ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ຂ້ອຍ​ບໍ່​ຢາກ​ຕາຍ!

ຂ້ອຍ​ບໍ່​ຢາກ​ຕາຍ!
  • ປີ​ເກີດ 1964

  • ປະເທດ​ບ້ານ​ເກີດ ອັງກິດ

  • ອະດີດ ເດັກ​ນ້ອຍ​ໃຈ​ແຕກ​ທີ່​ຖື​ພາ​ຕັ້ງ​ແຕ່​ໄວ​ລຸ້ນ

ຊີວິດ​ທີ່​ຜ່ານ​ມາ

ຂ້ອຍ​ເກີດ​ຢູ່​ແພດດິງຕັນ ເຂດ​ທີ່​ຜູ້​ຄົນ​ຢູ່​ຢ່າງ​ໜາ​ແໜ້ນ​ໃນ​ເມືອງ​ລອນດອນ ປະເທດ​ອັງກິດ. ຂ້ອຍ​ຢູ່​ກັບ​ແມ່​ແລະ​ເອື້ອຍ 3 ຄົນ. ສ່ວນ​ພໍ່​ກໍ​ຕິດ​ເຫຼົ້າ​ເລີຍ​ບໍ່​ຄ່ອຍ​ໄດ້​ຢູ່​ກັບ​ພວກ​ເຮົາ​ປານ​ໃດ.

ຕອນ​ຍັງ​ນ້ອຍ ແມ່​ບອກ​ໃຫ້​ຂ້ອຍ​ອະທິດຖານ​ກ່ອນ​ນອນ​ທຸກ​ຄືນ. ຂ້ອຍ​ມີ​ຄຳ​ພີ​ໄບເບິນ​ຫົວ​ນ້ອຍໆທີ່​ມີ​ແຕ່​ປຶ້ມ​ຄຳເພງ ຂ້ອຍ​ເລີຍ​ໃຊ້​ເນື້ອ​ຫາ​ຂອງ​ປຶ້ມ​ຄຳເພງ​ມາ​ຮ້ອງ​ເປັນ​ເພງ​ໂດຍ​ແຕ່ງ​ທຳນອງ​ເອົາ​ເອງ. ຂ້ອຍ​ຈື່​ໄດ້​ວ່າ​ເຄີຍ​ອ່ານ​ປຶ້ມ​ທີ່​ຂາຍ​ທົ່ວໄປ​ຫົວ​ໜຶ່ງ​ແລະ​ຝັງ​ໃຈ​ກັບ​ຂໍ້​ຄວາມ​ໃນ​ນັ້ນ​ທີ່​ບອກ​ວ່າ: “ມື້​ໃດ​ມື້​ໜຶ່ງ​ຈະ​ບໍ່​ມີ​ມື້​ອື່ນ​ອີກ​ຕໍ່​ໄປ.” ຂໍ້​ຄວາມ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ນອນ​ຄິດ​ໝົດ​ຄືນ​ກ່ຽວ​ກັບ​ອະນາຄົດ. ຂ້ອຍ​ຄິດ​ວ່າ ‘ຊີວິດ​ຄົນ​ເຮົາ​ຕ້ອງ​ມີ​ຫຍັງ​ຫຼາຍ​ກວ່າ​ນີ້. ຂ້ອຍ​ເກີດ​ມາ​ເຮັດ​ຫຍັງ​ຖ້າ​ມື້​ໃດ​ມື້​ໜຶ່ງ​ກໍ​ຕ້ອງ​ຕາຍ?’ ຂ້ອຍ​ບໍ່​ຢາກ​ຕາຍ!

ຂ້ອຍ​ເລີ່ມ​ຢາກ​ຮູ້​ຢາກ​ເຫັນ​ເລື່ອງ​ສິ່ງ​ເລິກລັບ. ຂ້ອຍ​ເລີຍ​ພະຍາຍາມ​ຕິດ​ຕໍ່​ກັບ​ວິນຍານ​ຄົນ​ຕາຍ ໄປ​ຕາມ​ບ່ອນ​ຝັງ​ສົບ​ກັບ​ໝູ່ ແລະ​ເບິ່ງ​ໜັງ​ຜີ​ນຳ​ກັນ. ພວກ​ເຮົາ​ຄິດ​ວ່າ​ເລື່ອງ​ພວກ​ນີ້​ທັງ​ມ່ວນ​ທັງ​ຕື່ນ​ເຕັ້ນ​ແລະ​ເປັນ​ຕາ​ຢ້ານ.

