ຄຳພີໄບເບິນປ່ຽນຊີວິດຄົນ
ຂ້ອຍພົກປືນຕະຫຼອດເວລາ
ປີເກີດ 1958
ປະເທດບ້ານເກີດ ອີຕາລີ
ອະດີດ ສະມາຊິກແກ໊ງໂຈນ
ຊີວິດທີ່ຜ່ານມາ:
ຂ້ອຍເກີດແລະໃຫຍ່ຢູ່ຊານເມືອງໂຣມ ໃນເຂດທີ່ຜູ້ໃຊ້ແຮງງານທຸກຍາກອາໄສຢູ່. ຊີວິດຂ້ອຍຍາກຫຼາຍ. ຂ້ອຍບໍ່ເຄີຍເຫັນໜ້າແມ່ແທ້ໆເລີຍ ແລະຂ້ອຍກັບພໍ່ກໍເຂົ້າກັນບໍ່ຄ່ອຍໄດ້. ຂ້ອຍໃຊ້ຊີວິດຕອນເປັນເດັກນ້ອຍໃນເຂດທີ່ມີແຕ່ບັນຫາສັງຄົມ.
ຂ້ອຍເລີ່ມລັກເຄື່ອງຕັ້ງແຕ່ອາຍຸ 10 ປີ. ແລ້ວກໍໜີອອກຈາກເຮືອນເທື່ອທຳອິດຕອນອາຍຸ 12 ປີ. ມີຫຼາຍເທື່ອພໍ່ຕ້ອງໄປຮັບຂ້ອຍຈາກສະຖານີຕຳຫຼວດ. ຂ້ອຍເປັນຄົນໃຈຮ້າຍງ່າຍ ອັນໃດກໍຂັດຫູຂັດຕາໄປໝົດ ເລີຍເຮັດໃຫ້ມີເລື່ອງກັບຄົນອື່ນໄປທົ່ວ. ຕອນອາຍຸ 14 ປີ ຂ້ອຍໜີອອກຈາກເຮືອນແລ້ວກໍບໍ່ເຄີຍກັບໄປອີກເລີຍ. ຂ້ອຍເລີ່ມຕິດຢາແລະກາຍເປັນເດັກຂ້າງຖະໜົນ. ຖ້າບໍ່ມີບ່ອນນອນຂ້ອຍກໍງັດລົດແລ້ວກໍເຂົ້າໄປນອນໃນຫັ້ນຈົນຮອດເຊົ້າມືດ. ແລ້ວຄ່ອຍໄປຫານ້ຳພຸຕາມບ່ອນສາທາລະນະລ້າງຕົນລ້າງໂຕ.
ຂ້ອຍກາຍເປັນຂີ້ລັກເຕັມໂຕ ເຮັດທຸກຢ່າງຕັ້ງແຕ່ດຶງກະເປົາໄປຈົນເຖິງລັກເຄື່ອງໃນອາພາດເມັນຫຼືຕາມເຮືອນພັກຕາກອາກາດໃນຕອນກາງຄືນ. ຂ້ອຍເລີ່ມມີສາຍາທີ່ໃຜໆກໍຮູ້ຈັກ ບໍ່ດົນຂ້ອຍກໍເຂົ້າແກ໊ງໂຈນເຊິ່ງເຮັດໃຫ້ຂ້ອຍມີ “ໂອກາດ” ເລື່ອນຂັ້ນເປັນໂຈນປຸ້ນທະນາຄານ. ຍ້ອນຂ້ອຍເປັນຄົນຫົວຮຸນແຮງ ພວກໃນແກ໊ງຈຶ່ງຍົກໃຫ້ຂ້ອຍເປັນຫົວໜ້າ. ຂ້ອຍພົກປືນຕະຫຼອດເວລາ ແມ່ນແຕ່ຕອນນອນກໍເຊື່ອງໄວ້ກ້ອງໝອນ. ຊີວິດຂ້ອຍວົນວຽນຢູ່ແຕ່ກັບຄວາມຮຸນແຮງ ຢາເສບຕິດ ການລັກ ຄຳເວົ້າຫຍາບຄາຍ ແລະການຜິດສິນລະທຳ. ຕຳຫຼວດນຳຈັບຂ້ອຍບໍ່ເຊົາ. ຂ້ອຍຖືກຈັບຫຼາຍເທື່ອ ເຂົ້າອອກຄຸກເປັນປະຈຳ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ເທື່ອໜຶ່ງຫຼັງຈາກພົ້ນໂທດອອກຈາກຄຸກ ຂ້ອຍໄປຢາມນ້າສາວ. ຕອນນັ້ນຂ້ອຍບໍ່ຮູ້ວ່ານ້າສາວແລະຫຼານອີກສອງຄົນໄດ້ຮຽນຄຳພີໄບເບິນແລະມາເປັນພະຍານພະເຢໂຫວາແລ້ວ. ເຂົາເຈົ້າຊວນຂ້ອຍໄປຮ່ວມການປະຊຸມຂອງພະຍານ. ຂ້ອຍຢາກຮູ້ວ່າມັນເປັນແນວໃດ ກໍເລີຍຕັດສິນໃຈໄປກັບເຂົາເຈົ້າ. ເມື່ອໄປຮອດຫໍປະຊຸມ ຂ້ອຍບອກເຂົາເຈົ້າວ່າຢາກນັ່ງໃກ້ປະຕູຈະໄດ້ເຫັນວ່າມີໃຜເຂົ້າອອກແດ່. ແນ່ນອນວ່າຂ້ອຍພົກປືນຕິດໂຕໄປນຳ.
ການປະຊຸມເທື່ອນັ້ນເຮັດໃຫ້ຊີວິດຂ້ອຍປ່ຽນໄປ. ຂ້ອຍຈື່ໄດ້ວ່າຂ້ອຍຮູ້ສຶກຄືກັບວ່າຢູ່ເທິງດາວອີກດວງໜຶ່ງ. ທຸກຄົນຍິ້ມແຍ້ມ ແລະເຂົ້າມາທັກທາຍຂ້ອຍຢ່າງເປັນກັນເອງ. ແວວຕາທີ່ອົບອຸ່ນຈິງໃຈຂອງພວກພະຍານຍັງຢູ່ໃນຄວາມຊົງຈຳຂອງຂ້ອຍບໍ່ມີວັນລືມ. ມັນຕ່າງຈາກໂລກທີ່ຂ້ອຍເຄີຍຢູ່ປານຟ້າກັບດິນ!
ຂ້ອຍເລີ່ມຮຽນຄຳພີໄບເບິນກັບພະຍານ. ແຮ່ງຮຽນກໍແຮ່ງຮູ້ວ່າຂ້ອຍຕ້ອງປັບປຸງໂຕເອງໃໝ່ທັງໝົດ. ຂ້ອຍເຮັດຕາມຄຳແນະນຳໃນສຸພາສິດ 13:20, ລ.ມ. ທີ່ບອກວ່າ “ຄົນທີ່ຄົບກັບຄົນສະຫຼາດຈະສະຫຼາດ ແຕ່ຄົນທີ່ຄົບກັບຄົນໂງ່ຈະເດືອດຮ້ອນ.” ຂ້ອຍຮູ້ວ່າຂ້ອຍຕ້ອງອອກຈາກແກ໊ງ. ເຖິງວ່າມັນຈະບໍ່ງ່າຍ ແຕ່ຂ້ອຍກໍເຮັດໄດ້ຍ້ອນພະເຢໂຫວາຊ່ວຍຂ້ອຍ.
ນີ້ເປັນເທື່ອທຳອິດໃນຊີວິດທີ່ຂ້ອຍຄວບຄຸມການປະພຶດຂອງໂຕເອງໄດ້.
ນອກຈາກນີ້ ຂ້ອຍພະຍາຍາມຢ່າງໜັກເພື່ອເຊົາສູບຢາແລະເຊົາໃຊ້ຢາເສບຕິດ ຂ້ອຍຈະໄດ້ມີຮ່າງກາຍທີ່ສະອາດ. ຂ້ອຍເຊົາໃສ່ຕຸ້ມຫູ ຕັດຜົມສັ້ນ ແລະເຊົາເວົ້າຄຳຫຍາບນຳ. ນີ້ເປັນເທື່ອທຳອິດໃນຊີວິດທີ່ຂ້ອຍຄວບຄຸມການປະພຶດຂອງໂຕເອງໄດ້.
