີໄບເບິນ ລາວຖືກຜົວຕີເປັນປະຈຳໂດຍບໍ່ມີໃຜຮູ້. ຜົວຂອງລາວເຕີບໃຫຍ່ມາໃນສະພາບແວດລ້ອມທີ່ຜູ້ຄົນໃຊ້ຄວາມຮຸນແຮງແລະຖືວ່າເປັນເລື່ອງທຳມະດາທີ່ຈະດຶງຜູ້ຍິງໄປເປັນເມຍແລະທຳຮ້າຍຮ່າງກາຍລາວ. ເຢເລນາບອກວ່າ: “ສິ່ງທີ່ຂ້ອຍໄດ້ຮຽນຈາກຄຳພີໄບເບິນເຮັດໃຫ້ຂ້ອຍໄດ້ຮັບກຳລັງໃຈ. ຂ້ອຍໄດ້ເຂົ້າໃຈວ່າມີຜູ້ໜຶ່ງທີ່ຮັກຂ້ອຍຫຼາຍ ທັງຍັງເຫັນຄຸນຄ່າແລະຫ່ວງໃຍຂ້ອຍ. ນອກຈາກນັ້ນ ຂ້ອຍຍັງເຂົ້າໃຈນຳວ່າຖ້າຜົວສຶກສາຄຳພີໄບເບິນ ລາວອາດປ່ຽນທັດສະນະທີ່ມີຕໍ່ຂ້ອຍໄດ້.” ຄວາມຝັນຂອງລາວກາຍເປັນຄວາມຈິງເມື່ອຕໍ່ມາຜົວຍອມສຶກສາຄຳພີໄບເບິນແລະຮັບບັບເຕມາເປັນພະຍານພະເຢໂຫວາ. ເຢເລນາບອກວ່າ: “ລາວກາຍເປັນແບບຢ່າງໃນເລື່ອງການຄວບຄຸມອາລົມແລະການຮູ້ຈັກບັງຄັບຕົນເອງ. ເຮົາຮຽນຮູ້ທີ່ຈະໃຫ້ອະໄພກັນຢ່າງບໍ່ອັ້ນ.” ລາວອອກຄວາມເຫັນແນວໃດ? “ຫຼັກການໃນຄຳພີໄບເບິນຊ່ວຍຂ້ອຍຫຼາຍໃຫ້ຮູ້ສຶກວ່າຕົວເອງມີຄ່າແລະໄດ້ຮັບການປົກປ້ອງຈາກຜົວ.”—ໂກໂລຊາຍ 3:13, 18, 19
ຍັງມີອີກຫຼາຍຄົນທີ່ມີປະສົບການແບບດຽວກັບເຢເລນາ. ຜູ້ຍິງຄລິດສະຕຽນຫຼາຍລ້ານຄົນມີຄວາມສຸກ ເພາະເຂົາເຈົ້າແລະຜົວພະຍາຍາມນຳຫຼັກການໃນຄຳພີໄບເບິນມາໃຊ້ໃນຊີວິດແຕ່ງດອງ. ເຂົາເຈົ້າໄດ້ຮັບຄວາມນັບຖື ການປອບໂຍນ ແລະມີເສລີພາບທ່າມກາງສັງຄົມພີ່ນ້ອງຄລິດສະຕຽນ.—ໂຢຮັນ 13:34, 35
ຄລິດສະຕຽນທັງຊາຍແລະຍິງຍອມຮັບວ່າ ເນື່ອງຈາກເຂົາເຈົ້າເປັນມະນຸດບໍ່ສົມບຸນແລະຜິດບາບ ເຂົາເຈົ້າຈຶ່ງ “ຕົກຢູ່ໃນສະພາບທີ່ໄຮ້ປະໂຫຍດ.” ແຕ່ການເຂົ້າມາໃກ້ຊິດພະເຢໂຫວາພະເຈົ້າ ພໍ່ຜູ້ເຕັມໄປດ້ວຍຄວາມຮັກເຮັດໃຫ້ເຂົາເຈົ້າມີຄວາມຫວັງທີ່ຈະ “ໄດ້ຮັບການປົດປ່ອຍຈາກການເປັນທາດຂອງຄວາມເນົ່າເປື່ອຍ ແລະມີເສລີພາບທີ່ງົດງາມແບບທີ່ລູກຂອງພະເຈົ້າມີ.” ເປັນຄວາມຫວັງທີ່ດີຫຼາຍແທ້ໆສຳລັບທັງຜູ້ຊາຍແລະຜູ້ຍິງທີ່ຢູ່ໃຕ້ການເບິ່ງແຍງຂອງພະເຈົ້າ!—ໂຣມ 8:20, 21