ຂ້ອຍ​ເລີ່ມ​ໃຊ້​ຊີວິດ​ເສເພ​ຕອນ​ອາຍຸ​ພຽງ​ແຕ່ 10 ປີ. ຂ້ອຍ​ລອງ​ສູບ​ຢາ ແລ້ວ​ກໍ​ຕິດ​ຢ່າງ​ໄວ​ວາ. ຕໍ່ມາ ຂ້ອຍ​ປ່ຽນ​ໄປ​ສູບ​ກັນຊາ. ແລ້ວ​ເມື່ອ​ອາຍຸ 11 ປີ ຂ້ອຍ​ກໍ​ເລີ່ມ​ກິນ​ເຫຼົ້າ. ຂ້ອຍ​ບໍ່​ຄ່ອຍ​ມັກ​ລົດ​ຊາດ​ຂອງ​ມັນ​ດອກ ແຕ່​ມັກ​ຕອນ​ທີ່​ໄດ້​ເມົາ. ຂ້ອຍ​ມັກ​ດົນຕີ​ແລະ​ມັກ​ເຕັ້ນ​ນຳ ກໍ​ເລີຍ​ໄປ​ງານ​ລ້ຽງ​ແລະ​ທ່ຽວ​ກາງຄືນ​ເລື້ອຍໆ. ຂ້ອຍ​ຈະ​ລັກ​ອອກ​ໄປ​ຕອນ​ເດິກໆແລະ​ລັກ​ເຂົ້າ​ເຮືອນ​ກ່ອນ​ຈະ​ເຊົ້າ. ເມື່ອ​ຮອດ​ຕອນ​ເຊົ້າ ກໍ​ໂຕນ​ຮຽນ​ຍ້ອນ​ໄປ​ຮຽນ​ບໍ່​ໄຫວ. ແຕ່​ຖ້າ​ມື້​ໃດ​ໄປ​ໄຫວ ກໍ​ຈະ​ລັກ​ກິນ​ເຫຼົ້າ​ລະຫວ່າງ​ປ່ຽນ​ຊົ່ວ​ໂມງ​ຮຽນ.

ຂ້ອຍ​ຈົບ​ມາ​ແບບ​ຄະແນນ​ສະເລ່ຍ​ບໍ່​ຄ່ອຍ​ດີ​ປານ​ໃດ ເລີຍ​ເຮັດ​ໃຫ້​ແມ່​ຜິດ​ຫວັງ​ແລະ​ໃຈ​ຮ້າຍ​ຫຼາຍ​ຍ້ອນ​ແມ່​ບໍ່​ຮູ້​ວ່າ​ປົກກະຕິ​ຂ້ອຍ​ເສເພ​ສ່ຳ​ໃດ. ພວກ​ເຮົາ​ຜິດ​ກັນ ຂ້ອຍ​ເລີຍ​ໜີ​ອອກ​ຈາກ​ເຮືອນ​ແລ້ວ​ໄປ​ຢູ່​ກັບ​ແຟນ​ຊື່​ໂທນີ​ໄລຍະ​ໜຶ່ງ. ໂທນີ​ເປັນ​ສະມາຊິກ​ລັດທິ​ຣາດສ໌ຕາຟາຣີ. ລາວ​ມັກ​ເຮັດ​ຜິດ​ກົດໝາຍ​ແລະ​ຍັງ​ຄ້າ​ຢາ​ນຳ ຜູ້​ໃດ​ກໍ​ຮູ້​ວ່າ​ລາວ​ເປັນ​ພວກ​ມັກ​ໃຊ້​ຄວາມ​ຮຸນແຮງ. ບໍ່​ດົນ​ຂ້ອຍ​ກໍ​ຖື​ພາ​ແລະ​ເກີດ​ລູກ​ຊາຍ​ຕອນ​ອາຍຸ 16 ປີ.

ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ

ຕໍ່ມາ ຂ້ອຍ​ໄປ​ຢູ່​ເຮືອນ​ພັກ​ຂອງ​ລັດຖະບານ​ທີ່​ຈັດ​ໄວ້​ສຳລັບ​ຜູ້​ຍິງ​ຖື​ພາ​ໂດຍ​ບໍ່​ໄດ້​ແຕ່ງ​ດອງ. ຂ້ອຍ​ໄດ້​ເຈິ​ພະຍານ​ພະ​ເຢໂຫວາ​ເທື່ອ​ທຳ​ອິດ​ຢູ່​ຫັ້ນ. ຍ້ອນ​ມີ​ພະຍານ​ພະ​ເຢໂຫວາ 2 ຄົນ​ມາ​ຫາ​ພວກ​ຜູ້​ຍິງ​ທີ່​ມີ​ລູກ​ຕັ້ງ​ແຕ່​ໄວ​ລຸ້ນ​ເປັນ​ປະຈຳ. ມື້​ໜຶ່ງ​ຂ້ອຍ​ກໍ​ເຂົ້າ​ໄປ​ນັ່ງ​ຟັງ​ນຳ. ຂ້ອຍ​ຕັ້ງ​ໃຈ​ຈະ​ໄປ​ຈັບ​ຜິດ​ພວກ​ພະຍານ. ແຕ່​ເຂົາເຈົ້າ​ພັດ​ຕອບ​ຄຳຖາມ​ຫຼາຍ​ຂໍ້​ຂອງ​ຂ້ອຍ​ຢ່າງ​ໃຈ​ເຢັນ​ແລະ​ຈະ​ແຈ້ງ​ໂດຍ​ໃຊ້​ຄຳ​ພີ​ໄບເບິນ. ຂ້ອຍ​ມັກ​ທີ່​ເຂົາເຈົ້າ​ໃຈ​ດີ​ແລະ​ອ່ອນ​ໂຍນ​ຫຼາຍ. ຂ້ອຍ​ກໍ​ເລີຍ​ຕັດສິນ​ໃຈ​ສຶກສາ​ຄຳ​ພີ​ໄບເບິນ​ກັບ​ເຂົາເຈົ້າ.

ຕໍ່ມາ ຂ້ອຍ​ໄດ້​ຮຽນ​ເລື່ອງ​ໜຶ່ງ​ຈາກ​ຄຳ​ພີ​ໄບເບິນ​ທີ່​ປ່ຽນ​ຊີວິດ. ຕັ້ງ​ແຕ່​ຍັງ​ນ້ອຍ ຂ້ອຍ​ຢ້ານ​ຕາຍ​ມາ​ຕະຫຼອດ. ແຕ່​ຕອນ​ນີ້​ຂ້ອຍ​ໄດ້​ຮູ້​ເລື່ອງ​ທີ່​ພະ​ເຢຊູ​ສອນ​ວ່າ​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ! (ໂຢຮັນ 5:​28, 29) ແລະ​ຍັງ​ຮູ້​ອີກ​ວ່າ​ພະ​ເຢໂຫວາ​ຫ່ວງໃຍ​ຂ້ອຍ​ແທ້ໆ. (1 ເປໂຕ 5:7) ຂ້ອຍ​ປະທັບ​ໃຈ​ຂໍ້​ຄວາມ​ຈາກ​ເຢເຣມີ 29:11, ລ.ມ. ຫຼາຍ ຂໍ້​ນັ້ນ “ພະ​ເຢໂຫວາ​ບອກ​ວ່າ ‘ເພາະ​ເຮົາ​ຮູ້​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ສັນຕິສຸກ ບໍ່​ຕ້ອງ​ເຈິ​ຫາຍະນະ ແລະ​ພວກ​ເຈົ້າ​ຈະ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມຫວັງ.’” ຂ້ອຍ​ເລີຍ​ເລີ່ມ​ເຊື່ອ​ວ່າ​ຂ້ອຍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ​ໄດ້.​—ຄຳເພງ 37:29

ພວກ​ພະຍານ​ພະ​ເຢໂຫວາ​ຮັກ​ແລະ​ຈິງ​ໃຈ​ຕໍ່​ຂ້ອຍ. ຕອນ​ໄປ​ປະຊຸມ​ກັບ​ເຂົາເຈົ້າ​ເທື່ອ​ທຳ​ອິດ ຂ້ອຍ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ ທຸກ​ຄົນ​ເປັນ​ກັນ​ເອງ​ຫຼາຍ! (ໂຢຮັນ 13:34, 35) ບັນຍາກາດ​ຈັ່ງ​ແມ່ນ​ຕ່າງ​ຈາກ​ໂບດ​ແຖວ​ເຮືອນ​ທີ່​ຂ້ອຍ​ເຄີຍ​ໄປ​ແທ້ໆ. ພະຍານ​ຕ້ອນຮັບ​ຂ້ອຍ​ບໍ່​ວ່າ​ຂ້ອຍ​ຈະ​ເປັນ​ແນວ​ໃດ. ເຂົາເຈົ້າ​ໃຫ້​ເວລາ ຫ່ວງໃຍ ແລະ​ສົນ​ໃຈ​ຂ້ອຍ ແລະ​ຍັງ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ນຳ. ຂ້ອຍ​ຮູ້ສຶກ​ຄື​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ໃຫຍ່​ທີ່​ຮັກ​ກັນ.