ຂ້ອຍບໍ່ມັກອ່ານໜັງສື ຈຶ່ງບໍ່ງ່າຍທີ່ຈະຕັ້ງໃຈຮຽນຄຳພີໄບເບິນ ແຕ່ຂ້ອຍກໍພະຍາຍາມ. ແລະເມື່ອຂ້ອຍເລີ່ມຮັກພະເຢໂຫວາຫຼາຍຂຶ້ນ ຄວາມຄິດຂອງຂ້ອຍກໍປ່ຽນໄປ. ຂ້ອຍເຄີຍຄິດເລື້ອຍໆວ່າໂຕເອງເປັນຄົນບໍ່ດີ ພະເຢໂຫວາຄືຊິບໍ່ມີວັນໃຫ້ອະໄພສຳລັບສິ່ງທີ່ຂ້ອຍເຄີຍເຮັດໃນອະດີດ. ແຕ່ຂ້ອຍໄດ້ຮັບກຳລັງໃຈຫຼາຍແທ້ໆຈາກເລື່ອງລາວຂອງກະສັດດາວິດ ພະເຢໂຫວາຍົກໂທດໃຫ້ລາວທັງໆທີ່ລາວໄດ້ເຮັດບາບຮ້າຍແຮງ.—2 ຊາເມືອນ 11:1-12:13
ບັນຫາອີກຢ່າງໜຶ່ງແມ່ນ ການອອກໄປປະກາດຕາມເຮືອນ. (ມັດທາຍ 28:19, 20) ຂ້ອຍຢ້ານວ່າຈະເຈິຄົນທີ່ຂ້ອຍເຄີຍທຳຮ້າຍຫຼືຄົນທີ່ຂ້ອຍເຄີຍເຮັດບໍ່ດີນຳ! ແຕ່ຂ້ອຍກໍຄ່ອຍໆເອົາຊະນະຄວາມຢ້ານນີ້ໄດ້. ຂ້ອຍມີຄວາມສຸກແທ້ໆທີ່ໄດ້ຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບພະເຈົ້າໃນສະຫວັນ ພໍ່ທີ່ແສນດີທີ່ໃຫ້ອະໄພເຮົາຢ່າງໃຈກວ້າງ.
ປະໂຫຍດທີ່ໄດ້ຮັບ:
ການຮຽນຮູ້ເລື່ອງພະເຢໂຫວາຊ່ວຍຊີວິດຂ້ອຍໄວ້! ຕອນນີ້ໝູ່ຫຼາຍຄົນທີ່ຂ້ອຍເຄີຍຄົບຫາ ຖ້າບໍ່ຕາຍກໍຕິດຄຸກ ແຕ່ຂ້ອຍມີຊີວິດຢູ່ຢ່າງມີຄວາມໝາຍແລະມີອະນາຄົດທີ່ດີລໍຖ້າຢູ່. ເມື່ອຂ້ອຍຮຽນທີ່ຈະເປັນຄົນອ່ອນນ້ອມຖ່ອມຕົນແລະຄວບຄຸມອາລົມໄດ້ ຂ້ອຍກໍມີຄວາມສຳພັນທີ່ດີກັບຄົນອ້ອມຂ້າງ. ຂ້ອຍມີຊີວິດຄູ່ທີ່ມີຄວາມສຸກກັບເມຍທີ່ໜ້າຮັກຊື່ຄາເມັນ. ເຮົາທັງສອງຄົນມີຄວາມສຸກທີ່ໄດ້ຊ່ວຍຄົນອື່ນໃຫ້ມາຮຽນຄຳພີໄບເບິນ.
ໂອ້ ລືມບອກໄປ ຕອນນີ້ຂ້ອຍກໍໄປທະນາຄານເລື້ອຍໆໄດ໋ ບໍ່ແມ່ນໄປປຸ້ນ ແຕ່ໄປເຮັດຄວາມສະອາດ!