ເມື່ອ​ໄດ້​ຮຽນ​ຄຳ​ພີ​ໄບເບິນ ຂ້ອຍ​ກໍ​ຮູ້​ວ່າ​ຕ້ອງ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ​ຊີວິດ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ແຕ່​ການ​ເຊົາ​ສູບ​ຢາ​ມັນ​ຍາກ​ຫຼາຍ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ຕ້ອງ​ປ່ຽນ​ໄປ​ຟັງ​ເພງ​ແບບ​ອື່ນ​ນຳ ຍ້ອນ​ບາງ​ເພງ​ທີ່​ເຄີຍ​ຟັງ​ກະຕຸ້ນ​ໃຫ້​ຢາກ​ສູບ​ກັນຊາ. ແລະ​ຂ້ອຍ​ກໍ​ຕ້ອງ​ເຊົາ​ກິນ​ເຫຼົ້າ​ນຳ ຂ້ອຍ​ເລີຍ​ບໍ່​ໄປ​ງານ​ລ້ຽງ​ແລະ​ບໍ່​ທ່ຽວ​ກາງຄືນ​ອີກ ຍ້ອນ​ໄປ​ເທື່ອ​ໃດ​ກໍ​ຢາກ​ກິນ​ໃຫ້​ເມົາ​ທຸກ​ເທື່ອ. ຂ້ອຍ​ເລີ່ມ​ຄົບ​ໝູ່​ໃໝ່​ທີ່​ຊ່ວຍ​ສະໜັບສະໜູນ​ໃຫ້​ໃຊ້​ຊີວິດ​ຕາມ​ແນວ​ທາງ​ທີ່​ຕັ້ງ​ໃຈ​ໄວ້​ໄດ້.​—ສຸພາສິດ 13:20

ໃນ​ຊ່ວງ​ນັ້ນ​ໂທນີ​ກໍ​ສຶກສາ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ນຳ. ພະຍານ​ຕອບ​ຄຳຖາມ​ຫຼາຍ​ຂໍ້​ຂອງ​ລາວ​ໂດຍ​ໃຊ້​ຄຳ​ພີ​ໄບເບິນ ລາວ​ເລີຍ​ໝັ້ນ​ໃຈ​ໃນ​ຄວາມ​ຈິງ​ທີ່​ໄດ້​ຮຽນ​ຄື​ກັນ. ລາວ​ຈຶ່ງ​ເຮັດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ຊີວິດ ເຊັ່ນ: ລາວ​ເຊົາ​ຄົບຫາ​ກັບ​ໝູ່​ທີ່​ມັກ​ໃຊ້​ຄວາມ​ຮຸນແຮງ ເຊົາ​ເຮັດ​ຜິດ​ກົດໝາຍ ແລະ​ເຊົາ​ສູບ​ກັນຊາ. ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຢ່າງ​ເຕັມທີ​ນຳ ເຮົາ​ທັງ​ສອງ​ກໍ​ເລີຍ​ຄິດ​ວ່າ​ຕ້ອງ​ໃຊ້​ຊີວິດ​ໃຫ້​ຖືກຕ້ອງ​ຕາມ​ມາດຕະຖານ​ທາງ​ສິນລະທຳ​ແລະ​ຕ້ອງ​ລ້ຽງ​ລູກ​ໃຫ້​ໃຫຍ່​ຂຶ້ນ​ມາ​ໃນ​ສະພາບ​ແວດ​ລ້ອມ​ທີ່​ໝັ້ນ​ຄົງ. ພວກ​ເຮົາ​ຈຶ່ງ​ແຕ່ງ​ດອງ​ກັນ​ໃນ​ປີ 1982.

“ຂ້ອຍ​ບໍ່​ຕ້ອງ​ນອນ​ຄິດ​ໝົດ​ຄືນ​ຍ້ອນ​ກັງວົນ​ກ່ຽວ​ກັບ​ອະນາຄົດ​ແລະ​ຄວາມ​ຕາຍ​ອີກ​ຕໍ່​ໄປ​ແລ້ວ”

ຊ່ວງ​ນັ້ນ​ຂ້ອຍ​ຊອກ​ຫາ​ຂໍ້​ມູນ​ຈາກ​ບົດ​ຄວາມ​ໃນ​ວາລະສານ​ຫໍສັງເກດການ​ແລະ​ຕື່ນ​ເຖີດ! * ທີ່​ມີ​ເລື່ອງ​ຂອງ​ຜູ້​ຄົນ​ທີ່​ສາມາດ​ປ່ຽນ​ແປງ​ຊີວິດ​ຂອງ​ເຂົາເຈົ້າ​ໄດ້​ສຳ​ເສັດ​ຄື​ທີ່​ຂ້ອຍ​ຢາກ​ເຮັດ. ຂ້ອຍ​ໄດ້​ກຳລັງ​ໃຈ​ຫຼາຍ! ຕົວຢ່າງ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ຂ້ອຍ​ມີ​ແຮງ​ສູ້​ຕໍ່​ໄປ​ແລະ​ບໍ່​ຍອມ​ແພ້. ຂ້ອຍ​ອະທິດຖານ​ຢູ່​ຕະຫຼອດ​ຂໍ​ພະ​ເຢໂຫວາ​ຢ່າ​ໝົດ​ຫວັງ​ໃນ​ໂຕ​ຂ້ອຍ. ໃນ​ທີ່​ສຸດ ຂ້ອຍ​ກັບ​ໂທນີ​ຮັບ​ບັບເຕມາ​ເພື່ອ​ຈະ​ເປັນ​ພະຍານ​ພະ​ເຢໂຫວາ​ໃນ​ເດືອນ​ກໍລະກົດ ປີ 1982.

ປະໂຫຍດ​ທີ່​ໄດ້​ຮັບ

ການ​ໄດ້​ຮູ້ຈັກ​ແລະ​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຊ່ວຍ​ຊີວິດ​ຂ້ອຍ​ໄວ້. ຂ້ອຍ​ກັບ​ໂທນີ​ຜ່ານ​ຫຼາຍ​ເລື່ອງ​ລາວ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ຖິ້ມ​ພວກ​ເຮົາ​ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ​ເຊິ່ງ​ເຮັດ​ໃຫ້​ເຮົາ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ພະເຈົ້າ. ເຮົາ​ຮູ້ສຶກ​ວ່າ​ເພິ່ນ​ຊ່ວຍ​ເຫຼືອ​ແລະ​ເບິ່ງ​ແຍງ​ຄອບຄົວ​ຂອງ​ເຮົາ​ສະເໝີ.​—ຄຳເພງ 55:22

ຂ້ອຍ​ດີ​ໃຈ​ທີ່​ໄດ້​ຊ່ວຍ​ລູກ​ຊາຍ​ກັບ​ລູກ​ສາວ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ຄື​ກັບ​ຂ້ອຍ. ແລະ​ຕອນ​ນີ້​ຂ້ອຍ​ກໍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ຫຼານ​ກຳລັງ​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ນຳ.

ຂ້ອຍ​ບໍ່​ຕ້ອງ​ນອນ​ຄິດ​ໝົດ​ຄືນ​ຍ້ອນ​ກັງວົນ​ກ່ຽວ​ກັບ​ອະນາຄົດ​ແລະ​ຄວາມ​ຕາຍ​ອີກ​ຕໍ່​ໄປ​ແລ້ວ. ທຸກ​ອາທິດ​ຂ້ອຍ​ກັບ​ໂທນີ​ຫຍຸ້ງ​ຢູ່​ກັບ​ການ​ເດີນ​ທາງ​ໄປ​ປະຊາຄົມ​ຕ່າງໆຂອງ​ພະຍານ​ພະ​ເຢໂຫວາ ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ເຮັດ​ວຽກ​ຮ່ວມ​ກັບ​ເຂົາເຈົ້າ​ໃນ​ການ​ສອນ​ຜູ້​ຄົນ​ໃຫ້​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ ເຊິ່ງ​ຄວາມ​ເຊື່ອ​ນີ້​ຈະ​ເຮັດ​ໃຫ້​ມີ​ໂອກາດ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.

^ ຂໍ້ 19 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.